Homeຂ່າວຕ່າງປະເທດສະເທືອນໃຈ! ແອັມນ້ອຍ ນັ່ງໄຫ້ອາໄລໝາແສນຮັກ ຖືກປີ້ງຂາຍຢູ່ແຄມທາງ!

ສະເທືອນໃຈ! ແອັມນ້ອຍ ນັ່ງໄຫ້ອາໄລໝາແສນຮັກ ຖືກປີ້ງຂາຍຢູ່ແຄມທາງ!

Published on

14277885391427788680l

ສະເທືອນໃຈ ສາວນ້ອຍຊາວຫວຽດນາມ ນັ່ງຮ້ອງໄຫ້ອາໄລຮັກ ຫລັງພົບໝາແສນຮັກຂອງຕົນ ຖືກຂຶ້ນເຕົາປີ້ງຂາຍແຄມທາງ.

ສຳນັກຂາວຕ່າງປະເທດ ໄດ້ເຜີຍແຜ່ພາບສະເທືອນໃຈດັ່ງກ່າວນີ້ ໃນວັນທີ 31 ມີນາທີ່ຜ່ານມາ ພ້ອມກັບລະບຸວ່າ ເຫດການດັ່ງກ່າວເກີດຂຶ້ນ ເມື່ອເດັກນ້ອຍຍິງ ອາຍຸ 5 ປີຄົນໜຶ່ງ ຢູ່ທາງພາກເໜືອຂອງປະເທດຫວຽດນາມ ຕ້ອງນັ່ງຮ້ອງໄຫ້ຢູ່ຂ້າງໝາແສນຮັກຂອງນາງ ທີ່ເສຍອອກຈາກເຮືອນໄປ ແລ້ວມາພົບອີກເທື່ອໜຶ່ງ ກໍປະກົດວ່າໄດ້ກາຍເປັນອາຫານຊັ້ນເລີດ ຂຶ້ນເຕົາປີ້ງຂາຍຢູ່ແຄມທາງໃນຕະຫລາດເປັນທີ່ຮຽບຮ້ອຍແລ້ວ.

ແຫລ່ງຂ່າວລາຍງານວ່າ ສາວນ້ອຍຄົນດັ່ງກ່າວນີ້ ໄດ້ລ້ຽງໝາຂອງນາງຊື່ ຟລາວເວີ້ ມາດົນເຖິງ 3 ປີ ກ່ອນທີ່ມັນຈະເສຍ ຈົນຮອດມື້ໜຶ່ງ ເມື່ອສາວນ້ອຍຍ່າງຜ່ານຕະຫລາດ ກໍພົບເຫັນໝາຂອງນາງວາງເທິງກະຕ່າພ້ອມຂາຍ ແລ້ວນາງກໍຮ້ອງໄຫ້ພ້ອມສຽງລັ່ນອອກມາວ່າ ” ອັນນີ້ມັນໝາຂອງຂ້ອຍ! ”

ທັງນີ້ ຮູບພາບດັ່ງກ່າວໄດ້ຖືກແຊຣ໌ສະໜັ່ນທົ່ວສັງຄົມອອນລາຍຂອງຫວຽດນາມ ເຊິ່ງກໍ່ໃຫ້ເກີດການຖົກຖຽງກັນຄັ້ງຍິ່ງໃຫຍ່ໃນສັງຄົມຫວຽດນາມ ກ່ຽວກັບຈາລິຍະທຳໃນສັງຄົມ ວ່າການກິນຊີ້ນໝາເປັນສິ່ງທີ່ສົມຄວນ ຫລື ບໍ່.

ຢ່າງໃດກໍຕາມ ການກິນຊີ້ນໝາຖືເປັນສິ່ງທີ່ຖືກກົດໝາຍໃນຫວຽດນາມ ເຊັ່ນດຽວກັນກັບຢູ່ເກົາຫລີ ໂດຍປັດຈຸບັນມີໝາຫລາຍກ່ວາ 3 ແສນໂຕ ຖືກລັກລອບນຳເຂົ້າຈາກປະເທດໄທ ເນື່ອງຈາກມີປະລິມານຕ້ອງການບໍລິໂພກສູງ.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...