Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານ ນ.ວ ຈຳ​ຄຸກ 5 ປີ ຜູ້​ຄ້າຢາ​ບ້າ​ລາຍ​ຍ່ອຍ ພ້ອມ​ປັບ​ໃໝ 10 ລ້ານ​ກີບ!

ສານ ນ.ວ ຈຳ​ຄຸກ 5 ປີ ຜູ້​ຄ້າຢາ​ບ້າ​ລາຍ​ຍ່ອຍ ພ້ອມ​ປັບ​ໃໝ 10 ລ້ານ​ກີບ!

Published on

thief

ໃນ​ວັນ​ທີ 26 ມີນາຜ່ານ​ມາ ນີ້, ສານປະຊາຊົນຂັ້ນຕົ້ນນະຄອນຫຼວງວຽງຈັນ, ໄດ້ຄົ້ນຄ້ວາບັນດາຂໍ້ມູນຫຼັກຖານ, ເອກະສານຕ່າງໆ ແລະ ຄຳໃຫ້ການຂອງຈຳເລີຍ ທ້າວ ເພັດສະໝອນ ອາຍຸ 32 ປີ ຢູ່ບ້ານ ປາກທ້າງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ຕັດສິນລົງໂທດ ຈຳຄຸກ 5 ປີ ພ້ອມປັບໃໝ ເງິນ 10 ລ້ານກີບ ຕາມມາດຕາ 146 ຂໍ້ 2 ວັກ 1 ຂອງກົດໝາຍອາຍາ. ພາຍຫຼັງຖືກ​ຈັບ​ຕົວ​ໃນ​ຕົ້ນ​ເດືອນກຸມພາ 2014 ຜ່ານ​ມາ ​ໃນ​ຂໍ້​ຫາ​ເສບ ​ແລະ ຄ້າຂາຍ​ຢາ​ເສບ​ຕິດ​ປະ​ເພດ​ຢາ​ບ້າ.

ທ້າວ ເພັດສະໝອນ ຮັບສາລະພາບວ່າ: ຕົນ​ເອງເລີ່ມເສບຢາບ້າມາໄດ້ 3 ປີ ແລ້ວ ແລະ ຕົກມາປີ 2014 ໄດ້ເລີ່ມຂາຍຢາບ້ານຳ​ໂດຍຊື້ ມາ​ຈາກ ທ້າວ ລູ ຄັ້ງລະ 5-10 ເມັດ ໃນລາຄາເມັດລະ 18 ພັນກີບ​ເພື່ອນຳໄປຂາຍຕໍ່ໃຫ້ໄວໜຸ່ມໃນລາຄາເມັດລະ 25 ພັນກີບ. ນອກຈາກນີ້ ຜ່ານມາຜູ້ກ່ຽວເຄີຍຖືກ ປກສ ກຸ່ມບ້ານ ນຳຕົວມາສຶກສາອົບ ຮົມຂັ້ນບ້ານຫຼາຍຄັ້ງແຕ່ຜູ້ກ່ຽວກໍບໍ່ຢຸດເຊົາເສບ ແລະ ຂາຍໃນທີ່ສຸດກໍຖືກຈັບຕົວມາດຳ ເນີນຄະດີຕາມ​ກົດໝາຍ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...