spot_img
Homeຂ່າວພາຍ​ໃນປະທານປະເທດ ແຫ່ງ ສປປ ລາວ ແລະ ຫວຽດນາມ ປະດັບຫຼຽນໃຫ້ແມ່ຍິງສອງຊາດ

ປະທານປະເທດ ແຫ່ງ ສປປ ລາວ ແລະ ຫວຽດນາມ ປະດັບຫຼຽນໃຫ້ແມ່ຍິງສອງຊາດ

Published on

20150331092415

ເພື່ອ​ປະຕິບັດ​ຕາມ​ລັດ​ຖະ​ດຳລັດ​ຂອງ​ປະທານ​ປະເທດ ແຫ່ງ ​ສປປ ລາວ ວ່າ​ດ້ວຍ​ການ​ປະດັບຫຼຽນ​ໃຫ້​ແກ່​ສູນ​ກາງ​ສະຫະພັນແມ່ຍິງ​ຫວຽດນາມ ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ 50 ປີ ວັນສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ ແລະ 35 ປີ ແຫ່ງ​ການ​ເຊັນ​ສັນຍາ​ມິດຕະພາບ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ລາວ-ຫວຽດນາມ.

ໂດຍ​ໄດ້​ຮັບ​ການ​ມອບ​ໝາຍຈາກ​ລັດຖະບານ ແຫ່ງ ​ສປປ ລາວ ໃນ​ວັນ​ທີ 25 ມີນາ 2015 ນີ້ ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ ​ສສ ຫວຽດນາມ ທ່ານ​ນາງ ສີໃສ ລືເດດ​ມູນ​ສອນ ກຳມະການ​ສູນກາງ​ພັກ ປະທານ​ຄະນະ​ບໍລິຫານງານ​ສູນ​ກາງ​ສະຫະພັນ​ແມ່ຍິງລາວ ໄດ້​ປະດັບ​ຫຼຽນ​ໄຊ​ອິດ​ສະຫຼະ​ຊັ້ນ I ໃຫ້​ແກ່​ສູນ​ກາງ​ສະຫະພັນ​ແມ່ຍິງ​ແຫ່ງ ​ສສ ຫວຽດນາມ ຫຼຽນ​ໄຊ​ອິດສະຫຼະ​ຊັ້ນ II ໃຫ້​ແກ່ສະຫາຍ​ນາງ ຫງວຽນ ທິ ແທງ ຮົວ ກຳມະການ​ສູນ​ກາງ​ພັກຄອມ​ມູ​ນິດ​ຫວຽດນາມ ປະທານສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ ຫຼຽນ​ໄຊ​ອິດສະຫຼະ​ຊັ້ນ III ໃຫ້​ແກ່ 2 ສະຫາຍຄື: ສະຫາຍນາງ ຫງວຽນ ທິ ກິມ ທຸຍ ແລະ ສະຫາຍ​ນາງ ຫງວຽນ ທິ ທູ ຮາ ຮອງ​ປະທານ​ສູນ​ກາງ​ສະຫະພັນແມ່ຍິງ​ຫວຽດນາມ ແລະ ປະດັບຫຼຽນ​ໄຊ​ມິດຕະພາບ​ໃຫ້​ແກ່ 2 ສະຫາຍ ຄື: ສະຫາຍ​ນາງ ຟາມ ຮວາຍ ຢາງ ອະດີດ​ຫົວໜ້າ​ພະແນກ​ພົວພັນ​ຕ່າງປະເທດ ແລະ ສະຫາຍ​ນາງ ເຈີນ ທິ ຮວາ ອະດີດ​ຮອງ​ຫົວໜ້າ​ພະ​ແນກພົວພັນຕ່າງປະເທດ​ຂອງ​ສະຫະພັນ​ແມ່ຍິງ​ຫວຽດນາມ ທີ່​ມີ​ຜົນງານ​ຄຸນງາມ​ຄວາມ​ດີ​ປະກອບສ່ວນ​ຊ່ວຍເຫຼືອ ​ສປປ ລາວ ໃນ​ຂົງເຂດ​ວຽກງານ​ແມ່ຍິງ ເວົ້າ​ລວມ ໂດຍ​ສະເພາະ ສູນ​ກາງ​ສະຫະພັນ​ແມ່ຍິງລາວ ອັນ​ເປັນ​ການ​ເສີມ​ສ້າງສາຍ​ພົວພັນ​ມິດຕະພາບ​ຄວາມສາມັກຄີ​ແບບ​ພິເສດ ລະຫວ່າງສອງ​ພັກ-ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ.

