HomeBaby-ແມ່ແລະເດັກຈຸລິນຊີສຸຂະພາບໃນນ້ຳນົມແມ່

ຈຸລິນຊີສຸຂະພາບໃນນ້ຳນົມແມ່

Published on

325_1

ໂປ​ໄບ​ໂອ​ຕິກ”(Probiotics)ອາດ​ເປັນ​ຄຳທີ່​ຟັງ​ເບິ່ງ​ໃໝ່​ແລະ​ບໍ່​ຄຸ້ນ​ຫູແຕ່​ເຊື່ອ​ວ່າ​ຫລາຍ​ຄົນ​ອາດ​ໄດ້ຍິນ​ກັນ​ມາແດ່​ແລ້ວຖ້າ​ກ່າວ​ໃຫ້​ເຂົ້າໃຈ​ງ່າຍໆໂປ​ໄບ​ໂອ​ຕິກ​ກໍ​ຄື​ຈຸລິນຊີສຸຂະພາບຊຶ່ງ​ຈັດ​ເປັນ​ເຊື້ອ​ແບກ​ທີ​ເຣຍ​ທີ່​ເປັນ​ມິດ​ກັບ​ຮ່າງກາຍແລະ​ເປັນ​ແບກ​ທີ​ເຣຍ​ຊະນິດ​ດຽວ​ກັບ​ແບກ​ທີ​ເຣຍ​ໃນ​ນ້ຳ​ນົມ​ແມ່ນອກ​ຈາກ​ນີ້​ຍັງ​ສາມາດ​ພົບ​ໄດ້​ຕາມ​ສ່ວນ​ຕ່າງໆ​ຂອງ​ຮ່າງກາຍໂດຍ​ສະເພາະ​ບໍລິເວນ​ໃນ​ຊ່ອງຄອດແລະ​ສຳ​ໄສ້​ໃຫຍ່​ຈະ​ພົບ​ຫລາຍ​ເປັນ​ພິ​ເສດດັ່ງ​ທີ່​ຮູ້​ກັນ​ແລ້ວ​ວ່າ​ໃນ​ນ້ຳ​ນົມ​ແມ່​ມີ​ປະໂຫຍດ​ຫລາກຫລາຍໜຶ່ງ​ໃນ​ນັ້ນ​ກໍ​ຄືຖ້າ​ເຮົາ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່​ກໍ​ຈະ​ບໍ່​ຕ້ອງ​ກັງ​ວົນ​ກັບ​ເລື່ອງ​ການສ້າງ​ພູ​ມຄຸ້ມ​ກັນເພາະ​ເດັກນ້ອຍ​ຈະ​ໄດ້ຮັບ​ໂປ​ໄບ​ໂອ​ຕິກ​ທາງ​ປາກ​ແລະ​ດັງ​ເຂົ້າ​ສູ່​ລຳ​ໄສ້​ໃຫຍ່ຂອງ​ເດັກນ້ອຍ​ເອງຈຸລິນຊີ​ເຫລົ່າ​ນີ້​ຈະ​ເລີ່ມ​ເພີ່ມ​ຈຳນວນ​ຂຶ້ນ​ເປັນ​ທະ​ວີ​ຄູນ​ທັນ​ທີ​ໃນ​ກະເພາະ​ອາຫານ​ແລະ​ລຳ​ໄສ້​ຂອງ​ເດັກນ້ອຍເພື່ອ​ເສີມ​ສ້າງ​ພູ​ມ​ຄຸ້ມ​ກັນ

