spot_img
Homeຂ່າວຕ່າງປະເທດແຮດ​ປ່າ​ຫລຸດ ປ່ວນ​ເມືອງ​ເນ​ປານ ຊົນ​ຄົນ​ຕາຍ 1 ບາດ​ເຈັບ​ອີກ​ຫລາຍ​ລາຍ!

ແຮດ​ປ່າ​ຫລຸດ ປ່ວນ​ເມືອງ​ເນ​ປານ ຊົນ​ຄົນ​ຕາຍ 1 ບາດ​ເຈັບ​ອີກ​ຫລາຍ​ລາຍ!

Published on

EyWwB5WU57MYnKOuFtJBuCWlCZoawKWNGE0f8OqxqMak68lq5bSpsc

ເກີດ​ເຫດ​ແຮດ​ປ່າ​ຫລຸດ​ອອກ​ຈາກ​ອຸ​ທິ​ຍານ ອາ​ລະ​ວາດ​ສ້າງ​ຄວາມ​ວຸ້ນ​ວາຍ​ໃນ​ຕົວ​ເມືອງ ທາງ​ຕອນ​ໃຕ້​ປະ​ເທດ​ເນ​ປານ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 1 ຄົນ ແລະ ບາດ​ເຈັບ​ຫລາຍ​ລາຍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 31 ມີ​ນາ​ນີ້​ວ່າ ແຮດ​ປ່າ​ໂຕ​ດັ່ງ​ກ່າວ​ໄດ້​ຫລຸດ​ອອກ​ມາ​ຈາກ​ອຸ​ທິ​ຍານ​ແຫ່ງ​ຊາດ ” ຈິ​ດ​ວັນ ” ແລ້ວ​ຫລົງ​ທາງ​ແລ່ນ​ເຂົ້າ​ໄປ​ໃນ​ຖະ​ໜົນ​ໃຈ​ກາງ​ເມືອງ​ເຮ​ຕູ​ອາ​ດາ ເຊິ່ງ​ຢູ່​ບໍ່​ຫ່າງ​ກັນ​ພໍ​ປານ​ໃດ​ຈາກ​ສວນ​ອຸ​ທິ​ຍານ ໃນ​ຕອນ​ເຊົ້າ​ຂອງ​ມື້​ວັນ​ຈັນ​ທີ 30 ມີ​ນາ​ຜ່ານ​ມາ​ນີ້ ໂດຍ​ມັນ​ໄດ້​ແລ່ນ​ຜ່ານ​ຕະ​ຫລາດ ເຊິ່ງ​ເປັນ​ຈຸດ​ຄ້າ​ຂາຍ​ຫລັກ​ຂອງ​ເມືອງ, ແຮດ​ໄດ້​ຊົນ​ບັນ​ດາ​ຜູ້​ຄົນ​ໄດ້​ຮັບ​ບາດ​ເຈັບ 6 ຄົນ ແລະ ມີ​ລາຍ​ງານ​ວ່າ ມີ​ຍິງ​ສູງ​ອາ​ຍຸ​ຄົນ​ໜຶ່ງ ອາ​ຍຸ 61 ປີ ເສຍ​ຊີ​ວິດ​ຈາກ​ການ​ຖືກ​ແຮດ​ຊົນ.

ເບື້ອງ​ຕົ້ນ​ເຈົ້າ​ໜ້າ​ທີ່ ແລະ ຊາວ​ເມືອງ ພະ​ຍາ​ຍາມ​ໃຊ້​ລົດຂັບ ແລະ ບີບ​ແກ​ໄລ່​ຕ້ອນ​ແຮດ​ປ່າ​ໂຕ​ນີ້ ແຕ່​ກໍ​ບໍ່​ໄດ້​ຮັບ​ຜົນ, ຊ້ຳ​ຍັງ​ເຮັດ​ໃຫ້​ມັນ​ແລ່ນ​ຕະ​ເຫລີດ​ໄປ​ທົ່ວ​ເມືອງ ແລະ ແລ່ນ​ເຂົ້າ​ໄປ​ໃນ​ໂຮງ​ໝໍ​ແຫ່ງ​ໜຶ່ງ​ອີກ​ດ້ວຍ, ໃນ​ເວ​ລາ​ຕໍ່​ມາ​ແຮດ​ເລີ່ມ​ສະ​ຫງົບ​ລົງ ແລະ ພັກ​ຢູ່​ໃນ​ເຂດ​ຫລັງ​ໂຮງ​ໝໍ ໂດຍ​ເຈົ້າ​ໜ້າ​ທີ່​ໄດ້​ເອີ້ນ​ເອົາ​ຄວານຊ້າງ​ ໃຫ້​ນຳ​ເອົາ​ຊ້າງ​ມາ​ໄລ່​ຕ້ອນ​ເອົາ​ແຮດ​ໂຕ​ນີ້​ໃຫ້​ຈົນ​ມຸມ ແລ້ວ​ຊ່ວຍ​ກັນ​ຕ້ອນ​ມັນ​ໄປ​ເຂດ​ອະ​ນຸ​ຮັກ​ພັນ​ສັດ​ປ່າ ” ປ່າ​ຊາ ” ເຊິ່ງ​ຢູ່​ຫ່າງ​ຈາກ​ເມືອງ​ຫລວງ​ກາດ​ມັນ​ດຸ ໄປ​ທາງ​ຕາ​ເວັນ​ຕົກ​ສຽງ​ໃຕ້​ປະ​ມານ 60 ກິ​ໂລ​ແມັດ​ໄດ້​ສຳ​ເລັດ.

 

 

ບົດຄວາມຫຼ້າສຸດ

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...