Homeຂ່າວຕ່າງປະເທດລະທຶກ! ໜຸ່ມໄທປີນຫລັງຄາ ຫ້ອງການຕຳຫລວດທຳນຽບລັດຖະບານ ຮ້ອງທຸກເຖິງນາຍົກ!

ລະທຶກ! ໜຸ່ມໄທປີນຫລັງຄາ ຫ້ອງການຕຳຫລວດທຳນຽບລັດຖະບານ ຮ້ອງທຸກເຖິງນາຍົກ!

Published on

14278571991427857435l

ໜຸ່ມໄທຄາໃຈເລື່ອງອອກໃບຕາບິນ ບຸກເຂົ້າທຳນຽບລັດຖະບານ ປີນຫລັງຄາຫ້ອງການຕຳຫລວດ ປະທ້ວງຂໍຄວາມເປັນທຳຈາກນາຍົກ.

ສຳນັກຂ່າວຕ່າງປະເທດ ລາຍງນໃນວັນທີ 1 ເມສານີ້ວ່າ ໃນເວລາ 07 ໂມງ ຂອງຕອນເຊົ້າມື້ນີ້ (1 ເມສາ) ຢູ່ທຳນຽບລັດຖະບານໄທ ໄດ້ເກີດເຫດລະທຶກຂຶ້ນ ເມື່ອມີໜຸ່ມໄວກາງຄົນຜູ້ໜຶ່ງ ອາໄສຈັງຫວະລັບສາຍຕາຄົນ ລັກລອບປີນຮົ້ວທຳນຽບລັດຖະບານ ເຂົ້າມາພາຍໃນທຳນຽບ ແລ້ວປີນຕົ້ນຫູກວາງໃກ້ກັບຕຶກຫ້ອງການ ກອງຮັກສາການຕຳຫລວດສັນຕິບານ ປະຈຳທຳນຽບລັດຖະບານໄທ ໂດຍເຂົາໄດ້ປີນຂຶ້ນໄປເທິງດາດຟ້າຊັ້ນສອງຂອງອາຄານ ແລ້ວຍົກປ້າຍຜ້າຂຽນຂໍ້ຄວາມວ່າ ” ທ່ານນາຍົກລັດຖະມົນຕີ ຂ້ອຍມີເລື່ອງເດືອດຮ້ອນມາຮ້ອງທຸກ ຂ້ອຍບໍ່ໄດ້ຮັບຄວາມເປັນທຳ ຖ້າຫາກບໍ່ມີການໂກງບ້ານໂກງເມືອງ ປັນຫາທຸກຢ່າງຈະບໍ່ເກີດຂຶ້ນ ”

ເຈົ້າໜ້າທີ່ຕຳຫລວດປະຈຳທຳນຽບລັດຖະບານ ໄດ້ພະຍາຍາມຮ້ອງຂໍໃຫ້ເຂົາລົງມາໂອ້ລົມກັນຢູ່ດ້ານລຸ່ມ ດົນນານນັບເປັນຊົ່ວໂມງ ຈົນຊາຍຄົນດັ່ງກ່າວຍອມລົງມາ ໂດຍທີ່ບໍ່ໄດ້ຮັບອາການບາດເຈັບໃດໆ, ພາຍຫລັງການສືບສວນຈິ່ງຮູ້ວ່າ ເຂົາມາຈາກແຂວງນ່ານ ທາງພາກເໜືອຂອງປະເທດໄທ ໂດຍຕ້ອງການຮ້ອງຂໍຄວາມເປັນທຳຈາກນາຍົກລັດຖະມົນຕີ ໃຫ້ກວດສອບການອອກໃບຕາດິນທີ່ຕົກຄ້າງ ໃນປີ 1992 ຢູ່ພື້ນທີ່ແຂວງນ່ານ ໂດຍເຂົາໄດ້ເຄີຍຍື່ນໜັງສືຮ້ອງທຸກມາແລ້ວກ່ອນໜ້ານີ້ ແຕ່ກໍບໍ່ໄດ້ຮັບຄວາມຄືບໜ້າໃດໆ ຈິ່ງໄດ້ຕັດສິນໃຈໃຊ້ວິທີການດັ່ງກ່າວນີ້.

14278571991427857440l

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...