spot_img
Homeຂ່າວຕ່າງປະເທດເຮືອ​ບິນ​ຂະ​ໜາດ​ນ້ອຍ​ ຂອງອາກ​ຊັງ​ຕິນ​ຕົກ ເສຍ​ຊີ​ວິດ 7 ຄົນ ອີກ 3 ຄົນ​ຍັງ​ສູນ​ຫາຍ!

ເຮືອ​ບິນ​ຂະ​ໜາດ​ນ້ອຍ​ ຂອງອາກ​ຊັງ​ຕິນ​ຕົກ ເສຍ​ຊີ​ວິດ 7 ຄົນ ອີກ 3 ຄົນ​ຍັງ​ສູນ​ຫາຍ!

Published on

558000003392001

ເຮືອ​ບິນ​ຂະ​ໜາດ​ນ້ອຍ​ຂອງ​ອາ​ກ​ຊັງ​ຕິນ ບັນ​ທຸກ​ຄົນ 10 ຄົນ ຕົກ​ຫລັງ​ຈາກ​ບິນ​ຂຶ້ນ​ບໍ່​ພໍ​ເທົ່າ​ໃດ​ນາ​ທີ ມີ​ຜູ້​ເສຍ​ຊີ​ວິດ 7 ຄົນ ແລະ 3 ຄົນ​ຍັງ​ສູນ​ຫາຍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 20 ມີ​ນາ​ນີ້​ວ່າ ເກີດ​ເຫດ​ເຮືອ​ບິນ​ຂະ​ໜາດ​ນ້ອຍ ຂອງ​ບໍ​ລິ​ສັດ​ບີ​ດ​ຄ​ຣາບ ຕົກມື້​ວານ​ນີ້ (19 ມີ​ນາ) ​ຫລັງ​ຈາກ​ບິນ​ຂຶ້ນ​ສູ່​ທ້ອງ​ຟ້າ​ໄດ້​ບໍ່​ດົນ ຈາກ​ສະ​ໜາມ​ບິນແຫ່ງ​ໜຶ່ງ​ໃກ້​ກັບ​ເມືອງ Punta del Este ເມືອງ​ພັກ​ຕາກ​ອາ​ກາດ​ໃນ​ອຸ​ຣຸກ​ໄວ ເຊິ່ງ​ໃນ​ເຮືອ​ບິນ​ລຳ​ດັ່ງ​ກ່າວ ມີ​ນັກ​ບິນ 1 ຄົນ, ຜູ້​ຊ່ວຍ​ນັກ​ບິນ​ອີກ 1 ຄົນ ເຫລືອ​ນັ້ນ​ອີກ 8 ຄົນ ແມ່ນ​ເປັນ​ຜູ້​ໂດຍ​ສານ.

ເຈົ້າ​ໜ້າ​ທີ່​ໄດ້​ເຂົ້າ​ກູ້​ໄພ​ໃນ​ທັນ​ທີ ໂດຍ​ໄດ້​ພົບ​ຮ່າງ​ຂອງ​ຜູ້​ເສຍ​ຊີ​ວິດ ເຊິ່ງ​ໄດ້​ເຄື່ອນ​ຍ້າຍ​ອອກ​ຈາກ​ຊາກ​ເຮືອ​ບິນ ໃນ​ຂະ​ນະ​ທີ່​ສາ​ເຫດ​ຂອງ​ການ​ຕົກ​ນັ້ນ ຍັງ​ບໍ່​ທັນ​ຮູ້​ຢ່າງ​ຊັດ​ເຈນ​ເທື່ອ.

 

 

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...