Homeຄວາມງາມ10 ສິ່ງທີ່​ແມ່ຍີງ​ເຮັດແຕ່​ຜູ້​ຊາຍຄິດ​ວ່າ​ຂາດ​ຂາດສະເໜ່

10 ສິ່ງທີ່​ແມ່ຍີງ​ເຮັດແຕ່​ຜູ້​ຊາຍຄິດ​ວ່າ​ຂາດ​ຂາດສະເໜ່

Published on

15838

1.ຊົງ​ຜົມ​ທີ່​ເບິ່ງ​ຊັບ​ຊ້ອນ ຊົງ​ຜົມອາລັງ​ການ​ທີ່​ເບິ່ງ​ຊັບ​ຊ້ອນ​ອາດຈະ​ເໝາະ​ເວລາ​ເຮັດ​ໄປ​ງານ​ຫລື​​ຖ່າຍ​ຮູບ​ໃນ​ສະ​ຕູ​ດິ​ໂອ​ເທົ່າ​ນັ້ນແຕ່​ນອກ​ເໜືອ​ຈາກ​ນີ້​ກໍ​ຢ່າ​ເຮັດ​ດີກວ່າເພາະ​ຜູ້​ຊາຍ​ມັກ​ຊົງ​ຜົມ​ທີ່​ເບິ່ງ​ທຳມະຊາດ ແບບ​ບໍ່​ໄດ້​ແຕ່ງ​ດ້ວຍ​ເຈວ​ຫລື​ສະ​ເປຍ​ຫລາຍກວ່າ​

2.ຮອງ​ພື້ນ​ໜາ​ ຮອງ​ພື້ນ​​ທີ່​ຊ່ວຍ​ປົກ​ປິດຮິ້ວ​ຮອຍ,ຮອຍ​ສິວຫລື​ຈຸດ​ບົກຜ່ອງ​ເທິງ​ໃບ​ໜ້າຊຶ່ງ​ຈະ​ຊ່ວຍ​ເນລະ​ມິດ​ໃຫ້​ໃບ​ໜ້າ​ຂອງ​ເຈົ້າ​ເບິ່ງ​ນຽນ​ລຽບ​ແລະ​ສຸກຂະພາບ​ດີ​ຫລາຍ​ຍິ່ງ​ຂຶ້ນ​ຖ້າໃຊ້ຢ່າງ​ຖືກ​ວິທີແຕ່​ຖ້າ​ລົງ​ຮອງ​ພື້ນ​ໜາ​​ເກີນ​ໄປ​ຈົນ​ເບິ່ງ​ອອກ​ເຫັນ​ແຈ້ງ​ໆບອກ​ເລີຍ​ວ່າ​ຜູ້​ຊາຍ​ທັງ​ຫລາຍ​ຂໍ​ປິ່ນ​ໜ້າ​ໜີ​ແນ່ນອນ

3.ອາຍ​ແຊ​ໂດເຫລື້ອມ ຖ້າ​ຝີ​ມື​ການ​ແຕ່ງ​ໜ້າ​ບໍ່​ເກັ່ງແທ້ຢ່າເລີຍ​ຢ່າ​ໃຊ້​ອາຍ​ແຊ​ໂດ​ໃຫຍ່​ໆວິ້ງ​ວັບໆຍິ່ງ​ຕອນ​ໄປ​ເດດ​ນີ້​ຢ່າ​ຄິດ​ຈະ​ທາ​ໄປ​ເລີຍ​ເພາະ​ຜູ້​ຊາຍ​ບໍ່​ມັກທາງ​ທີ່​ດີ​ປ່ຽນ​ມາ​ໃຊ້​ເນື້ອ​ທຳມະດາຈະ​ເບິ່ງ​ເປັນ​ທຳມະຊາດ​ກວ່າ

