Homeຂ່າວພາຍ​ໃນການເຮັດທົດລອງຄຸ້ມຄອງພົນລະເມືອງຢູ່ເພຍວັດ ມີຜົນສຳເລັດລະດັບດີ

ການເຮັດທົດລອງຄຸ້ມຄອງພົນລະເມືອງຢູ່ເພຍວັດ ມີຜົນສຳເລັດລະດັບດີ

Published on

ການເຮັດທົດລອງຄຸ້ມຄອງພົນລະເມືອງຢູ່ເພຍວັດ ມີຜົນສຳເລັດລະດັບດີ

 

ການເຮັດທົດລອງວຽກງານຄຸ້ມຄອງພົນລະເມືອງຢູ່ບ້ານເພຍວັດ (ບ້ານເປົ້າໝາຍ 3 ສ້າງ) ເມືອງສີສັດຕະນາກ ນະຄອນຫຼວງວຽງ
ຈັນ ເຫັນວ່າໄດ້ຮັບຜົນສຳເລັດໃນລະດັບດີ.
ວັນທີ 15 ກຸມພາ 2013 ຜ່ານມານີ້ ຄະນະຮັບຜິດຊອບຊີ້ນຳເຮັດທົດລອງວຽກງານຄຸ້ມຄອງພົນລະເມືອງຢູ່ບ້ານເພຍວັດ ກໍໄດ້ສະ
ຫຼຸບຜົນງານຢູ່ທີ່ວັດເພຍວັດ ໂດຍມີທ່ານ ອຸດອນ ໄຊມຸນຕີ ກຳມະການພັກນະຄອນຫຼວງ ເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ
ທ່ານ ທອງຈັນ ສີວິໄຊ ຫົວໜ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ພ້ອມດ້ວຍພໍ່ແມ່ປະຊາຊົນບ້ານເພຍວັດເຂົ້າຮ່ວມ.
ທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນ ໄດ້ສະຫຼຸບຜົນງານການເຄື່ອນໄຫວ ເຮັດທົດລອງວຽກ
ງານຄຸ້ມຄອງພົນລະເມືອງວ່າ: ບ້ານເພຍວັດ ແມ່ນໜຶ່ງໃນຈຳນວນ 8 ບ້ານຂອງກຸ່ມເພຍວັດ ເປັນໜຶ່ງໃນ 10 ບ້ານຈຸດສຸມ ແລະ
ໜຶ່ງໃນ 2 ບ້ານຂອງເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຕົກລົງຮັບຮອງເອົາເປັນບ້ານເຮັດທົດລອງວຽກງານ 3 ສ້າງໃນ
ທົ່ວນະຄອນຫຼວງວຽງຈັນ ແລະ ເປັນໜຶ່ງໃນ 105 ບ້ານ 51 ເມືອງທົ່ວປະເທດ ທີ່ພັກ-ລັດຖະບານກໍຄືສະພາແຫ່ງຊາດໄດ້ຮັບຮອງ
ເອົາແລ້ວ ໂດຍສະເພາະວຽກງານຂອງຂະແໜງການພາຍໃນ ເປັນຕົ້ນແມ່ນວຽກງານຄຸ້ມຄອງພົນລະເມືອງ ບ້ານເພຍວັດມີເນື້ອທີ່ທັງ
ໝົດ 150.000 ຕາແມັດ 135 ຫຼັງຄາເຮືອນ 143 ຄອບຄົວ ພົນລະເມືອງມີ 615 ຄົນ ຍິງ 342 ຄົນ ມີຄົນພັກເຊົາ 103 ຄົນ
ຕ່າງດ້າວມີ 21 ຄອບຄົວ ມີ 62 ຄົນ ຍິງ 29 ຄົນ ມີ 3 ສັນຊາດຄື ຈີນ ຫວຽດນາມ ຟີລິບປິນ ມີຄົນຕ່າງປະເທດ 11 ຄົນ ຍິງ
4 ຄົນ ປະກອບມີ 6 ສັນຊາດຄື: ຝຣັ່ງ ຈີນ ໄທ ຊູແອັດ ອາເມລິກາ ແລະ ອົດສະຕຣາລີ.
ຜ່ານການເຮັດທົດລອງວຽກງານຄຸ້ມຄອງພົນລະເມືອງແຕ່ວັນທີ 11-15 ກຸມພາ 2013 ບັນຫາທີ່ພົບເຫັນເກີດໃໝ່ບໍ່ທັນມີໃບຢັ້ງຢືນ