ໃນ​ໂອກາດ​ທີ່​ມີ​ຄວາມ​ໝາຍສຳຄັນ​ນີ້ ທ່ານ​ນາງ ຫງວຽນ ທິ ຢວນ ກຳມະການ​ສູນ​ກາງ​ພັກ ຮອງ​ປະທານ​ປະເທດແຫ່ງ ​ສສ ຫວຽດນາມ ກໍ່​ໄດ້​ຕາງໜ້າ​ປະທານ​ປະເທດ​ແຫ່ງ ​ສສ ຫວຽດນາມ ປະດັບ​ຫຼຽນ​ໄຊ​ເອກະລາດຊັ້ນ I ໃຫ້​ສະຫະພັນ​ແມ່ຍິງ​ລາວ ຫຼຽນ​ໄຊ​ເອກະລາດ​ຊັ້ນ II ໃຫ້​ແກ່ທ່ານ​ນາງ ສີໃສ ລື​ເດດ​ມູນ​ສອນ ກຳມະການ​ສູນ​ກາງ​ພັກ ປະທານຄະນະ​ບໍລິຫານ​ງານ​ສູນ​ກາງ ສະຫະ​ພັນ​ແມ່ຍິງ​ລາວ ຫຼຽນ​ໄຊ​ເອກະ​ລາດ​ຊັ້ນ III ໃຫ້​ແກ່​ທ່ານ​ນາງ ບັນດິດ ປະທຸມ​ວັນ ຮອງ​ປະທານ ​ສສຍລ ແລະ ປະດັບ​ຫຼຽນ​ໄຊ​ມິດຕະ​ພາບໃຫ້​ແກ່​ທ່ານ​ນາງ ບົວຈັນ ສີ​ຫາ​ນາດ ຄະນະ​ບໍລິຫານງານ ຫົວໜ້າ​ຫ້ອງການ​ສູນ​ກາງສະຫະພັນ​ແມ່ຍິງ​ລາວ ທີ່​ມີ​ຜົນງານ​ດີເດັ່ນ​ໃນ​ການ​ເສີມ​ສ້າງ ເພີ່ມ​ທະວີ​ສາຍ​ພົວພັນ​ພິເສດ​ທີ່ເປັນ​ມູນເຊື້ອ ແລະ ການ​ຮ່ວມ​ມືຮອບດ້ານ ລະຫວ່າງ​ສອງ​ພັກ-ສອງ​ລັດ ກໍ່​ຄື​ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ.

ໃນ​ໂອກາດ​ການເຄື່ອນໄຫວຢ້ຽມຢາມ​ມອບ​ຫຼຽນ​ຢ່າງ​ເປັນທາງ​ການ​ໃນ​ຄັ້ງ​ນີ້ ທ່ານ​ນາງ ສີໃສ ລື​ເດດ​ມູນ​ສອນ ພ້ອມ​ຄະນະ ​ຍັງ​ໄດ້​ພົບ​ປະ​ແລກປ່ຽນ​ບົດຮຽນ​ດ້ານ​ຕ່າງໆ ກັບ​ຄະນະ​ນຳສະຫະພັນ​ແມ່ຍິງ ​ສສ ຫວຽດນາມ ຢ້ຽມ​ຄຳນັບ​ສຸສານ​ປະທານ ໂຮ່​ຈິ​ມິງ ຢ້ຽມ​ຄຳນັບ​ທ່ານ​ນາງ ຮ່າ ທິ ກຽດ ຄະນະ​ເລຂາທິການສູນ​ກາງ​ພັກ ຫົວໜ້າ​ຄະນະ​ຂົນຂວາຍສູນ​ກາງ​ພັກຄອມ​ມູ​ນິດຫວຽດນາມ ເຄື່ອນ​ໄຫວ​ຢ້ຽມຢາມພື້ນຖານ​ການ​ຜະລິດ ແລະ ການສ້າງ​ຂະ​ບວນ​ການ​ຂອງ​ສະຫະພັນ​ແມ່ຍິງ ແຂວງ​ຮ່າ​ນາມ ແລະ ແຂວງ​ກວ້າງ​ນິງ ​ສສ ຫວຽດນາມ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...