spot_img
Homeຄວາມງາມອາການ​ຂອງ​ຜິວ​ຂາດ​ນ້ຳ ສາມາດ​ສັງເກດ​ໄດ້​ຈາກ.....

ອາການ​ຂອງ​ຜິວ​ຂາດ​ນ້ຳ ສາມາດ​ສັງເກດ​ໄດ້​ຈາກ…..

Published on

9375_1

   – ຜິວ​ແຫ້ງລອກ ແລະ ​ອາດ​ເປັນ​ຂຸຍ​ໂດຍ​ບໍ່​ຮູ້​ສາ​ເຫດ ຖ້າລອງ​ເອົາ​ເລັບ​ຂວັດ​ເບົາໆ ຈະ​ເຫັນ​ວ່າ​ຜິວ​ຈະ​ເປັນ​ຮອຍ​ເລັບ ແລະ ​ມີ​ສີ​ຂາວ​ເປັນ​ທາງ​ຍາວ
– ດ໋ຽວ​ຜິວ​ແຫ້ງ ດ໋ຽວ​ຜິວ​ມັນ ອາດຈະ​ເກີດ​ໄດ້​ໃນ​ລະ​ຍະ​ເວລາ​ອັນ​ສັ້ນ​ກັບ​ໄປ​ກັບ​ມາ ຫລື ​ບາງ​ຄົນ​ອາດຈະ​ໜ້າ​ແຫ້ງ​ລອກ​ທັງ​ທີ່​ໜ້າ​ມັນ
– ແຕ່ງ​ໜ້າ​ບໍ່​ຕິດ ເຄື່ອງ​ສຳ​ອາງ​ຢູ່​ບໍ່​ທົນ ທາ​ຄີມ​ບໍ່​ຄ່ອຍ​ຊຶມ ແລະ ​ທາຮອງ​ພື້ນ​ໃສ່​ໜ້າ​ແລ້ວ​ເປັນ​ຂຸຍໆ ຈຸດ​ນີ້​ແມ່ນ​ຈະ​ຄ້າຍ​ກັບ​ອາການ​ຜິວ​ແຫ້ງ ແຕ່​ຈະ​ແຕກ​ຕ່າງ​ກັນ​ບ່ອນທີ່​ຜິວ​ແຫ້ງ​ການ​ດູດ​ຊຶມ​ກໍ​ຍັງ​ເປັນ​ໄປ​ຕາມ​ປົກກະຕິ ຍັງ​ສາມາດ​ເກ່ຍ​ເຄື່ອງ​ສຳ​ອາງ​ແລະ​ຄີມ​ບຳ​ລຸງ​ໄດ້​ງ່າຍ ແຕ່​ຜິວ​ຂາດ​ນ້ຳ​ຜິວ​ຈະ​ບໍ່​ດູດ​ຊຶມ​ເນື້ອ​ຄີມ​ທີ່​ມີ​ຄວາມ​ເຂັ້ມ​ຂົ້ນ​ໄດ້​ເລີຍ
– ຜິວ​ໜ້າ​​ບໍ່​ສົດ​ໃສ  ຜິວ​ຂາດ​ນ້ຳ​ຈະ​ເຮັດໃຫ້​ຜິວ​ຂາດ​ຄວາມ​ຊຸ່ມ​ຊື້ນຜິວ​ຈະ​ເບິ່ງ​ແຫ້ງ ແລະ​ ເບິ່ງ​ຫຍາບ​ກ້ານ​ຂຶ້ນ ເວລາ​ສຳ​ຜັດ​ທີ່​ບໍລິເວນ​ຜິວ​ຈະ​ຮູ້​ທັນ​ທີ​ວ່າ​ຜິວ​ຈະ​ບໍ່​ນຸ່ມ ຫລື ​ບໍ່​ກະ​ຊັບ​ເຊັ່ນ​ເຄີຍ
– ຄົົນທີ່​ຜິວ​ຂາດ​ນ້ຳ​ຫລາຍ​ໆ ອາດຈະ​ເກີດ​ຜື່ນ​ແພ້ ຜິວ​ແດງ​ເປັນຈ້ຳ ຜິວ​ອັກ​ເສບ ແລະ​ເກີດ​ອາການ​ແພ້​ງ່າຍ​ໄດ້ ເນື່ອງ​ຈາກ​ໂຄງ​ສ້າງ​ຜິວ​ກຳ​ລັງ​ຂາດ​ຄວາມ​ຍືດ​ຫຍຸ່ນ

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...