spot_img
Homeຂ່າວຕ່າງປະເທດຊັອກໂລກ ນັກບິນຜູ້ຊ່ວຍເຢຍລະມັນວິງ ເຈຕະນາໃຫ້ເຮືອບິນຕົກ

ຊັອກໂລກ ນັກບິນຜູ້ຊ່ວຍເຢຍລະມັນວິງ ເຈຕະນາໃຫ້ເຮືອບິນຕົກ

Published on

ມື້ນີ້ ວັນທີ 26 ມີນາ 2015 ສຳນັກຂ່າວ ເອເອຟພີລາຍງານວ່າ  ຜົນການສອບສວນເບື້ອງຕົ້ນສາເຫດ ເຮືອບິນແອບັດ ເອ 320 ສາຍການບິນເຢຍລະມັນວິງ ຕົກທີ່ສາຍພູແອລປ໌ ໃນເຂດປະເທດຝຣັ່ງ ພົບຂໍ້ມູນທີ່ໜ້າຕົກໃຈວ່າ ນັກບິນຜູ້ຊ່ວຍໃສ່ລັອກຫ້ອງນັກບິນໄວ້ ບໍ່ໃຫ້ກັບຕັນເຂົ້າໄປ ຈົນກະທັ່ງເຮືອບິນບິນໄປຕຳເອົາພູ ເປັນເຫດໃຫ້ຜູ້ໂດຍສານແລະຈຸບິນ 150 ຄົນ ເສຍຊີວິດທັງໝົດ.

ໄບຣ ໂຣບິນ ໄອຍະການຄະດີ ກ່າວວ່າ ກັບຕັນທີ່ຢູ່ທາງນອກພະຍາຍາມເອີ້ນ ຜູ້ຊ່ວຍນັກບິນແຕ່ບໍ່ມີສຽງຕອບ ໃນນາທີນັ້ນ ນັກບິນຜູ້ຊ່ວຍຄວບຄຸມເຮືອບິນຕາມລຳພັງ ປ່ອຍໃຫ້ເຮືອບິນດິ່ງລົງເລື້ອຍໆ ໂດຍຜູ້ໂດຍສານເອງກໍບໍ່ຮູ້ຄວາມຜິດປົກກະຕິ ຈົນເຖິງຈັງຫວະສຸດທ້າຍ ຕາມທີ່ມີລາຍງານວ່າ ເຮືອບິນດິ່ງລົງຕະຫຼອດ 8 ນາທີ ກ່ອນຈະຕຳໃສ່ກັບເປີ້ນພູ.

ລາຍງານລະບຸພ້ອມວ່າ ກັບຕັນຂອງເຮືອບິນລຳນີ້ ມີຊົ່ວໂມງບິນກວ່າ 6000 ຊົ່ວໂມງ ແລະມີປະສົບການບັງຄັບເຮືອບບິນ ແອບັດລຸ້ນນີ້ມີແລ້ວຫຼາຍກວ່າ 10 ປີ ແຕ່ຜູ້ຊ່ວຍນັກບິນ (ນັກບິນທີ2) ມີຊົ່ວໂມງບິນພຽງ 630 ຊົ່ວໂມງ ແລະຫາກໍເຂົ້າເຮັດວຽກກັບສາຍການບິນ ເມື່ອເດືອນກັນຍາ 2013.

ສ່ວນກ່ອງດຳໜ່ວຍທີສອງ ເຊິ່ງເປັນໜ່ວຍບັນທຶກຂໍ້ມູນການບິນ ເຈົ້າໜ້າທີ່ພົບພຽງແຕ່ກ່ອງພາຍນອກ ທີ່ເສຍຫາຍບິດບ້ຽວຢ່າງຮຸນແຮງຈາກການຕຳ ແຕ່ຊີ້ນສ່ວນພາຍໃນຍັງບໍ່ພົບ.

ໃນຂະນະທີ່ການຄົ້ນຫາເປັນໄປດ້ວຍຄວາມຍາກ ເຂົ້າເຖິງໄດ້ດ້ວຍເຮລິກັອບແຕເທົ່ານັ້ນ ເນື່ອງຈາກຈຸດເກີດເຫດເປັນພື້ນທີ່ສູງຊັນ ເໜືອລະດັບນ້ຳທະເລກວ່າ 1,500 ແມັດ ຂະນະທີ່ເຄື່ອງແອບັດນັ້ນແຫຼກ ເປັນຊີ້ເລັກໆນ້ອຍໆ ກະແຈກກະຈາຍທົ່ວບໍລິເວນ.

ມື້ດຽວກັນ ປະທານາທິບໍດີຟຣັງຊົວ ອອລລອງ ຂອງຝຣັ່ງ ແລະນາງແອງເອລາແມເຄີລ ນາຍົກລັດຖະມົນຕີເຢຍລະມັນ ພ້ອມດ້ວຍທ່ານ ມາຣິອາໂນ ຣາຄອຍ ນາຍົກລັດຖະມົນຕີສະເປນ ເດິນທາງໄປຍັງຈຸດຖານປະຕິບັດການສ່ວນໜ້າ ໃກ້ກັບຈຸດເກີດເຫດເພື່ອສັງເກດການ ໂດຍເຈົ້າໜ້າທີ່ທີ່ຢູ່ລະຫວ່າງລຳລຽງຊີ້ນສ່ວນ ຮ່າງຜູ້ເສຍຊີວິດ ມາຍັງຖານດັ່ງກ່າວ ເພື່ອພິສູດອັດຕະລັກ ແລະຢືນຢັນສັນຊາດ.

 

 

 

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...