Homeຂ່າວການສຶກສານ.ວ ສຳເລັດການສອບເສັງນັກຮຽນເກັ່ງ ຂັ້ນປະຖົມ ປະຈຳສົກ 2014-2015

ນ.ວ ສຳເລັດການສອບເສັງນັກຮຽນເກັ່ງ ຂັ້ນປະຖົມ ປະຈຳສົກ 2014-2015

Published on

test
(ພາບ​ປະ​ກອບ)

ໃນວັນທີ 18 ມີນານີ້, ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງ ຈັນ, ໄດ້ຈັດຕັ້ງການສອບເສັງນັກຮຽນເກັ່ງຂັ້ນປະຖົມປະຈຳສົກຮຽນ 2014-2015 ຂຶ້ນ ທີ່ສູນສອບເສັງ ມ.ສ ວຽງ ຈັນ, ໂດຍມີນັກຮຽນທີ່ຖືກຄັດເລືອກຈາກສຶກສາ ເມືອງຕ່າງໆອ້ອມຂ້າງເຂົ້າຮ່ວມຈຳນວນ 145 ຄົນ, ຍິງ 107 ຄົນ ມີ 3 ວິຊາຄື: ວິຊາພາສາລາວ, ຄະນິດສາດ ແລະ ວິຊາ ໂລກອ້ອມຕົວ, ເຊິ່ງມີນັກຮຽນເກັ່ງຊັ້ນ ປ1-ປ5 ໄດ້ເຂົ້າຮ່ວມການສອບເສັງຄັ້ງນີ້ ແມ່ນມາຈາກໂຮງຮຽນປະຖົມ ແຫ່ງຕ່າງໆ ໃນ 9 ຕົວເມືອງອ້ອມຂ້າງນະຄອນຫລວງວຽງຈັນ, ແນໃສ່ວັດແທກລະດັບຄວາມຮູ້ຄວາມສາມາດຂອງນັກຮຽນຊັ້ນປະຖົມ ທີ່ໄດ້ຮັບການສິດສອນ-ຮ່ຳຮຽນມາໃຫ້ຖືກຕ້ອງ, ໂດຍສະເພາະແມ່ນການຮຽນການສອນຂອງຄູ ແລະ ນັກຮຽນຢູ່ແຕ່ລະໂຮງຮຽນເປັນແນວໃດ ເພື່ອນຳມາປັບປຸງແກ້ໄຂ ເພື່ອແນໃສ່ຍົກສູງຄຸນນະພາບຂອງການສຶກສາປະເທດເຮົາ ໃຫ້ທຽບເທົ່າກັບສາກົນເທື່ອລະກ້າວ.

ການສອບເສັງນັກຮຽນເກັ່ງໃນສົກປີນີ້ ໄດ້ແບ່ງຂັ້ນຄວາມຮັບຜິດຊອບໃຫ້ແກ່ຫ້ອງການສຶກສາຂັ້ນເມືອງ ເປັນຜູ້ຮັບຜິດ ຊອບການສອບເສັງຂັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ, ສ່ວນສຶກສາຂັ້ນນະຄອນຫລວງ ຈະເປັນຜູ້ຮັບຜິດຊອບ ຂັ້ນປະ ຖົມສົມບູນ, ໂດຍຈະມີລາງວັນໃຫ້ແກ່ນັກຮຽນຜູ້ທີ່ສອບເສັງໄດ້ຄະແນນດີເດັ່ນ, ເພື່ອເປັນແຮງຈູງໃຈໃຫ້ນັກຮຽນ ມີຄວາມ ຫ້າວຫັນດຸໝັ່ນຕໍ່ການສຶກສາຮ່ຳຮຽນຂອງເຂົາເຈົ້າ ແລະ ເພື່ອຊີງເປັນຕົວແທນນັກຮຽນເກັ່ງຂອງ ສປປ ລາວ ເຂົ້າຮ່ວມແຂ່ງ ຂັນສອບເສັງນັກຮຽນເກັ່ງຂອງອາຊຽນທີ່ເຄີຍຈັດຂຶ້ນໃນແຕ່ລະປີຜ່ານມາ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...