Homeຂ່າວຕ່າງປະເທດດານມາກ ເຂົ້າຮ່ວມເປັນສະມາຊິກ AIIB ຂອງຈີນ ທ່າມກາງຄວາມບໍ່ພໍໃຈຂອງສະຫະລັດ

ດານມາກ ເຂົ້າຮ່ວມເປັນສະມາຊິກ AIIB ຂອງຈີນ ທ່າມກາງຄວາມບໍ່ພໍໃຈຂອງສະຫະລັດ

Published on

608527-01

ຈີນເປີດຮັບດານມາກ ເຊິ່ງເປັນຊາດຕາເວັນຕົກລ່າສຸດ ເຂົ້າເປັນສະມາຊິກ AIIB ທ່າມກາງຄວາມບໍ່ພໍໃຈຂອງສະຫະລັດອາເມຣິກາ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ມີນາຜ່ານມານີ້ວ່າ ລັດຖະມົນຕີກະຊວງການເງິນຂອງຈີນ ປະກາດວ່າ ດານມາກ ຕົກລົງເຂົ້າເປັນສະມາຊິກກໍ່ຕັ້ງ ທະນາຄານເພື່ອການລົງທຶນໃນໂຄງສ້າງພື້ນຖານແຫ່ງອາຊີ ຫລື AIIB ທີ່ນຳໂດຍ ສປ ຈີນ ເປັນຜູ້ຈັດຕັ້ງຂຶ້ນ ເຊິ່ງນັບເປັນຊາດຕາເວັນຕົດລ່າສຸດ ທີ່ເຂົ້າຮ່ວມເປັນສະມາຊິກ ສະຖາບັນການເງິນແຫ່ງໃໝ່ຂອງອາຊີ ທ່າມກາງຄວາມບໍ່ພໍໃຈຂອງສະຫະລັດອາເມຣິກາ.  ທັງນີ້ ດານມາກຈະໄດ້ຮັບການອະນຸມັດ ໃຫ້ມີສະຖານະເປັນສະມາຊິກກໍ່ຕັ້ງ AIIB ຢ່າງເປັນທາງການ ໃນວັນທີ 12 ເມສາ 2015 ເຊິ່ງກ່ອນໜ້ານີ້ ກໍມີປະເທດຣັດເຊຍ, ອົດສະຕາລີ, ໂຮນລັງ ກໍໄດ້ຕັດສິນໃຈເຂົ້າເປັນສະມາຊິກກໍ່ຕັ້ງ AIIB ແລ້ວ ໃນມື້ວັນເສົາທີ 28 ມີນາຜ່ານມາ ໂດຍກຳນົດການເປີດຮັບສະມາຊິກກໍ່ຕັ້ງ AIIB ຂອງ ສປ ຈີນ ຈະມີໄປຈົນເຖິງວັນທີ 31 ມີນານີ້.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...