Homeອຸບັດເຫດແລະປາກົດການຫຍໍ້ທໍ້ຈັບແກ໊ງຕ່າງດ້າວ ສໍ້ໂກງຊັບຢູ່ເຂດພາກໃຕ້ລາວ!

ຈັບແກ໊ງຕ່າງດ້າວ ສໍ້ໂກງຊັບຢູ່ເຂດພາກໃຕ້ລາວ!

Published on

thief

ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ລາຍງານໃຫ້ຮູ້ວ່າ: ພາຍຫລັງ, ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າມີກຸ່ມຄົນຕ່າງຊາດຈຳນວນໜຶ່ງເຄື່ອນ ໄຫວສໍ້ໂກງຊັບພົນລະເມືອງຢູ່ບັນ ດາແຂວງພາກກາງ ແລະ ໃຕ້ ຂອງລາວ ເປັນຕົ້ນ:ແຂວງສະຫວັນນະເຂດ,ສາລະວັນ,ຈຳປາສັກ, ໂດຍໃຊ້ຮູບການປ່ຽນ ເງິນຕາຕ່າງປະເທດ, ຈຶ່ງໄດ້ຈັດກຳລັງເຈົ້າໜ້າທີ່ວິຊາສະເພາະລົງກວດກາຕິດ ຕາມເປົ້າໝາຍດັ່ງກ່າວ ແລະ ຕັ້ງດ່ານກວດກວດກາເຂດບ້ານນາຊາຍ, ເມືອງອຸທຸມພອນ, ແຂວງສະຫວັນນະ ເຂດ ແລະ ຮອດເວລາ 15 ໂມງຂອງວັນທີ 10 ມີນາຜ່ານມາ, ຈຶ່ງພົບເຫັນເປົ້າໝາຍຂັບຂີ່ລົດໃຫຍ່ຍີຫໍ້ຮອນດາ ໝາຍເລກທະບຽນ 2K 2857 ກຳປູເຈຍ ແລ່ນມາແຕ່ເສັ້ນທາງເລກ 13 ໃຕ້ມຸ້ງໜ້າມາແຂວງຄຳມ່ວນ, ເຈົ້າໜ້າທີ່ຈຶ່ງໄດ້ກວດກາເອກກະສານ ແລະ ກວດຄົ້ນພາຍໃນລົດ, ພ້ອມກັກຕົວຊາວຕ່າງປະເທດທີ່ມານຳລົດໄດ້ຄື: ທ້າວ ດັງຕຽນຢຸ໋ງ ອາຍຸ 34 ປີຢູ່ບ້ານດຶກໄຫ໋ ເມືອງດຶກໄຫ໋ ແຂວງລອງແອງ, ທ້າວ ຫງວຽນວັນຫິວ ອາຍຸ 37 ປີຢູ່ບ້ານຕິ່ງຖວດ ເມືອງບິງເກົາ ແຂວງໄຕນິງ ທ້າວ ຫງວຽນວັນກົງ ອາຍຸ 37 ປີຢູ່ບ້ານນາຖວດ ເມືອງຈາງບາງ ແຂວງໄຕນິງ ຫວຽດນາມ ແລະ ທ້າວ ຈູວັນນາ ອາຍຸ 30 ປີຢູ່ບ້ານດາມສະແລ໋ງ ເມືອງຄັນວຽນໃຈ, ທ້າວ ຊ໋ອກຕົວ ອາຍຸ 36 ປີຢູ່ບ້ານກຳປົງສະນັງ ນະຄອນຫລວງພະນົມເປັນ ກຳປູເຈຍ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ:ໄດ້ຮ່ວມກັນເຂົ້າມາເຄື່ອນໄຫວສໍ້ໂກງຊັບພົນລະເມືອງຢູ່ລາວແຕ່ເດືອນມັງກອນ 2015 ໂດຍໃຊ້ຮູບການເລາະແລກປ່ຽນເງິນຕາ, ໝາຍວ່າເອົາເງິນໂດລາສະຫະລັດປ່ຽນເປັນເງິນບາດ (ສະກຸນເງິນໄທ) ຫລື ເງິນກີບ, ເຊິ່ງຄັ້ງທຳອິດ ແມ່ນໄດ້ເຂົ້າໄປປ່ຽນໃນຮ້ານແລກປ່ຽນເງິນຕາແຫ່ງໜຶ່ງ ຢູ່ເມືອງປາກເຊ, ແຂວງຈຳປາສັກ, ໂດຍເອົາເງິນ 6 ພັນໂດລາສະຫະລັດປ່ຽນເອົາເງິນກີບ ໃນຈຳນວນ 40 ລ້ານກີບ ແລ້ວບອກເຈົ້າຂອງຮ້ານວ່າຈະມາປ່ຽນເອົາເງິນຈຳນວນດັ່ງກ່າວຄືນໃນ 2-3 ວັນຕໍ່ໜ້າ ຈຶ່ງຂໍໃຫ້ເອົາເງິນໂດລາຫໍໃສ່ຖົງຢາງແລ້ວເອົາສະກອດຕິດໄວ້, ໃນຂະນະນັ້ນໄດ້ອາ​ໄສ ເຈົ້າຂອງຮ້ານເພີຕົວກໍເອົາຫໍເງິນທີ່ກະກຽມມາຄ້າຍຄືກັນປ່ຽນແທນທັນທີ, ເຊິ່ງໃນນັ້ນມີເງິນໃບ 100 ໂດລາໃບດຽວ, ສ່ວນທີ່ເຫລືອມີ ແຕ່ໃບໜຶ່ງໂດລາ ໃຫ້ເຈົ້າຂອງຮ້ານແລ້ວເອົາຕົວຫລົບໜີໄປ, ຫລັງຈາກນັ້ນກໍໄປສໍ້ໂກງຊັບໃນລັກສະນະດຽວກັນຢູ່ແຂວງສາລະວັນ ແລະ ສະຫວັນນະເຂດ ຫລາຍຄັ້ງ ແລະ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...