Homeຂ່າວການພັດທະນາສູນການຄ້າວຽງຈັນເຊັນເຕີ ເປີດບໍລິການຢ່າງເປັນທາງການ

ສູນການຄ້າວຽງຈັນເຊັນເຕີ ເປີດບໍລິການຢ່າງເປັນທາງການ

Published on

20150329094634

ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳວຽກ​ງານ​ເສດຖະກິດ ການ​ຜະລິດ ແລະ ຈໍ​ລະ​ຈອນ ທ່ານ ​ດຣ. ສິນ​ລະວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ທ່ານ ກວນ​ຫົວ​ປິນ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ສປ ຈີນ ປະຈຳ ​ສປປ ລາວ ບັນດາ​ນັກທຸລະກິດ ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ ແລະ ຊາວ​ນະຄອນຫຼວງ​ວຽງ​ຈັນ ໄດ້​ເຂົ້າ​ຮ່ວມ​ພິທີເປີດ​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ຢ່າງ​ເປັນ​ທາງ​ການ ວັນ​ທີ 28 ມີນາ 2015.

ທ່ານ​ນາງ ອໍລະໄທ ສັນຕິ​ຄົງ​ຄາ ຜູ້ອຳນວຍການ​ບໍລິສັດ ກຣິດ​ຕິ​ພົງກຣຸບ ຈຳກັດ ກ່າວ​ວ່າ: ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ແມ່ນ​ສູນ​ການ​ຄ້າ​ຄົບ​ວົງ​ຈອນອັນ​ດັບ​ໜຶ່ງ ແລະ ເປັນ​ແຫ່ງ​ທີ​ໜຶ່ງ​ຂອງ​ລາວ ຈະ​ມອບ​ປະສົບ​ການ​ຈັບຈ່າຍ​ໃຊ້​ສອຍ​ສິນຄ້າ​ທີ່​ດີ​ທີ່​ສຸດ​ໃຫ້ແກ່​ປະຊາຊົນ​ ລາວ ໃຫ້ການ​ສະໜັບ​ສະ​ໜູນ​ທາງ​ດ້ານ​ປັດ​ໄຈ ວັດຖຸ ແລະ ຈິດໃຈ​ໃນ​ການ​ຕ້ອນຮັບແຂກ​ບ້ານ​ແຂກເມືອງ​ຂອງ​ລາວ ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ໄດ້ສຳເລັດ​ໃນ​ການ​ນຳ​ເຂົ້າ​ສິນຄ້າຍີ່ຫໍ້​ດັງ​ຂອງ​ໂລກ ສ້າງ​ພື້ນຖານໃຫ້​ແກ່​ສູນ​ການ​ຄ້າ ​ໃນ​ການ​ເປັນເປົ້າ​ໝາຍ​ລວມ​ຂອງ​ສິນຄ້າ​ທີ່​ບໍ່​ມີຢູ່​ບ່ອນ​ອື່ນ​ໃນ​ ນະຄອນຫຼວງ​ວຽງຈັນ ເຊິ່ງ​ປັດຈຸດ​ບັນ​ສິນຄ້າ​ທີ່​ໄດ້ເຊັນ​ສັນຍາ​ ຈະ​ເຂົ້າ​ມາ​ຕັ້ງ​ຢູ່​ໃນສູນ​ການ​ຄ້າ​ແຫ່ງ​ນີ້ ມີ​ທະນາຄານແຫ່ງ ​ສປ ຈີນ ສາຂາ​ນະຄອນຫຼວງ​ວຽງ​ຈັນ ໂຮງ​ຮູບເງົາ​ອິນ​ໂດເນ​ເຊຍ ແພັດ​ຕິ​ນຳ ລອງ​ຈິນ ກຸດຊີ ທິດ​ຊອດ ມິ​ໂດ ຣາ​ໂດ ໂອ​ເມກາ ແລະ ໂມງ​ຍີ່ຫໍ້​ດັງ​ອື່ນໆ ນອກຈາກ​ນີ້​ຍັງ​ມີ​ເຄື່ອງ​ສຳອາງ ເຄື່ອງນຸ່ງ​ຫົ່ມ ເກີບ ກະເປົາ​ຍີ່ຫໍ້​ດັງ​ລະດັບ​ໂລກ ຫຼາຍ​ປະເທດ​ທີ່​ເຂົ້າ​ມາເປີດ​ຮ້ານ​ຄ້າ​ຢູ່​ສູນ​ການ​ຄ້າ​ແຫ່ງ​ນີ້ ​ປະກອບ​ມີ​ປະເທດສິງກະໂປ ສ ເກົາຫຼີ ຮົງ​ກົງ ຈີນ ໄທ ລາວ ອິນໂດ​ເນ​ເຊຍ ແລະ ຫວຽດນາມ.

ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ໄລຍະ​ທຳ​ອິດ​ຈະ​ສະໜອງ​ການຈ້າງ​ງານ​ໂດຍ​ກົງ​ໃຫ້​ແກ່ ​ສປປ ລາວ ຈຳນວນ 300 ກວ່າ​ຕຳແໜ່ງ ນຳພາ​ການ​ພັດທະນາ ແລະ ປັບປຸງ​ຂອງ​ຂະແໜງການທີ່​ກ່ຽວຂ້ອງ ຊ່ວຍ​ໃນ​ການ​ປະຕິບັດ​ຍຸດ​ທະ​ສາດ “ໜຶ່ງ​ເສັ້ນທາງ ໜຶ່ງ​ການ​ພັດທະນາ” ກະ​ຕຸ້ນ​ການພັດທະນາ​ດ້ານ​ເສດຖະກິດ​ຂອງເຂດ​ລຸ່ມ​ແມ່ນ້ຳ​ຂອງ ໂດຍ​ສະເພາະແມ່ນ​ການ​ໄປມາຫາສູ່​ກັນລະຫວ່າງ​ປະຊາຊົນ​ສອງຊາດ ລາວ-ຈີນ ທີ່​ມີ​ຄວາມ​ຈິງ​ໃຈຮ່ວມ​ມື​ກັນ ເຮັດ​ໃຫ້​ເກີດ​ດອກອອກ​ຜົນ.

ສຳລັບ​ສູນ​ການ​ຄ້າ​ວຽງ​ຈັນເຊັນ​ເຕີ ແມ່ນ​ໂຄງການ​ທີ່​ບໍລິສັດລົງທຶນ​ຕ່າງປະເທດ​ແຂວງ​ຢຸນນານ ຈຳກັດ ແລະ ບໍລິສັດ ກຣິດຕິ​ພົງ​ກຣຸບ ຈຳກັດ ພັດທະນາຮ່ວມ​ກັນ ເນື້ອທີ່​ການ​ກໍ່ສ້າງ​ໄລຍະ​ທຳ​ອິດ​ກວມ​ເອົາ​ເນື້ອທີ່ 70 ພັນຕາ​ລາງ​ແມັດ ເຊິ່ງ​ປະກອບ​ມີຫ້າງ​ຊັບ​ພະ​ສິນຄ້າ ແລະ ຫ້ອງການ ໄລຍະ​ສອງ​ແມ່ນ​ວາງ​ແຜນກໍ່ສ້າງ​ອາ​ພັດ​ເມັນ​ລະດັບ​ບູ​ຕິກ ແລະ ໄລຍະ​ສາມ​ມີ​ແຜນ​ກໍ່ສ້າງທຸລະ​ກິດ ໂຮງແຮມ ສູນ​ການ​ຄ້າວຽງ​ຈັນ​ເຊັນ​ເຕີ ຕັ້ງ​ຢູ່​ເຂດ​ສູນການ​ຄ້າ​ທີ່​ສຳຄັນ​ຂອງ​ນະຄອນຫຼວງ​ວຽງ​ຈັນ ໂຄງການ​ດັ່ງກ່າວ ໄດ້​ເລີ່ມ​ລົງມື​ກໍ່ສ້າງ​ເດືອນ​ມີນາ 2012 ໃຊ້​ເວລາ 3 ປີ​ສຳເລັດ​ໄລຍະ​ທີ 1 ແລະ ໄດ້​ເປີດ​ບໍລິການຢ່າງ​ເປັນ​ທາງ​ການ ເພື່ອ​ໃຫ້​ປະຊາ​ຊົນ​ລາວ ແລະ ຕ່າງປະເທດ​ທີ່ດຳລົງ​ຊີວິດ​ຢູ່ ​ສປປ ລາວ ໄດ້​ມີສະຖານທີ່​ຈັບ​ຈ່າຍ​ຊື້​ສິນຄ້າ​ທີ່​ມີ​ຍີ່ຫໍ້​ດັງ​ຈາກ​ຕ່າງປະເທດ ແລະ ມີສະຖານທີ່ພັກຜ່ອນ​ຢ່ອນ​ໃຈ​ຂອງຄອບຄົວ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...