spot_img
Homeຂ່າວຕ່າງປະເທດແມ່​ໂຊເຕັ້ນໂດຍ​ມີ​ລູກ​ສາວ2ປີ​ຢູ່​ເທິງ​ຫລັງ

ແມ່​ໂຊເຕັ້ນໂດຍ​ມີ​ລູກ​ສາວ2ປີ​ຢູ່​ເທິງ​ຫລັງ

Published on

08_45

     ​ແມ່​ໂຊ​ເຕັ້ນ​​ຮູດ​ເສົາດ້ວຍ​ທ່ວງ​ທ່າ​ທີ່​ສວຍງາມ​ແລະ​ແຂງ​ແຮງພ້ອມ​ກັບ​ລູກ​ສາວ​ອາຍຸ2ປີໂດຍ​ການ​ໃຊ້​ຜ້າ​ຫໍ່​ຕົວ​ລູກ​ມັດ​ຕິດ​ໄວ້​ທີ່ດ້ານ​ຫລັງ​ຂອງ​ນາງແລະ​ນີ້​ບໍ່ແມ່ນ​ພາບທຳອິດ​ຈາກ​ເຈົ້າ​ແມ່​ຄົນ​ນີ້​ທີ່​​ໂຊ​ເຕັ້ນ​ກັບ​ລູ​ກ​ໂຊ ໂຊ​ຊຽວແຕ່​​ກ່ອນ​ໜ້າ​ນີ້​ນາງ​ກໍ​ເຄີຍ​ຖືກ​ວິ​ຈານມາ​ແລ້ວ​ວ່າ​ບໍ່​ເໝາະ​ສົມ

ເວັບ​ໄຊ​ເມ​ໂຊ​ຂອງ​ອັງ​ກິດລະ​ບຸ​ໃນ​ລາຍ​ງານ​ເມື່ອ​ວັນທີ່21ມີ​ນາ2015ວ່າ ແອດ​ລີ ໄວ​(Ashley Wright)ແມ່​ທີ່​ເຄີຍຖືກ​ໂຈມ​ຕີ​ຢ່າງ​ໜັກ​ຈາກ​ໂລກ​ໂຊ​ຊຽວເນື່ອງ​ຈາກ​ນາງ​ເຄີຍ​ປ່ອຍ​ຄິບ​ວິ​ດີ​ໂອ​ໂຊ​ເຕັ້ນຮູດ​ເສົາ​ໂດຍ​ໃສ່ແຕ່​ສະລິບ​ແລະ​ເສື້ອຊ້ອມຊຶ່ງ​ໃນ​ຄິບ​ນັ້ນ​ລູກ​ສາວ​ຕົວ​ນ້ອຍ​ກໍ​ຍືນ​ເບິ່ງ​ໃກ້​ໆລ່າ​ສຸດ​ນາງ​ໄດ້​ປ່ອຍ​ຄິບ​ວິ​ດີ​ໂອ​ໂຊ​ເຕັ້ນ​​ໃໝ່​ອອກ​ມາ​ແລ້ວ
ການເຕັ້ນ​​ໃໝ່​ເບິ່ງ​ແລ້ວ​ບໍ່​ທຳມະດາ​ເລີຍ​ແຫລະເພາະ​ນາງ​ເຕັ້ນ​ໄປ​ພ້ອມໆກັບ​ແຊນ​ນອນ (Shannon)ລູກ​ສາວ2ປີດ້ວຍ​ການ​ໃຊ້​ຜ້າ​ຫໍ່​ຕົວ​ລູກ​ໃຫ້​ຕິດ​ກັບ​ຫລັງ​ຂອງ​ນາງແລ້ວ​ເຕັ້ນ​ໂຊ​ດ້ວຍ​ທ່ວງ​ທ່າ​ທີ່​ສວຍງາມແຂງ​ແຮງແລະ​ເຕັມ​ປ່ຽມ​ໄປ​ດ້ວຍ​ພະລັງນອກຈາກ​ນີ້​ນາງ​ຍັງ​ຂຽນ​ໄວ້​ໃນບ໋ອກ​ສ່ວນ​ຕົວ​ວ່າ”ມີ​ຫລາຍ​ຄົົນທີ່​ເບິ່ງ​ແລະ​ຮູ້ສຶກ​ຫລົງ​ຮັກ​ໃນ​ການ​ເຕັ້ນ​ຂອງ​ຂ້ອຍ​ກັບ​ລູກຂ້ອຍ​ຈຶ່ງ​ຄິດ​ໄວ້​ແລ້ວ​ແຫລະ​ວ່າມັນ​ເຖິງ​ເວລາ​ແລ້ວ​ທີ່​ຈະ​ສ້າງ​ແລະ​ບັນ​ທຶກ​ປະສົບການ​ທີ່​ສວຍງາມ​ນຳກັນ​ອີກ​ຄັ້ງຄື​ຕອນ​ທີ່​ເຮົາ​ມີ​ນຳກັນ​ຕອນ​ຂ້ອຍ​ຖືພາ​ໄດ້ 6 ເດືອນ​

 

03_65

09_36

01_172

05_53

 

 

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...