Homeຂ່າວທ້ອງຖິ່ນບ້ານແສນດິນ ສະໜອງພືດອອກສູ່ຕະຫຼາດມື້ໜຶ່ງ 2 ໂຕນກວ່າ

ບ້ານແສນດິນ ສະໜອງພືດອອກສູ່ຕະຫຼາດມື້ໜຶ່ງ 2 ໂຕນກວ່າ

Published on

20150326144315

ທ່ານ ຄຳ​ດີ ແກ້ວ​ດວງ​ຈິດ ນາຍບ້ານ​ບ້ານ​ແສນ​ດິນ ເມືອງນາ​ຊາຍ​ທອງ ນະຄອນຫຼວງ​ວຽງຈັນ ໄດ້​ກ່າວ​ວ່າ: ບ້ານ​ແສນ​ດິນ ປະກອບ​ມີ 253 ຄອບຄົວ ໃນ​ນັ້ນ 95% ແມ່ນ​ປະກອບ​ອາຊີບ​ກະສິ​ກຳ ແລະ ປູກຝັງ ສຳລັບ​ພືດ​ທີ່ປູກ​ຕົ້ນຕໍ​ແມ່ນສາລີ ເນື້ອທີ່​ປູກສາລີ​ທັງ​ໝົດ ກວມ 760 ກວ່າເຮັກຕາ ສຳລັບ​ປີ​ນີ້​ເກີດ​ໄພ​ແຫ້ງແລງ ຈຶ່ງ​ເປັນ​ສາເຫດ​ໃຫ້​ເນື້ອທີ່ປູກ​ຫຼຸດ​ລົງ​ເຫຼືອ​ພຽງ 100 ກວ່າເຮັກຕາ ແລະ ຖ້າ​ເປັນ​ລະດູຝົນ ກໍ່​ຈະ​ປູກ​ໃນ​ເນື້ອທີ່​ເທົ່າ​ເດີມ ນອກຈາກ​ປູກ​ສາລີ ກໍ່​ໄດ້​ປູກ​ມັນ​ເພົາ ມັນ​ດ້າງ ໝາກອຶ ຮອງ​ລົງ​ມາ​ກໍ່ໄດ້​ປູກ​ເຂົ້າ​ໃນ​ເນື້ອທີ່ 200 ກວ່າເຮັກຕາ ແລະ ຄາດ​ວ່າ​ປີ​ນີ້ ​ຈະ​ໄດ້ຮັບ​ຜົນ​ຜະລິດ​ສະເລ່ຍ 600 ກິ​ໂລຕໍ່​ຄົນ​ຕໍ່​ປີ.

ສຳລັບ​ຄວາມ​ສາມາດ​ໃນການ​ສະໜອງ​ພືດ​ສູ່​ຕະຫຼາດ ມື້ໜຶ່ງ​ໄດ້​ປະມານ 2 ໂຕນ​ກວ່າ ອອກ​ຈຳໜ່າຍ​ໃນ​ຕະຫຼາດ ນວ ສະເລ່ຍ​ລາຍ​ຮັບ​ຕໍ່​ຫົວ​ຄົນ​ແມ່ນ 1.100 ກວ່າ​ໂດ​ລາ​ຕໍ່​ປີ ໂດຍ​ອຳນາດ​ການ​ປົກຄອງ​ໄດ້​ຊຸກຍູ້​ສົ່ງເສີມ ກຸ່ມ​ຄອບຄົວ​ຕົວ​ແບບ​ດ້ານກະສິກຳ ກໍ່​ຄືຊາວ​ກະສິກອນ ໃຫ້​ຫັນ​ມາ​ນຳ​ໃຊ້​ເຕັກນິກ​ທັນ​ສະໄໝ ເຂົ້າ​ໃນ​ການ​ຜະລິດ​ກະສິກຳ ເຊັ່ນ: ໃນ​ລະດູແລ້ງ ແມ່ນ​ໄດ້​ນຳໃຊ້​ຝົນ​ທຽມ​ຂອງ​ລັດຖະບານ ພາຍຫຼັງ​ໄດ້​ນຳ​ໃຊ້​ຝົນ​ທຽມ​ເຂົ້າໃນ​ການ​ປູກ​ສາລີ ເຫັນ​ວ່າຜົນ​ໄດ້ຮັບ​ສູງ​ຂຶ້ນ ສະເລ່ຍ​ເຮັກຕາ​ໜຶ່ງໄດ້​ຮັບ​ຜົນ​ຜະລິດ​ເຖິງ 7 ໂຕນ​ກວ່າ ເມື່ອ​ທຽບໃສ່​ເມື່ອ​ກ່ອນ ​ທີ່​ບໍ່​ໄດ້​ນຳໃຊ້​ຝົນ​ທຽມ​ໄດ້​ຮັບ​ຜົນ​ຜະລິດ​ພຽງ 2 ໂຕນ​ກວ່າ ເຄື່ອງ​ຜະລິດ​ຝົນທຽມ​ປະກອບ​ມີ 6 ເຄື່ອງ ກວມເນື້ອທີ່ 270 ເຮັກຕາ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...