4.ມາດ​ຄາ​ລ່າ​ທີ່​ຂົນ​ຕາ​ເປັນ​ກ້ອ ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ໄດ້​ກໍ​ຕໍ່​ເມື່ອ​ເຈົ້າ​ປັດ​ມາດ​ຄາ​ລ່າ​ຫລາຍ​ເກີນ​ໄປ​ນັ້ນ​ເອງ ຊຶ່ງ​ມັນ​ຈະ​ເຮັດໃຫ້​ດວງ​ຕາ​ທີ່​ຄວນ​ຈະ​ເຊັກ​ຊີ່ກັບ​ເບິ່ງ​ບໍ່​ໜ້າ​ເບິ່ງ​ໄປ​ເລີຍ​ສະ​ນັ້ນ​ຄວນ​ລົງ​ທຸນ​ໃຊ້​ມາດ​ຄາ​ລ່າ​ຄຸນນະພາບ​ດີ​ແລະ​ບໍ່​ປັດ​ຫລາຍ​ເກີນ​ໄປບໍ່​ດັ່ງນັ້ນ​ຈະ​ເບິ່ງ​ເປັນ​ກ້ອນ​ໄດ້​

  1. ຂົນຫລາຍ ເຖິງວ່າ​​ສາວໆບາງ​ຄົນ​ຈະເບິ່ງ​ວ່າ​ການ​ຈົ່ງຂົນ​ເຮັດໃຫ້​ເບິ່ງ​ເຊັກ​ຊີ່ແຕ່​​ໜຸ່ມໆກໍ​ມັກ​ສາວ​ຜິວ​ນຽນໆຫລາຍກວ່າ​ສະ​ນັ້ນ​ຄວນ​ເຊັກ​ເບິ່ງ​ເລື້ອຍໆວ່າ​ມີ​ຂົນ​ຂາຫລື​ຂົນ​ຂີ້ແຮ້​ຂຶ້ນ​ມາ​ແລ້ວ​ຫລື​ຍັງຈະ​ໄດ້​ກຳຈັດ​ໃຫ້​ທັນ​ກ່ອນ​ຈະ​ອອກ​ໄປ​ພົບ​ປະ​ກັບ​ໜຸ່ມໆ

6.ຜິວ​ແຫ້ງ​  ໃຜ​ຈະ​ຢາກ​ສຳ​ຜັດ​ຜິວ​ແຫ້ງໆໂດຍ​ສະເພາະ​​ແຂນສອກ​ແລະ​ສົ້ນ​ຕີນຖ້າ​ປ່ອຍ​ໃຫ້​ແຫ້ງ​ບໍ່​ເບິ່ງແຍງ​ບຳ​ລຸງ​ເລີຍ​ຍິ່ງ​ໜ້າ​ຢ້ານ​ເຂົ້າໄປ​ໃຫຍ່ສະ​ນັ້ນ​ໝັ່ນ​ບຳ​ລຸງ​ຜິວ​ດ້ວຍ​ມອຍ​ເຈີ​ໄລ​ເຊີ​ດີໆຫລັງ​ອາບ​ນ້ຳ

7.ປາກ​ເໝັນ​ແລະ​ແຂ້ວ​ເຫລືອ ຄົງ​ບໍ່​ມີ​ຜູ້​ຊາຍ​ຄົນ​ໃດ​ຢາກ​ເຈີ​ຜູ້ຍິງ​ມີ​ກິ່ນ​ປາກ​ແລະ​ແຂ້ວ​ເຫລືອງ​ຖ້າ​ຫາກ​​ສາວໆກຳ​ລັງ​ເຈີ​ບັນຫາ​ນີ້​ຢູ່ກໍ​ລອງ​ຄິດເບິ່ງ​ສິ​ວ່າ​ເຈົ້າ​ສູບ​ຢາດື່ມ​ກາ​ແຟ​ຫລື​ຊາ​ດຳ​ຫລາຍເກີນໄປ​ຫລື​ບໍ່ແລ້ວ​ອາດຈະ​ລອງ​ຊື້​ຢາ​ສີ​ແຂ້ວ​ທີ່​ເຮັດໃຫ້​ແຂ້ວ​ຂາວ​ພ້ອມ​ລົມ​ຫາຍ​ໃຈ​ສົດ​ຊື່ນ​ມາ​ໃຊ້ຫລື​ສຸດ​ທ້າຍ​ຖ້າ​ບໍ່​ໄຫວ​ແທ້ໆ​ກໍ​ໄປ​ພົບແພດດ່ວນໆ

