spot_img
Homeຄວາມງາມເຮັດແຜ່ນ​ເຊັດ​ເຄື່ອງ​ສຳ​ອາງເອງ​ບໍ່​ຕ້ອງ​ຊື້!!

ເຮັດແຜ່ນ​ເຊັດ​ເຄື່ອງ​ສຳ​ອາງເອງ​ບໍ່​ຕ້ອງ​ຊື້!!

Published on

diy-600x450

      ສາວໆ​ຄົງ​ເບື່ອ​ໜ່າຍ​ກັບ​ການ​ແຕ່ງ​ໜ້າ​ຕອນ​ເຊົ້າພໍ​ຕົກ​ແລງ​ເຮັດວຽກ​ເມື່ອຍໆ​ກໍ​ຕ້ອງ​ມາ​ເຊັດ​ລ້າງ​ອອກ​ທຸກ​ເທື່ອເຮັດ​ແບບ​ນີ້​ທຸກ​ມື້​ບາງ​ທີ​ກໍ​ເລີ່ມ​ຂີ້ຄ້ານ​ເລີຍ​ບໍ່​ລ້າງ​ໜ້ານ​ອນ​​ເລີຍ​​ກັນເຮົາ​ມີ​ຕົວ​ຊ່ວຍ​ທີ່​ຈະ​ເຊັດ​ລ້າງ​ເຄື່ອງ​ສຳ​ອາງ​ອອກ​ພາຍ​ໃນ​ພິບ​ຕານັ້ນ​ກໍ​ຄືແຜ່ນ​ເຊັດ​ເຄື່ອງ​ສຳ​ອາງຊຶ່ງ​ຖ້າ​ໃຫ້​ຊື້​ທຸກ​ເດືອນ​ກໍ​ຄົງ​ສິ້ນ​ເປືອງ​ໄປລອງ​ເຮັດ​ເອງ​ເລີຍ​ດີກວ່າ…

ອຸປະກອນ​ທີ່​ຕ້ອງ​ກຽມ

– ຂວດ​ແກ້ວ 1 ອັນ

– ນ້ຳ​ມັນ​ໝາກພ້າວ 2 ບ່ວງກາແຟ

– ສະ​ບູ່​ສຳລັບ​ເດັກ​ສູດ​ອ່ອນ​ໂຍນ

– ນ້ຳ​ແຮ່ 2 ແກ້ວ

– ແຜ່ນ​ສຳລີ

– ຖ້ວຍ​ສຳລັບ​ເວຟ

ຂັ້ນ​ຕອນ​ການເຮັດ ແຜ່ນ​ເຊັດ​ເຄື່ອງ​ສຳ​ອາງ

  1.  ເທ​ນ້ຳ​ມັນ​ໝາກ​ພ້າວ,ສະ​ບູ່​ແຫລວ​ສຳລັບ​ເດັກລົງ​ໃນ​ນ້ຳ​ແຮ່​ທີ່​ກຽມ​ໄວ້
  2.  ຈາກ​ນັ້ນ​ນຳ​ໄປ​ເຂົ້າ​ໄມ​ໂຄ​ເວ​ຟ​ຕັ້ງ​ເວລາ​ປະ​ມານ10-20ວິ​ນາ​ທີຈົນກະທັ້ງ​ສ່ວນ​ປະສົມ​ທຸກ​ຢ່າງ​ເຂົ້າ​ກັນ
  3. ນຳ​ສຳ​ລີ​ໃສ່​ໄວ້​ໃນ​ຂວດ​ຈົນ​ເ​ຕັມ
  4. ຄ່ອ​ຍໆ​ເທ​ສ່ວນ​ປະສົມ​ທີ່​ໄດ້​ລົງ​ໄປ​ໃນ​ຂວດ​ແກ້ວແລ້ວ​ກົດ​ສຳ​ລີ​ລົງ​ໄປ​ເພື່ອ​ໃຫ້​ຊຸ່ມ​ຫລາຍ​ຂຶ້ນຈາກ​ນັ້ນ​ເຕີມ​ສຳ​ລີ​ລົງ​ໄປ​ອີກ​ຈົນ​ເຕັມ​ຂວດ
  5. ປິດ​ຝາ​ໃຫ້​ແໜ້ນ​ສະນິດ​ທັນ​ທີ​ທຸກ​ເທື່ອ​ທີ​ໃຊ້​ເພື່ອ​ບໍ່​ໃຫ້​ແຜ່ນ​ສຳ​ສີ​ແຫ້ງຈຶ່ງ​ຄວນ​ເກັບ​ໄວ້​ໃນ​ທີ່​ແຫ້ງ​ແລະ​ເ ​ຍັນ
  6. ຄວນ​ໃຊ້​ແຜ່ນ​ເຊັດ​ເຄື່ອງ​ສຳ​ອາງ​ທຸກ​ມື້

makeup-remover

Makeup-Remover-Pad

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...