spot_img
Homeຂ່າວຕ່າງປະເທດໄອ​ຍະ​ການ​ເກົາ​ຫລີ​ໃຕ້ ຕັ້ງ​ຂໍ້​ຫາ​ມືຟັນ​ໜ້າ​ທູດ​ສະ​ຫະ​ລັດ ຖານ​ພະ​ຍາ​ຍາມ​ຂ້າ ມີ​ໂທດ​ເຖິງ​ປະ​ຫານ!

ໄອ​ຍະ​ການ​ເກົາ​ຫລີ​ໃຕ້ ຕັ້ງ​ຂໍ້​ຫາ​ມືຟັນ​ໜ້າ​ທູດ​ສະ​ຫະ​ລັດ ຖານ​ພະ​ຍາ​ຍາມ​ຂ້າ ມີ​ໂທດ​ເຖິງ​ປະ​ຫານ!

Published on

SKOREA-US-DIPLOMACY-AMBASSADOR-ATTACK
ຄິມ ຄີ ຈອງ ຜູ້​ໃຊ້​ມີດ​ບຸກ​ຟັນ​ໜ້າ​ທູດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ປະ​ຈຳ​ເກົາ​ຫລີ​ໃຕ້

ໄອ​ຍະ​ການ​ເກົາ​ຫລີ​ໃຕ້ ຕັ້ງ​ຂໍ້​ຫາ​ຊາຍ​ກໍ່​ເຫດ​ຟັນ​ໜ້າ​ທູດ​ສະ​ຫະ​ລັດ ຖານ​ພະ​ຍາ​ຍາມ​ຂ້າ ມີ​ໂທດ​ໜັກ​ເຖິງ​ຂັ້ນ​ປະ​ຫານ​ຊີ​ວິດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 1 ເມ​ສາ​ຜ່ານ​ມາ​ນີ້​ວ່າ ໄອ​ຍະ​ການ​ຂອງ​ເກົາ​ຫລີ​ໃຕ້ ໄດ້​ຕັ້ງ​ຂໍ້​ຫາ​ ພະ​ຍາ​ຍາມ​ຂ້າ ຢ່າງ​ເປັນ​ທາງ​ການ​ແກ່ ທ້າວ ຄິມ ຄີ ຈອງ ອາ​ຍຸ 55 ປີ ທີ່​ກໍ່​ເຫດ​ບຸກ​ທຳ​ຮ້າຍ​ຮ່າງ​ກາຍ ທ່ານ ມາກ ລິບ​ເປີດ ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ອາ​ເມ​ຮິ​ກາ ປະ​ຈຳ​ສາ​ທາ​ລະ​ນະ​ລັດ​ເກົາ​ຫລີ ຫລື ເກົາ​ຫລີ​ໃຕ້ ດ້ວຍ​ການ​ໃຊ້​ມີດ​ປອດ​ໝາກ​ໄມ້ ຟັນ​ເຂົ້າ​ໃບ​ໜ້າ​ຂອງ​ທ່ານ​ທູດ ເຮັດ​ໃຫ້​ໄດ້​ຮັບ​ບາດ​ເຈັບ​ໜັກ​ບໍ​ລິ​ເວນ​ແກ້ມ​ດ້ານ​ຂວາ ໂດຍ​ໄດ້​ຫຍິບ​ເຖິງ 80 ເຂັມ ແລະ ນອນ​ພັກ​ຟື້ນ​ໃນ​ໂຮງ​ໝໍ​ເປັນ​ເວ​ລາ 5 ມື້.

ທັງ​ນີ້ ຂໍ້​ກ່າວ​ຫາ​ດັ່ງ​ກ່າວ​ແມ່ນ​ມີ​ໂທດ​ອາດ​ຈຳ​ຄຸກ​ຕະ​ຫລອດ​ຊີ​ວິດ ຫລື ບໍ່​ກໍ​ເຖິງ​ຂັ້ນ​ປະ​ຫານ​ຊີ​ວິດ ໂດຍ​ການ​ພິ​ຈາ​ລະ​ນາ​ຄະ​ດີ ຈະ​ມີ​ຂຶ້ນ​ພາຍ​ໃນ 14 ມື້​ຕໍ່​ຈາກ​ນີ້ ຫລື ໄວ​ສຸດ​ກໍ​ແມ່ນ​ພາຍ​ໃນ​ອາ​ທິດ​ໜ້າ ໂດຍ​ໄອ​ຍະ​ການ​ຍັງ​ຕັ້ງ​ບັນ​ຫາ​ສືບ​ສວນ ທ້າວ ຄິມ ຄີ ຈອງ ອີກວ່າ ເຂົາ​ອາດ​ລະ​ເມີດ​ກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ເຊິ່​ງ​ຫ້າມ​ບໍ່​ໃຫ້​ປະ​ຊາ​ຊົນ​ຊາວ​ເກົາ​ຫລີ​ໃຕ້ ຝັກ​ໄຝ່ ຫລື ໃຫ້​ການ​ສະ​ໜັບ​ສະ​ໜູນ​ຊ່ວຍ​ເຫລືອ​ເກົາ​ຫລີ​ເໜືອ ເຊິ່ງ​ກົດ​ໝາຍ​ສະ​ບັບ​ນີ້ ຍັງ​ຄົງ​ເປັນ​ທີ່​ຖົກ​ຖຽງ​ກັນ​ຢ່າງກວ້າງ​ຂວາງ ໃນ​ສັງ​ຄົມ​ເກົາ​ຫລີ​ໃຕ້.

ທ້າວ ຄິມ ຄີ ຈອງ ເປັນ​ຄົນ​ທີ່​ມີ​ຊາດ​ນິ​ຍົມ​ສູງ ແລະ ເຂົາ​ເຫັນ​ວ່າ​ສະ​ຫະ​ລັດ​ເອງ ເປັນ​ອຸ​ປະ​ສັກ​ຂັດ​ຂວາງ​ການ​ຄືນ​ສູ່​ຄວາມ​ປອງດອງ ລະ​ຫວ່າງ​ເກົາ​ຫລີ​ເໜືອ ແລະ ເກົາ​ຫລີ​ໃຕ້ ເຊິ່ງ​ເຂົາ​ໄດ້​ເຄີຍ​ເດີນ​ທາງ​ໄປ​ເກົາ​ຫລີ​ເໜືອ​ຫລາຍ​ຄັ້ງ ໃນ​ລະ​ຫວ່າງ​ປີ 2006 ເຖິງ​ປີ 2007, ກ່ອນ​ການ​ບຸກ​ໂຈມ​ຕີ​ຟັນ​ໜ້າ​ທ່ານ​ທູດ​ສະ​ຫະ​ລັດ ເຂົາ​ເອງ​ກໍ​ຍັງ​ໄດ້​ຮ້ອງ​ດ້ວຍ​ສຽງ​ແຮງ ຮຽກ​ຮ້ອງ​ໃຫ້​ເກົາ​ຫລີ​ເໜືອ ແລະ ໃຕ້​ລວມ​ປະ​ເທດ​ກັນ ລວມ​ທັງ​ຕໍ່​ຕ້ານ​ການ​ຊ້ອມ​ຮົບ​ປະ​ຈຳ​ປີ ລະ​ຫວ່າງກອງ​ທັບ​ເກົາ​ຫລີ​ໃຕ້ ແລະ ກອງ​ທັບ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ອີກ​ດ້ວຍ.

 

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...