spot_img
Homeຂ່າວຕ່າງປະເທດຈີນ ປະຫານຊີວິດ ຜູ້ກໍ່ການຮ້າຍ 3 ຄົນ

ຈີນ ປະຫານຊີວິດ ຜູ້ກໍ່ການຮ້າຍ 3 ຄົນ

Published on

1526629_1399650633685020_3560406217376223553_n
ຈີນ ໄດ້ປະຫານຊີວິດຜູ້ຊາຍສາມຄົນ ໃນຂໍ້ຫາ ມີບົດບາດກ່ຽວກັບການໂຈມຕີຮ້າຍແຮງ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 31 ຄົນ ໃນປີກາຍນີ້ ຢູ່ທີ່ສະຖານີລົດໄຟ ເມືອງ Kunming ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ.

ອີງຕາມຖະແຫລງການ ຂອງສານປະຊາຊົນຊັ້ນກາງ ເມືອງKunming ແລ້ວ ຜູ້ຊາຍທັງສາມຄົນ ທີ່ລະບຸຊື່ວ່າ ແມ່ນທ້າວ Iskandar Ehet ທ້າວ Turgun Tohtunyaz ແລະທ້າວ Hasayn Muhammad ໄດ້ຖືກປະຫານຊີວິດໃນວັນອັງຄານມື້ນີ້.

ບຸກຄົນທັງສາມ ໄດ້ຖືກຕັດສິນລົງໂທດໃນເດືອນກັນຍາປີກາຍ ໃນຖານຂ້າຄົນ ແລະເປັນຜູ້ນຳກຸ່ມກໍ່ການຮ້າຍ ຊຶ່ງບັນດາເຈົ້າໜ້າທີ່ກ່າວວ່າ ໄດ້ທຳການໂຈມຕີ ໂດຍເອົາມີດແທງຜູ້ຄົນ ໃນເດືອນມີນາ ປີ 2014 ຢູ່ທີ່ສະຖານີລົດໄຟ ເມືອງ Kunming.

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...