spot_img
Homeຂ່າວຕ່າງປະເທດທະ​ຫານກອງ​ຕີ​ພິ​ເສດ​ສະ​ຫະ​ລັດ ຊ້ອມ​ໂດດ​ຈ້ອງ ແຕ່​ຈ້ອງ​ບໍ່​ພຶງ ຕົກ​ກະ​ແທກ​ພື້ນ​ເສຍ​ຊີ​ວິດ!

ທະ​ຫານກອງ​ຕີ​ພິ​ເສດ​ສະ​ຫະ​ລັດ ຊ້ອມ​ໂດດ​ຈ້ອງ ແຕ່​ຈ້ອງ​ບໍ່​ພຶງ ຕົກ​ກະ​ແທກ​ພື້ນ​ເສຍ​ຊີ​ວິດ!

Published on

EyWwB5WU57MYnKOuFqLEIZ0pKGXRm0aGJgxdE6fQaJqVuyIfG5fCX5

ທະ​ຫານ​ກອງ​ຕີ​ພິ​ເສດ​ ກອງ​ທັບ​ເຮືອ​ສະ​ຫະ​ລັດ​ ປະ​ສົບ​ອຸ​ບັດ​ເຫດ​ຈ້ອງ​ບໍ່​ພຶງ​ໃນ​ຂະ​ນະ​ເຝິກ​ຊ້ອມ ຕົກ​ກະ​ແທກ​ພື້ນ​ເສຍ​ຊີ​ວິດ​ໃນ​ລັດ​ກາ​ລີ​ຟໍ​ເນຍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 19 ມີ​ນາຜ່ານ​ມາ​ນີ້​ວ່າ ທະ​ຫານ​ອາ​ເມ​ຣິ​ກັນ ສັງ​ກັດ​ກອງ​ຕີ​ພິ​ເສດກອງ​ທັບ​ເຮືອ (Navy Seal) ຂອງກອງ​ທັບ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ປະ​ສົບ​ອຸ​ບັດ​ເຫດ​ໃນ​ລະ​ຫວ່າງ​ການ​ເຝິກ​ຊ້ອມ​ໂດດ​ຈ້ອງ ແຕ່​ເກີດ​ຈ້ອງ​ບໍ່​ພຶງ​ອອກ ເຮັດ​ໃຫ້​ຜູ້​ກ່ຽວ​ຕົກ​ລົງ​ກະ​ແທກ​ພື້ນ​ເສຍ​ຊີ​ວິດ ໃນ​ເມືອງ​ເພີ​ຣີ​ສ ລັດ​ກາ​ລີ​ຟໍ​ເນຍ.

ແນວ​ໃດ​ກໍ​ຕາມ ຍັງ​ບໍ່​ທັນ​ມີ​ການ​ເປີ​ດ​ເຜີຍ​ຊື່​ຂອງ​ຜູ້​ກ່ຽວ ແລະ ສາ​ເຫດ​ທີ່​ເຮັດ​ໃຫ້​ຈ້ອງ​ບໍ່​ພຶງ​ນັ້ນ ກໍ​ຍັງ​ຢູ່​ໃນ​ລະ​ຫວ່າງ​ການ​ສືບ​ສວນ​ຂອງ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດອາ​ເມ​ຣິ​ກາ.

 

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...