ສາດ​ສະດາ​ຈານ​ຊາ​ວສະວີ​ເດນຄົ້ນ​ພົບ​ວ່າໂປ​ໄບ​ໂອ​ຕິກ​ນັ້ນ​ສາມາດ​ຊ່ວຍ​ຫລຸດ​ຈຳນວນ​ການ​ຕິດ​ເຊື້ອ​ໃນ​ສູນ​ຮັບ​ລ້ຽງ​ເດັກ​​ເກີດໃໝ່​ໄດ້ໂດຍ​ໄດ້​ມີການ​ວິ​ໄຈ​ກັບ​ເດັກ​ນ້ອຍ200ຄົນແລະ​ພົບ​ວ່າ​ການ​ໃຫ້​ໂປ​ໄບ​ໂອ​ຕິກ​ກັບ​ເດັກ​ເດັກນ້ອຍ​ທຸກ​ມື້​ນັ້ນ​ມີ​ຜົນ​ເຮັດໃຫ້​ເດັກນ້ອຍ​ເຫລົ່າ​ນັ້ນ​ເປັນ​ໄຂ້​ແລະ​ເປັນ​ພະຍາດ​ຖອກທ້ອງ​ໜ້ອຍ​ລົງບົດ​ບາດ​ຂອງ​ໂປ​ໄບ​ໂອ​ຕິກ​ນັ້ນ​ຈະ​ຊ່ວຍ​ໃນ​ການ​ປ້ອງ​ກັນ​ພະຍາດ​ແລະ​ສ້າງ​ພູ​ມ​ຄຸ້ມ​ກັນໂດຍ​ຈະ​ຊ່ວຍ​ຂ້າ​ເຊື້ອ​ແບກ​ທີ​ເຣຍ​ທີ່​ກໍ່​ພະຍາດ​ທີ່​ຕິດ​ໄປ​ກັບ​ອາຫານ​ເມື່ອ​ຮັບປະທານ​ເຂົ້າໄປເຮັດ​ຫນ້າທີ່ຄືກັບທະຫານ​ເຝົ້າ​ປະ​ຕູ​ເມືອງ​ປ້ອງ​ກັນ​ບໍ່​ໃຫ້​ເຊື້ອ​ພະຍາດ​ທະ​ລຸ​ຜ່ານເຍື່ອ​ຫຸ້ມ​ລຳ​ໄສ້​ເຂົ້າ​ສູ່​ຮ່າງກາຍນອກ​ຈາກ​ນີ້ຍັງ​ຊ່ວຍ​ປ້ອງ​ກັນ​ອາການ​ທີ່​ຮ່າງກາຍ​ບໍ່​ສາມາດ​ຍ່ອຍ​ນ້ຳ​ຕານ​ແລກ​ໂຕດ​ຊຶ່ງ​ມາ​ຈາກ​ອາຫານ​ປະ​ເພດ​ນົມ​ໄດ້ແລະ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ດູດ​ຊຶມ​ແຮ່ທາດ​ທີ່​ມີ​ປະໂຫຍດ​ຕໍ່​ຮ່າງກາຍລວມ​ເຖິງ​ວິ​ຕາ​ມິນ​ບີແລະ​ກະຕຸ້ນ​ພູ​ມ​ຄຸ້ມ​ກັນ​ທີ່​ຍັງ​ບໍ່​ສົມບູນ​ຂອງ​ເດັກນ້ອຍນໍາ​ອີກສະຫລຸບ​ວ່າ​ຖ້າເດັກນ້ອຍ​ເກີດ​ໂດຍ​ວິທີ​ທຳມະຊາດ​ແລະ​ການ​ລ້ຽງດູ​ດ້ວຍ​ນົມ​ແມ່​ກໍ​ຄື​ການສ້າງ​ພູ​ມ​ຄຸ້ມ​ກັນ​ທີ່​ດີ​ທີ່ສຸດ​ສຳລັບ​ເດັກນ້ອຍຢ່າງໃດ​ກໍ​ຕາມຖ້າ​ແມ່​ບໍ່​ສາມາດ​ໃຫ້​ກຳ​ເນີດ​ເດັກນ້ອຍ​ໄດ້​ໂດຍ​ວິທີ​ທຳມະຊາດໂປ​ໄບ​ໂອ​ຕິກກໍ​ເປັນ​ອີກ​ທາງ​ເລືອກ​ໜຶ່ງຫລື​ຖື​ເປັນ​ອາຫານ​ເສີມ​ທີ່​ຈະ​ຊ່ວຍ​ເສີມ​ສ້າງ​ພູ​ມ​ຄຸ້ມ​ກັນ​ທາງ​ທຳມະຊາດ​ສຳລັບ​ເດັກນ້ອຍແມ່​ຄວນ​ຈະ​ສຶກ​ສາ​ແລະ​ຫາ​ຂໍ້​ມູນ​ກ່ຽວກັບ​ເລື່ອງ​ຄຸນຄ່າ​ໂພສະ​ນາ​ການ​ແລະ​ອາຫານ​ເສີມ​ທີ່​ມີ​ສ່ວນ​ປະສົມ​ຂອງໂປ​ໄບ​ໂອ​ຕິກເພື່ອ​ທີ່​ຈະ​ສ້າງ​ສຸຂະພາບ​ທີ່​ດີ​ໃຫ້​ກັບ​ເດັກນ້ອຍ​ຕໍ່ໄປ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...