spot_img
Homeຂ່າວຕ່າງປະເທດລະ​ທຶກ​ອີກ! ເຮືອ​ບິນ​ໂດຍ​ສານ ຕຳ​ກັນ​ຄາ​ຣັນ​ເວ​ຢູ່​ອຽກ​ລັງ ໂຊກ​ດີ​ບໍ່​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ!

ລະ​ທຶກ​ອີກ! ເຮືອ​ບິນ​ໂດຍ​ສານ ຕຳ​ກັນ​ຄາ​ຣັນ​ເວ​ຢູ່​ອຽກ​ລັງ ໂຊກ​ດີ​ບໍ່​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ!

Published on

EyWwB5WU57MYnKOuFtJCbFYI8uEgEsqSmd3S16UUCv4ciUhSPV6nUO

ເກີດ​ເຫດ​ສະ​ເທືອນ​ຂັວນ ເມື່ອ​ເຮືອ​ບິນ​ໄຣອັນ​ແອ​ຣ໌ 2 ລຳ ຂະ​ມະ​ກັນ​ທີ່​ສະ​ໜາມ​ບິນ​ນະ​ຄອນ​ຫລວງ​ດັບ​ລິນ ຈົນ​ເຮືອ​ບິນ​ລຳ​ໜຶ່ງ​ປີກ​ຫັກ​ຄາ​ຣັນ​ເວ.

ສຳ​ນັ​ກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 1 ເມ​ສາ​ນີ້​ວ່າ ເກີດ​ເຫດ​ເຮືອ​ບິນ​ໂດຍ​ສານ​ຂອງ​ສາຍ​ການ​ບິນໄຣ​ອັນ​ແອ​ຣ໌ (Ryanair) 2 ລຳ ປະ​ສົບ​ເຫດ​ປີກ​ເຮືອ​ບິນ​ລຳ​ໜຶ່ງ​ໄປ​ຂູດ​ຕຳ​ເອົາ​ຫາງ​ຂອງ​ເຮືອ​ບິນ​ອີກ​ລຳ​ໜຶ່ງ ຈົນ​ປາຍ​ປີກ​ຂອງ​ເຮືອ​ບິນ​ຫັກ ໃນ​ຂະ​ນະ​ທີ່​ເຮືອ​ບິນ​ທັງ​ສອງ​ລຳ ກຳ​ລັງ​ເຄື່ອນ​ຕົວ​ຢູ່​ເທ​ິງ​ຣັນ​ເວ​ຢ່າງ​ຊ້າໆ ເພື່ອ​ກຽມ​ຈະ​ບິນ​ຂຶ້ນ​ຈາກ​ສະ​ໜາມ​ບິນ​ສາ​ກົນ​ດັບ​ລິນ ນະ​ຄອນ​ຫລວງ​ດັບ​ລິນ ເມືອງ​ຫລວງ​ຂອງ​ປະ​ເທດ​ອຽກ​ລັງ ໃນ​ຕອນ​ເຊົ້າ​ຂອງ​ມື້​ນີ້ (1 ເມ​ສາ) ເວ​ລາ​ປະ​ມານ 8:37 ໂມງ ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ.

ແນວ​ໃດ​ກໍ​ຕາມ ບໍ່​ມີ​ໃຜ​ໄດ້​ຮັບ​ບາດ​ເຈັບ​ຈາກ​ອຸ​ບັດ​ເຫດ​ຄັ້ງ​ນີ້ ແຕ່​ເຫດ​ການ​ດັ່ງ​ກ່າວ ໄດ້​ເຮັດ​ໃຫ້​ຖ້ຽວ​ບິນ​ອື່ນໆ ຕ້ອງ​ໄດ້​ເລື່ອນ​ເວ​ລາ​ຂຶ້ນ​ບິນ​ລ່າ​ຊ້າ​ກ່​ວາ​ກຳ​ນົດ.

 

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...