spot_img
Homeຂ່າວຕ່າງປະເທດ​ແຜ່ນດິນ​ໄຫວ​ ນອກ​ຊາຍ​ຝັ່ງ​ປາ​ປົວ​ນິວກີ​ນີ ຂະໜາດ 7,7 ​ມີ​ເຕືອນ​ໄພ​ສຶນາ​ມິ!

​ແຜ່ນດິນ​ໄຫວ​ ນອກ​ຊາຍ​ຝັ່ງ​ປາ​ປົວ​ນິວກີ​ນີ ຂະໜາດ 7,7 ​ມີ​ເຕືອນ​ໄພ​ສຶນາ​ມິ!

Published on

EyWwB5WU57MYnKOuFqWG9guLLg0vsyuupnsjgPc4issNnhhhz9w9lQ

ເກີດເຫດແຜ່ນດິນໄຫວຂະໜາດ 7,7 ແມັກນິຈູດ ນອກຊາຍຝັ່ງປະເທດປາປົວນິວກີນີ ມີໂອກາດເກີດສຶນາມຶ ໃນລັດສະໝີ 1,000 ກິໂລແມັດ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ມີນານີ້ວ່າ ສຳນັກງານສຳຫລວດທໍລະນີວິທະຍາ ສະຫະລັດອາເມຣິກາ (USGS) ​ໄດ້​ລາຍ​ງານ​ໃນ​ຕອນ​ເຊົ້າ​ຂອງ​ມື້​ນີ້ (30 ມີນາ​) ວ່າ ​ໄດ້​ເກີດ​ແຜ່ນດິນ​ໄຫວ​ຂະໜາດ 7.7 ​ແມັກ​ນິຈູດ ນອກ​ຊາຍ​ຝັ່ງ​ຂອງ​ປະ​ເທດ​ປາ​ປົວ​ນິວກີ​ນີ ​ເລິກ​ລົງ​ໄປ 65 ກິ​ໂລ​ແມັດ ​ແລະ ມີ​ການ​ເຕືອນ​ໄພ​ສຶນາ​ມິ​ ​ໃນ​ລັດສະໝີ 1,000​ ກິ​ໂລ​ແມັດ ຂອງ​ສູນ​ກາງ​ແຜ່ນດິນ​ໄຫວ, ອີກ​ທັງ​ຍັງ​ມີ​ລາຍ​ງານ​ວ່າ ​ເກີດການ​ສັ່ນ​ສະ​ເທືອ​ນຊ້ຳ ຫລື ອັບ​ເຕີ​ຊ໊ອກ ຕາມ​ມາ​ອີກ​ຫລາຍ​ຮອບ ​ເຊິ່ງໜຶ່ງ​ໃນ​ນັ້ນ​ມີ​ຄວາມ​ແຮງ​ເຖິງ 5.7 ​ແມັກ​ນິຈູດ.

ລ່າ​ສຸດ ​ສູນ​ເຕືອນ​ໄພ​ສຶນາ​ມິ​ໃນ​ປາຊີ​ຟິກ (PTWC) ​ໄດ້​ອອກ​ປະກາດ​ສະບັບ​ທີ 4 ​ແລ້ວ ​ໂດຍ​ໃຫ້​ຖື​ວ່າ ສຶນາ​ມິ​ໃນ​ຈຸດ​ອັນຕະລາຍ​ນັ້ນ ​ໄດ້​ຜ່ານ​ໄປ​ແລ້ວ ​ແລະ ຍັງ​ຄົງ​ເຕືອນ​ໃຫ້​ຜູ້​ທີ່​ອາ​ໄສ​ຢູ່​ຕາມ​ແຄມ​ຊາຍ​ຝັ່ງ ​ເຝົ້າ​ລະວັງ​ຕິດຕາມ​ຂ່າວສານ​ຢູ່​ສະ​ເໝີ.

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...