spot_img
Homeຂ່າວຕ່າງປະເທດ ອຶກກະທຶກ ເຮືອບິນໂອຣຽນໄທ ເກືອບຕາຍຍົກລຳ

ອຶກກະທຶກ ເຮືອບິນໂອຣຽນໄທ ເກືອບຕາຍຍົກລຳ

Published on

14277831911427783209l 

ສຳນັກຂ່າວ ເດລິເມວ ລາຍງານເມື່ອວັນທີ 30 ມີນາ ທີ່ຜ່ານມາວ່າ ໄດ້ເກີດເຫດອຶກກະທຶກຂຶ້ນກັບ ເຮືອບິນໂດຍສານ ສາຍການບິນໂອຣຽນໄທ ແອເວ ທ່ຽວບິນຈາກໄທໄປຍັງຈີນ ເມື່ອເຄື່ອງຈັກຂັດຂ້ອງ ເຮັດໃຫ້ຜູ້ໂດຍສານຈຳວນຫຼາຍສິບຄົນ ໜ້າມືດຕາລາຍແລະມີເລືອດອອກ ຍ້ອນພາວະຫູອື້ແລະຂາດອົກຊີ ຂະນະທີ່ນັກບິນຕ້ອງເອົາເຮືອບິນ ລົງຈອດສຸກເສີນທີ່ສະໜາມບິນ ໃນເມືອງຄຸນໝິງ.

ລາຍງານຂ່າວລະບຸວ່າ ເຮືອບິນລຳດັ່ງກ່າວນີ້ເປັນທ່ຽວບິນ ຈາກຈັງຫວັດພູເກັດຂອງໄທ ໄປເມືອງເສີງຕູຂອງຈີນ ທ່ຽວບິນ OX682 ໄດ້ບັນທຸກຜູ້ໂດຍສານຊາວຈີນ ຫຼາຍສິບຄົນທີ່ເດິນທາງມາພັກຜ່ອນ ໃນຈັງຫວັດພູເກັດປະເທດໄທ ແລະເດິນທາງກັບໄປຍັງເມືອງເສີງຕູ ຂອງຈີນ ໃນວັນເສົາທີ 28 ມີນາ ທີ່ຜ່ານມາ.

14277831911427783216l

ໂດຍເຫດອຶກກະທຶກໄດ້ເກີດຂຶ້ນ ຫຼັງຈາກທ່ຽວບິນເຂົ້າສູ່ນ່ານຟ້າ ຂອງປະເທດຈີນແລ້ວ ໂດຍເຄື່ອງຈັກໄດ້ເກີດບັນຫາຂັດຂ້ອງ ບໍ່ເຮັດວຽກແລະໄດ້ເຮັດໃຫ້ ເຮືອບິນ ຫຼຸດລະດັບລົງຢ່າງໄວຫຼາຍພັນຟຸດ ເຮັດໃຫ້ຜູ້ໂດຍສານຈຳນວນຫຼາຍຕ້ອງ ໄດ້ຮັບຄວາມຊ່ວຍເຫຼືອ ຂະນະທີ່ໜ້າກາກອົກຊີເທິງເພດານ ຈົນເຖິງຂັ້ນຕົກລົງມາ ໃນສະພາບທີ່ສຸດສົນລະວົນ ໂດຍຜູ້ໂດຍສານຕ່າງກໍພາກັນຮ້ອງ ແລະໄຫ້ ຢ້ານວ່າເຮືອບິນຈະລະເບີດແຕກກາງອາກາດ ລວມທັງສາວພະນັກງານເທິງເຮືອບິນ ກໍຮ້ອງໄຫ້ເຊັ່ນດຽວກັນ.

ໃນຂະນະທີ່ຈຸບິນໄດ້ຕັດສິນໃຈ ຍົກເລີກການບໍລິການທ່ຽວບິນນີ້ ໂດຍໄດ້ແວະພັກທັນທີທີ່ລົງເຖິງ ສະໜາມບິນເມືອງຄຸນໝິງ ແລະມີການຍ້າຍຜູ້ໂດຍສານທີ່ບໍ່ມີອາການໜັກ ໄປຍັງທ່ຽວບິນຂອງເຄື່ອງບິນອື່ນ ເພື່ອມຸ່ງໜ້າໄປຍັງເມືອງເສີງຕູ. ສ່ວນຜູ້ມີການໜັກແພດຍັງບໍ່ອະນຸຍາດ ໃຫ້ເດິນທາງຕໍ່ໄດ້.

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...