spot_img
Homeຂ່າວຕ່າງປະເທດເຈົ້າ​ຂອງ​ສະ​ຖິ​ຕິ ອາ​ຍຸ​ຍືນ​ທີ່​ສຸດ​ໃນ​ໂລກ ເສຍ​ຊີ​ວິດ​ແລ້ວ

ເຈົ້າ​ຂອງ​ສະ​ຖິ​ຕິ ອາ​ຍຸ​ຍືນ​ທີ່​ສຸດ​ໃນ​ໂລກ ເສຍ​ຊີ​ວິດ​ແລ້ວ

Published on

661158-img-1362035831-1

ແມ່​ຕູ້ ມິ​ຊາ​ໂອະ ໂອ​ກາ​ວະ ຍິງ​ອາ​ຍຸ 117 ປີ ຊາວ​ຍີ່​ປຸ່ນ ເຈົ້າ​ຂອງ​ສະ​ຖິ​ຕິ​ອາ​ຍຸ​ຍືນ​ທີ່​ສຸດ​ໃນ​ໂລກ ເສຍ​ຊີ​ວິດ​ແລ້ວ​ມື້​ວານ​ນີ້ (1 ເມ​ສາ) ຈາກ​ພາ​ວະ​ຫົວ​ໃຈ​ລົ້ມ​ເຫລວ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 1 ເມ​ສາ​ຜ່ານ​ມາ​ນີ້​ວ່າ ແມ່​ຕູ້ ມິ​ຊາ​ໂອະ ໂອ​ກາ​ວະ ອາ​ຍຸ 117 ປີ ຊາວ​ຍີ່​ປຸ່ນ ເຊິງ​ໄດ້​ຮັບ​ການ​ບັນ​ທຶກ​ສະ​ຖິ​ຕິ​ໂລກ ຈາກ​ກິນ​ເນັ​ສ​ບຸ໊ກ ໃນ​ປີ 2013 ວ່າ​ເປັນ​ຜູ້​ທີ່​ມີ​ອາ​ຍຸ​ຫລາຍ​ທີ່​ສຸດ​ໃນ​ໂລກ ໄດ້​ເສຍ​ຊີ​ວິດ​ລົງ​ແລ້ວ ໃນ​ມື້​ວັນ​ທີ 1 ເມ​ສາຜ່ານ​ມາ ຈາກ​ພາ​ວະ​ຫົວ​ໃຈ​ລົ້ມ​ເຫລວ ໂດຍທາງ​ເຈົ້າ​ໜ້າ​ທີ່​ບ້ານ​ພັກ​ຄົນ​ຊະ​ລາທີ່​ແມ່​ຕູ້​ອາ​ໄສ​ຢູ່ໄດ້​ລະ​ບຸ​ວ່າ ແມ່​ຕູ້​ເລີ່ມ​ຮັບ​ປະ​ທານ​ອາ​ຫານ​ໜ້ອຍ​ລົງ ນັບ​ຕັ້ງ​ແຕ່ 10 ມື້​ກ່ອນ​ໜ້​າ​ນີ້ ກ່ອນ​ທີ່​ຈະ​ມາ​ເສຍ​ຊີ​ວິດ​ລົງ​ຢ່າງ​ສະ​ຫງົບ​.

 

ບົດຄວາມຫຼ້າສຸດ

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...