Homeຂ່າວການພັດທະນານ.ວ ເລັ່ງກວດກາ ​ແລະ ​ແກ້​ໄຂ​ສະພາບຄົນຂໍທານໃນຕົວ​ເມືອງ

ນ.ວ ເລັ່ງກວດກາ ​ແລະ ​ແກ້​ໄຂ​ສະພາບຄົນຂໍທານໃນຕົວ​ເມືອງ

Published on

khor than

ຂະແໜງສັງຄົມສົງເຄາະ, ພະແນກແຮງງານແລະສະຫວັດດີການສັງຄົມນະ ຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄຳສັ່ງຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍກນຕ້ານປະກົດການຫຍໍ້ທໍ້ສະບັບເລກທີ 27/ນຍ ລົງວັນທີ 5 ຕຸລາ 2012, ກໍຄືການແກ້ໄຂບັນຫາຄົນຂໍທານໃນຕົວເມືອງນະຄອນຫຼວງວຽງຈັນ ແລະ ຈາກການ ລົງກວດກາຕົວຈິງເຫັນວ່າຄົນຂໍທານມີຈຳນວນເພີ່ມຂຶ້ນເລື້ອຍໆ, ບໍ່ວ່າຈະເປັນເດັກ ນ້ອຍ ແລະ ຜູ້ໃຫຍ່, ຜູ້ທີ່ມີສຸຂະ ພາບແຂງແຮງ, ພິການ, ເສຍຈິດ ແລະ ເດັກນ້ອຍເ ລ້ລ້ອນ​ ​ເຊິ່ງໃນປີ 2014 ຜ່ານມາ, ຄະນະກຳມະການ ແກ້ໄຂຄົນຂໍ້ທານ, ຂັ້ນນະ ຄອນຫຼວງ, ເມືອງ ແລະ ບ້ານ, ສາມາດກວດພົບ ແລະ ເຕົ້າໂຮມຄົນຂໍ້ທານໄປໄວ້ສູນ ສົງເຄາະຈຳ ນວນ 107 ຄົນ ຍິງ 38 ຄົນ, ໃນນັ້ນເປັນຄົນນະຄອນຫຼວງ 71 ຄົນ, ສະຫວັນນະເຂດ 22 ຄົນ ແລະ ແຂວງອື່ນໆອີກຈຳນວນໜຶ່ງ, ພາຍຫຼັງເຕົ້າໂຮມ ແລ້ວ, ຄະນະກຳມະການກໍໄດ້ເກັບກຳປະຫວັດ, ສຳລັບຜູ້ທີ່ມີ ພູມລຳເນົາ ແລະ ມີພໍແມ່, ຍາດພີ່ນ້ອງແມ່ນໄດ້ນຳສົ່ງກັບ ຄືນແຂວງ, ເພື່ອໄປສຶກສາອົບຮົມ, ກໍລະນີຜູ້ທີ່ຕິດຢາເສບຕິດກໍຈະສົ່ງໄປສູນ ບຳບັດ, ສຳລັບຄົນທີ່ເປັນບ້າໃບ້ເສຍຈິດ ແມ່ນ

ຈະມອບໃຫ້ສູນສົ່ງເຄາະເປັນຜູ້ເບິ່ງແຍງດູແລ, ເປັນຕົ້ນແມ່ນ ທີ່ ພັກອາໄສ, ອາຫານການກິນ, ສຸຂະອະນາໄມ, ຢາປິ່ນປົວພະ ຍາດ ແລະ ສອນທັກສະວິຊາຊີບໃຫ້ເຂົາເຈົ້າ, ສຳລັບຕົນປີ 2015 ນີ້, ນະຄອນຫຼວງກໍໄດ້ດຳ​ເນີນແຜນແກ້ໄຂ ຄົນຂໍທານດ້ວຍ ການລົງຕິດຕາມກວດກາຢູ່ຕາມເມືອງ ແລະ ຊຸມຊົນຕ່າງ, ມາຮອດປັດຈຸບັນແມ່ນກວດພົບ ແລະ ເຕົ້າໂຮມຄົນຂໍ້ທານໄດ້​ແລ້ວ 23 ຄົນ, ເປັນຍິງ 11 ຄົນ, ໃນນັ້ນເປັນຄົນນະຄອນຫຼວງ 15 ຄົນ, ສະຫວັນນະເຂດ 7 ຄົນ ແລະ ຫົວພັນ 1 ຄົນ ​ເພື່ອປະຕິບັດ ການຊ່ວຍເຫຼືອດັ່ງຜ່ານ​ມາເພື່ອ​ຊ່ວຍ​ໃຫ້​ນະຄອນຫລວງ​ວຽງ​ຈັນ​ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ປາສະຈາກ​ສິ່ງ​ຫຍໍ້​ທໍ້​ຕ່າງໆ.

ຄະນະ​ກຳມະການ​ດັ່ງກ່າວ​ໃຫ້​ຮູ້ວ່່າ: ສາເຫດຫຼັກທີ່ເຮັດໃຫ້ເກີດມີການຂໍທານ ໃນສັງຄົນແມ່ນ: ເກີດຈາກຄວາມຂີ້ຄານມັກງ່າຍຂອງຕົວເຂົາເຈົ້າເອງ ແລະ ຍັງມີກຸ່ມຄົນຂໍທານຈຳນວນໜຶ່ງຢຶດຖືການຂໍທານເປັນປະເພນີ ແລະ ເກີດຈາກຄົນຜິດປົກກະຕິຂອງຮ່າງກາຍທີ່ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ເຊັ່ນ: ເປັນບ້າໄບ້, ເສຍຈິດ, ພິການ, ເດັກນ້ອຍ ແລະ ເຖົ້າແກ່ສະລາອາ​ນະ​ຖາບໍ່ມີຍາດຕິພີ້ນ້ອງ, ຊຶ່ງຕໍ່ບັນຫານີ້ຄະນະກຳມະການແກ້ໄຂບັນຫາຄົນຂໍທານກໍໄດ້ເອົາ ໃຈໃສ່ແກ້ໄຂ ແລະ ຊ່ວຍເຫຼືອແຕ່ຫຼອດມາເພື່ອເຮັດໃຫ້ຄົນຂໍຄົນໃນສັງຄົມນຫລຸດໜ້ອຍລົງ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...