spot_img
Homeຄວາມງາມເຄັດລັບ​ອວດ​ຜິວ​ງາມ​ໃສ​ຢ່າງ​ທຳມະຊາດໂດຍບໍ່​ເພຶ່ງ​ຄີມ​ແພງໆ

ເຄັດລັບ​ອວດ​ຜິວ​ງາມ​ໃສ​ຢ່າງ​ທຳມະຊາດໂດຍບໍ່​ເພຶ່ງ​ຄີມ​ແພງໆ

Published on

images

     ເຄື່ອງ​ສຳ​ອາງ​ສາລະພັດ​ຊະນິດອາດ​ເຮັດໃຫ້​ຜິວ​ຂອງ​ເຮົາ​ຕ້ອງ​ເຈີ​ກັບ​ສານ​ເຄ​ມີ​ຫລວງຫລາຍ​ຫລາຍ​ຊະນິດ ມື້​ນີ້​ເຮົາ​ເລີຍ​ບໍ່​ພາດ​ທີ່​ຈະ​ຊວນ​ສາວໆມາ​ຮ່ວມ​ອວດ​ຜິວ​ງາມ​ໂດຍ​ປອດ​ເຄື່ອງ​ສຳ​ອາງ​ກັນ​

  1. ຮູ້​ຈັກ​ຜິວ ທຳມະຊາດ​ຜິວ​ຂອງ​ຄົນ​ເຮົາ​ເປັນພຽງ​ເຍື່ອ​ບຸ​ຜິວ​ທີ່ແມ່ນ​ຫຍັງ​ຕໍ່ແມ່ນ​ຫຍັງ​ສາມາດ​ຊຶມ​ຜ່ານ​ໄດ້ ອີກ​ທັງ​ສິ່ງ​ແປກປອມ​ຕ່າງໆທີ່​ທາ​ລົງ​ເທິງ​ຜິວ​ກໍ​ຈະ​ຊຶມ​ເຂົ້າ​ສູ່​ຕົວ​ເຮົາ​ໄດ້​ຫລາຍ​ເຖິງ 60%
  2. ຫາ​ຂໍ້​ມູນ​ຫລາຍໆ ເຄື່ອງ​ສຳ​ອາງ​ແລະ​ຜະລິດຕະພັນ​ບຳ​ລຸງ​ຜິວ​ທີ່​ມີ​ຢູ່ໃນ​ທ້ອງຕະ​ຫລາດບໍ່​ໄດ້​ຈະ​ມີ​ການ​ທົດສອບ​ໃນ​ຫ້ອງ​ແລັບ​ໄປ​​ທຸກ​ອັນດັ່ງ​ນັ້ນ​ກ່ອນ​ຊື້​ກໍ​ລອງ​ຈົດ​ສ່ວນ​ປະສົມແລ້ວ​ໄປ​ຄົ້ນ​ຂໍ້​ມູນ​ເບິ່ງ​ກ່ອນ​ວ່າ​ຜົນດີີ​ແລະ​ຜົນ​ເສຍ​ຄຸ້ມ​ກັນ​ຫລື​ບໍ່
  3. ຜະເຊີນ​ໜ້າ​ກັບ​ຄວາມ​ຈິງ ຕ້ອງ​ຍອມ​ຮັບ​ວ່າ​ບໍ່​ມີ​ຄີມ​ລາ​ຄາ​ແພງ​ຫລື​ເຄື່ອງ​ສຳ​ອາງ​ຊະນິດ​ໃດ​ທີ່​ຈະ​ປ່ຽນ​ເຈົ້າ​ໃຫ້ເປັນ​ຄົນ​ໃໝ່​ໄດ້​ໃນ​ພິບ​ຕາ​ເນື່ອງ​ຈາກຜິວ,ຜົມ,ດວງ​ຕາແລະ​ອີກ​ຫລາຍ​ອະໄວຍະວະ​ໃນ​ຮ່າງກາຍ​ຖືກ​ກຳນົດ​ໂດຍ​ພັນ​ທຸ​ກຳເຄື່ອງ​ສຳ​ອາງ​ປ່ຽນ​ເຈົ້າ​ໄດ້​ຊົ່ວ​ຄາວ​ເທົ່າ​ນັ້ນນອກ​ຈາກ​ນີ້​ກໍ​ຍັງ​ຕ້ອງ​ເຈີ​ກັບ​ມົນລະ​ພາ​ວະຮອບ​ຕົວ​ຄືແສງ​ແດດ​ລວມ​ເຖິງ​ອາ​ຍຸ​ທີ່​ຫລາຍ​ຂຶ້ນແລະ​ການ​ໃຊ້​ຊີວິດ​ທີ່​ລ້ວນ​ແຕ່​ສົ່ງ​ຜົນ​ຕໍ່​ສະພາບ​ຮ່າງກາຍ​ນຳ

ບົດຄວາມຫຼ້າສຸດ

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...