  1. ສີດ​ນ້ຳ​ຫອມ​ກິ່ນແຮງເກີນໄປ ບໍ່​ຕ້ອງ​ຢ້ານ​ວ່າ​ເດດ​ນີ້​ໜຸ່ມໆຈະ​ບໍ່​ໄດ້​ກິ່ນ​ນ້ຳ​ຫອມ​ຂອງ​ເຈົ້າເພາະ​ພຽງສີດ​ເບົາໆໃຫ້​ເຂົາ​ໄດ້​ກິ່ນ​ບາງ ນັ້ນ​ແຫລະ​ເບິ່ງ​ມີ​ສະເໜ່ກວ່າ​ການ​ສີດ​ນ້ຳ​ຫອມ​ຫລາຍຈົນ​ສຸນ​​

9.ເຮັດ​ງາມ​ໃນ​ທີ່​ສາທາລະນະ ຮູ້​ໄວ້​​ວ່າຜູ້​ຊາຍ​ບໍ່​ຢາກ​ຈະ​ເຫັນ​ວ່າ​ເຈົ້າ​ແຕ່ງ​ງາມ​ເພື່ອ​ເພີ່ມ​ສະເໜ໋ໃຫ້​ກັບ​ຕົວ​ເອງ​ແນວໃດຊຶ່ງ​ການ​ແຕ່ງ​ໜ້າ​ນອກ​ເຮືອນ​ຕໍ່​ໜ້າ​ສາທາລະນະ​ຊົນ​ເປັນ​ເລື່ອງ​ທີ່​ຜູ້​ຊາຍ​ບໍ່ມັກ​ສຸດເອົາ​ເປັນ​ວ່າ​ແຕ່ງ​ໃຫ້​ງາມ​ເປ໊ະ​ມາ​ຈາກ​ເຮືອນ​ເລີຍ​ດີກວ່າ​

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ກວາດລ້າງແກ້ງສະແກມເມີ ພ້ອມກັນ 6 ຈຸດ ໃນ ນວ

ເຈົ້າໜ້າທີ່ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປີດປະຕິບັດການຄັ້ງໃຫຍ່ເຂົ້າກວດຄົ້ນ ແລະ ກວາດລ້າງກຸ່ມແກ້ງເປົ້າໝາຍສໍ້ໂກງທາງໂທລະຄົມ ຫຼື ສະແກມເມີ ພ້ອມກັນເຖິງ 6 ຈຸດ ໃນເຂດນະຄອນຫຼວງວຽງຈັນ. ໃນວັນທີ 1 ສິງຫາ...

ຊົມເຊີຍ ທັບນັກກິລາກະຕໍ້ແຂວງຈຳປາສັກ ມາແຮງຄອງແຊ້ມ 2 ລາຍການ.

ການແຂ່ງຂັນໃນຄັ້ງນີ້ ມີນັກກິລາເຂົ້າຮ່ວມທັງໝົດ 185 ຄົນ ຈາກ 22 ພາກສ່ວນ ທົ່ວປະເທດ, ໂດຍແບ່ງການແຂ່ງຂັນອອກເປັນ 4 ລາຍການ ຄື: ທີມດ່ຽວຊາຍ ຮຸ່ນທົ່ວໄປ,...

ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕ້ານການຄ້າມະນຸດແບບຈິງຈັງ.

ເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ປະຈຳປີ 2026 ພາຍໃຕ້ຫົວຂໍ້ສາກົນ "Trapped Behind the Scam" ຫຼື ຕິດກັບດັກຢູ່ເບື້ອງຫຼັງການຫຼອກລວງ, ທ່ານ ປອ ຄຳພັນ ພົມມະທັດ...

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...