Homeຂ່າວຕ່າງປະເທດສາວໂຣມານີ ປະກາດຮັບຊາຍເຮັດໃຫ້ນາງມີລູກ ແລກຄ່າຈ້າງ 350 ປອນ!

ສາວໂຣມານີ ປະກາດຮັບຊາຍເຮັດໃຫ້ນາງມີລູກ ແລກຄ່າຈ້າງ 350 ປອນ!

Published on

romania

 

ສາວໂພສຕ໌ເຟສບຸກ ປະກາດຮັບຊາຍເຮັດໃຫ້ນາງມີລູກ ແລກກັບຄ່າຈ້າງ 4,250,000 ກີບ ເພາະຢາກມີລູກ ແຕ່ບໍ່ຢາກມີຜົວ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22​ ມີນາຜ່ານມານີ້ວ່າ ຍິງສາວຄົນໜຶ່ງຢູ່ປະເທດໂຣມານີ ຊື່ນາງ ອະເດລິນາ ອັນບູ ໄດ້ໂພສຕ໌ພາບຖ່າຍຂອງຕົນເອງລົງໃນເຟສບຸກ ເພື່ອຂໍຈ້າງຊາຍໜຸ່ມມາເຮັດໃຫ້ນາງມີລູກ ແລກກັບຄ່າຈ້າງ 350 ປອນ (ປະມານ 4,250,000 ກີບ) ພ້ອມກັບການມີຄວາມສຸກເທິງຕຽງກັບນາງ.

ທັງນີ້ ໃຜກໍຕາມທີ່ສົນໃຈຮັບຂໍ້ສະເໜີດັງກ່າວ ກໍຕ້ອງໄດ້ຜ່ານການທົດສອບ ແລະ ຕ້ອງມອບສິດໃນການລ້ຽງດູລູກໃຫ້ແກ່ນາງ ເນື່ອງຈາກນາງເບິ່ງວ່າ ຜູ້ຊາຍເປັນຄົນທີ່ມັກຄິດເຖິງເລື່ອງຂອງຕົນເອງ ແລະ ນາງເອງເປັນຄົນທີ່ຕ້ອງການມີລູກ ແລະ ຮັກອິດສະຫລະ ໂດຍບໍ່ຕ້ອງການມີແຟນ ຫລື ສາມີແຕ່ຢ່າງໃດ.

ພາຍຫລັງການໂພສຕ໌ດັ່ງກ່າວ ຖືກເຜີຍແຜ່ຜ່ານທາງເຟສບຸກ ກໍມີຜູ້ຊາຍຕ່າງກໍພາກັນຍື່ນຂໍ້ສະເໜີມາ ພ້ອມທັງຍ້ອງວ່ານາງເປັນຄົນທີ່ເຂັ້ມແຂງຫລາຍ ທີ່ຈະເບິ່ງແຍງລູກດ້ວຍຕົນເອງໄດ້, ແນວໃດກໍຕາມ ນາງຍັງບໍ່ທັນຕອບຕົກລົງຂໍ້ສະເໜີດັ່ງກ່າວກັບໃຜແຕ່ຢ່າງໃດ ໂດຍໃນຂະນະດຽວກັນນັ້ນ ກໍມີຜູ້ໃຊ້ເຟສບຸກບາງຄົນກໍໄດ້ເຕືອນວ່າ ລະວັງຕິດເຊື້ອ HIV ຈາກນາງດ້ວຍ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...