ການເກີດແຕ່ 15 ປີລົງມາ ມີຈຳນວນ 68 ຄົນ ຍິງ 39 ຄົນ ແກ້ໄຂໄດ້ 55 ຄົນ ບໍ່ທັນໄດ້ແກ້ໄຂຈຳນວນ 13 ຄົນ ເສຍຊີວິດບໍ່
ທັນມີໃບຢັ້ງຢືນ ນັບແຕ່ທີ 2/1/2012-31/12/2012 ມີຈຳນວນ 3 ຄົນ ຍິງ 0 ຄົນ ແກ້ໄຂໄດ້ 1 ຄົນ ຍັງບໍ່ທັນໄດ້ແກ້ 2 ຄົນ
ແຕ່ງດອງບໍ່ທັນມີໃບທະບຽນ ແຕ່ວັນທີ 2/1/2012-31/12/2012 ມີຈຳນວນ 4 ຄົນ ແກ້ໄຂໄດ້ 1 ຄູ່ ບໍ່ທັນໄດ້ແກ້ 3 ຄົນ ການ
ຢ່າຮ້າງທີ່ບໍ່ມີໃບຢ່າຮ້າງ ແຕ່ວັນທີ 2/1/2012-31/12/2012 ມີຈຳນວນ 2 ຄົນ ບໍ່ທັນໄດ້ແກ້ 2 ຄົນ ຍ້າຍມາບໍ່ຖືກຕ້ອງແຕ່ວັນທີ
2/1/2012-31/12/2012 ມີຈຳນວນ 6 ຄົນ ຍິງ 1 ຄົນ ຍັງບໍ່ທັນໄດ້ແກ້ 6 ຄົນ ຍ້າຍໄປບໍ່ຖືກຕ້ອງແຕ່ວັນທີ 2/1/2012-
31/12/2012 ມີຈຳນວນ 6 ຄົນ ຍິງ 4 ຄົນ ແກ້ໄຂໄດ້ 1 ຄົນ ຍັງບໍ່ທັນໄດ້ແກ້ 5 ຄົນ ຍິງ 4 ຄົນ.
ນອກຈາກນີ້ຍັງພົບເຫັນ 3 ກໍລະນີທີ່ຍົກຍ້າຍມາບໍ່ຖືກຕ້ອງຢູ່ໜ່ວຍທີ 1 ແລະ 4 ຈຳນວນ 5 ຄົນ ຍິງ 2 ໃຊ້ປຶ້ມສຳມະໂນຄົວຊື່ກະ
ຊວງພາຍໃນໃນເມື່ອກ່ອນ (ປັດຈຸບັນແມ່ນກະຊວງ ປກສ) ມີຈຳນວນ 2 ຫົວ ແລະ ພົບເຫັນຄົນຜູ້ດຽວຂຶ້ນປຶ້ມສຳມະໂນຄົວຕ່າງ
ດ້າວ ແລະ ປຶ້ມສຳມະໂນຄົວລາວ ສຳລັບຈຳນວນທີ່ຍັງບໍ່ທັນໄດ້ຮັບການແກ້ໄຂໃນໄລຍະທີ່ເຮັດທົດລອງມີຈຳນວນ 37 ຄົນ ຍິງ 6
ຄົນ ທຸກວຽກທີ່ກ່າວມານັ້ນ ຄະນະຮັບຜິດຊອບບັ້ນເຮັດທົດລອງວຽກງານຄຸ້ມຄອງພົນລະເມືອງ ມອບໃຫ້ຫ້ອງການພາຍໃນເມືອງ
ສົມທົບກັບ ປກສ ເມືອງ ແລະ ບ້ານເພຍວັດ ພ້ອມກັນສືບຕໍ່ແກ້ໄຂໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ຫັນເຂົ້າສູ່ລະບົບ ເພື່ອ
ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະດວກໃນການເກັບກຳສະຖິຕິຕ່າງໆຂອງບ້ານ ກໍຄືຂອງເມືອງຈະໄວຂຶ້ນຕື່ມ.
ໃນໂອກາດດຽວກັນນີ້ ຍັງໄດ້ມີການມອບຫຼຽນໄຊແຮງງານ ຫຼຽນກາ ແລະ ໃບຍ້ອງຍໍ ໃຫ້ຜູ້ມີຜົນງານດີເດັ່ນ ໃນບັ້ນສະເຫຼີມສະ
ຫຼອງວຽງຈັນເປັນນະຄອນຫຼວງວຽງຈັນ ຄົບຮອບ 450 ປີ ແລະ ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII ຕື່ມອີກ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...