Homeຄວາມງາມໝຸ່ມ​ຝີ​ມື​ດີແຕ່ງ​ໜ້າ​ຂັ້ນ​ສຸດຍອດ

ໝຸ່ມ​ຝີ​ມື​ດີແຕ່ງ​ໜ້າ​ຂັ້ນ​ສຸດຍອດ

Published on

15679

          ໜຸ່ມ​ຟິ​ລິ​ປິນ​ຝີ​ມື​ແຕ່ງ​ໜ້າ​ຂັ້ນ​ເທບແປງ​ໂສມ​ໃຫ້​ຕົວ​ເອງ​ເປັນ​ເຊ​ເລບ​ລິ​ຕີ້​ຈາກ​ຮໍ​ລີ​ວູດ​ໄດ້​ໃນ​ພິບ​ຕາແລ້ວ​ບໍ່ແມ່ນ​ທຳມະດາ​ຈະ​ເອີ້ນໄດ້ວ່າ​ເຄື່ອງ​ສຳ​ອາງ​ເປັນ​ດັ່ງ​ມົນ​ວິ​ເສດ​ກໍ​ຄົງ​ບໍ່​ຜິດເພາະ​ມັນ​ສາມາດ​ຊ່ວຍ​ເນລະມິດ​ໃຫ້​ໃບ​ໜ້າ​ຜູ້ຍິງ​ງາມ​ຂຶ້ນ​ໄດ້ແຖມ​ຖ້າ​ຢາກ​ແຕ່ງ​ໃຫ້​ໄດ້​ຄື​ໃຜ​ທີ່​ເຮົາ​ມັກກໍ​ເປັນ​ໄດ້​ທັນ​ທີ​ໂດຍ​ບໍ່​ຕ້ອງ​ພຶ່ງ​ສັນລະຍະ​ກຳພຽງມີ​ຝີ​ມື​ຢ່າງ​ດຽວ​ກໍ​ເກີນ​ພໍ​ແລ້ວແຕ່​ໃຜ​ວ່າ​ການ​ແຕ່ງ​ໜ້າ​ເປັນ​ເລື່ອງ​ຂອງ​ຜູ້ຍິງ​ຢ່າງ​ດຽວ​ເບິ່ງ​ໜຸ່ມ​ຄົນ​ນີ້​ຝີ​ມື​ການ​ແຕ່ງ​ໜ້າ​ເຂົ້າ​ຂັ້ນ​ໂປ​ສຸດໆເລີຍ​ແຫລະບໍ່​ວ່າ​ຈະ​ແຕ່ງ​ຄື​ໃຜກໍ​ເນລະ​ມິດ​ອອກ​ມາ​ໄດ້​ຄື​​ເລີຍ
ເວັບ​ໄຊຣັບ​ຟິງ​ຕັນ​ໂພດລະ​ບຸ​ໃນ​ລາຍ​ງານ​ເມື່ອ​ວັນທີ່10ມີ​ນາ2015ວ່າໜຸ່ມ​ຝີ​ມື​ແຕ່ງ​ໜ້າ​ຂັ້ນ​ເທບ​ຄົນ​ນີ້​ມີ​ນາມ​ວ່າ ເປົາ​ໂລ ບາ​ເຍດ​ເຕ​ໂລດ (Paolo Ballesteros) ຊາວ​ຟິ​ລິບ​ປິນ​ອາຍຸ32ປີທີ່​ມີ​ອາ​ຊີບ​ເປັນ​ທັງ​ຊ່າງ​ແຕ່ງ​ໜ້າ​ແລະ​ນັກ​ສະແດງເຂົາ​ເກີດ​​ຄວາມຄິດ​ມ່ວນໆຂຶ້ນ​ມາດ້ວຍ​ການ​ແຕ່ງ​ໜ້າ​ແປງ​ໂສມ​ຕົວ​ເອງ​ໃຫ້​ກາຍ​ເປັນ​ເຊ​ເລບ​ລິ​ຕີ້​ຮໍ​ລີ​ວູດແລ້ວ​ໂພດ​ຮູບ​ພາບ​ກ່ອນຫລັງ​ແຕ່ງ​ລົງ​ໃນ​ອິ​ນ​ຕາ​ແກມ​ສ່ວນ​ຕົວງານ​ນີ້​ຊາວ​ເນັດ​ແຫ່​ກົດ​ໄລ​ກັນ​ເຕັມເລີຍ​ແຫລະ
ພໍ​ໄດ້​ເຫັນ​ແລ້ວ​ຕ້ອງ​ບອກ​ເລີຍ​ວ່າຝີ​ມື​ການ​ແຕ່ງ​ໜ້າ​ຂອງເຂົາ​ເຂົ້າ​ຂັ້ນ​​ເທບ​ເລີຍ​ແທ້ໆເພາະ​ຈາກ​ຜູ້​ຊາຍ​ໜ້າ​ແມນໆກາຍ​ເປັນ​ເຊ​ເລບ​ລິ​ຕີ້​ສາວ​ໃນ​ທັນ​ທີແຖມ​ຍັງ​ຄື​ຫລາຍ​ຈົນ​ເດົາ​ບໍ່​ອອກ

1

(Kendall Jenner)

 2

(Kim Kardashian)

 3

(Dakota Johnson)

 4

(Cate Blanchett)

 5

(Julianne Moore)

 6

(Taylor Swift)

7

(Cher)

ບົດຄວາມຫຼ້າສຸດ

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...