spot_img
Homeຂ່າວຕ່າງປະເທດສານ​ມຽນ​ມ້າ ຈຳ​ຄຸກ​ຜູ້​ຈັດ​ກາ​ນ​ຮ້ານ​ບັນ​ເທີງ​ໃນ​ຢາງ​ກຸ້ງ ໂພ​ສ​ຕ໌​ພະ​ພຸດ​ທະ​ຮູບ ເປັນ​ດີ​ເຈ ໂຄ​ສະ​ນາ​ເຄື່ອງ​ດື່ມ

ສານ​ມຽນ​ມ້າ ຈຳ​ຄຸກ​ຜູ້​ຈັດ​ກາ​ນ​ຮ້ານ​ບັນ​ເທີງ​ໃນ​ຢາງ​ກຸ້ງ ໂພ​ສ​ຕ໌​ພະ​ພຸດ​ທະ​ຮູບ ເປັນ​ດີ​ເຈ ໂຄ​ສະ​ນາ​ເຄື່ອງ​ດື່ມ

Published on

MYANMAR-NZEALAND-COURT-RELIGION

ຜູ້​ຈັດ​ການ​ຮ້ານ​ບັນ​ເທີງ​ຊາວ​ນິວ​ຊີ​ແລນ ຖືກ​ສານ​ຈຳ​ຄຸກ 2 ປີເຄິ່ງ ຖານ​ໂພ​ສ​ຕ໌​ຮູບ​ພະ​ພຸດ​ທະ​ຮູບ​ສວມ​ຫູ​ຟັງ ເພື່ອ​ໂຄ​ສະ​ນາ​ເຄື່ອງ​ດື່ມ​ລົງ​ທາງ​ເຟ​ສ​ບຸກ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 17 ມີ​ນາ​ຜ່ານ​ມາ​ນີ້​ວ່າ ຜູ້​ຈັດ​ການ​ຮ້ານ​ບັນ​ເທີງ​ຊາວ​ນິວ​ຊີ​ແລນ ແລະ ​ເພື່ອນ​ຮ່ວມ​ງານ​ຊາວ​ມຽນ​ມ້າ​ອີກ 2 ຄົນ ໄດ້​ຖືກ​ສານ​ນະ​ຄອນ​ຢາງ​ກຸ້ງ​ຂອງ​ມຽນ​ມ້າ ຕັດ​ສິນ​ຈຳ​ຄຸກ 2 ປີ 6 ເດືອນ ເນື່ອງ​ຈາກ​ໃຊ້​ພະ​ພຸດ​ທະ​ຮູບ​ໃນ​ການ​ສົ່ງ​ເສີມ​ການ​ຂາຍເຄື່ອງ​ດື່ມ​ລາ​ຄາ​ຖືກ​ຂອງ​ຮ້ານ.

ທ້າວ ຟິ​ລິບ ແບ​ລັກ​ວູ໊ດ ເຊິ່ງ​ເປັນ​ຜູ້​ຈັດ​ການ​ໃນ​ຮ້ານ​ບັນ​ເທີງ VGastro ໃນ​ນະ​ຄອນ​ຢາງ​ກຸ້ງ ໄດ້​ຮ່ວມ​ກັນ​ກັບ​ເຈົ້າ​ຂອງ​ຮ້ານ​ຊາວ​ມຽນ​ມ້າ ແລະ ຜູ້​ຈັດ​ການ​ຊາວ​ມຽນ​ມ້າອີກ 1 ຄົນ ໄດ້​ໂພ​ສ​ຕ໌​ຮູບ​ພະ​ພຸດ​ທະ​ຮູບ ສວມ​ຫູ​ຟັງ​ດີ​ເຈ​ລົງ​ໃນ​ເຟ​ສ​ບຸກ ເຊິ່ງ​ຖື​ເປັນ​ຄວາມ​ຜິດ​ຕາມ​ກົດ​ໝາຍ​ມຽນ​ມ້າ ຖານ​ດູ​ໝິ່ນ​ສາ​ສະ​ໜາ.

 

ບົດຄວາມຫຼ້າສຸດ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...

ນໍ້າຖ້ວມຂັງໃນຕົວເມືອງ ນວ ໃນ ໄລຍະລະດູຝົນ ເກີດຈາກຫຼາຍປັດໄຈ

ບັນຫານ້ຳຖ້ວມຂັງໃນຕົວເມືອງ-ຖ້ວມຖະໜົນຫົນທາງ ໃນນະຄອນຫຼວງວຽງຈັນ(ນວ) ໃນລະດູຝົນ ແມ່ນບັນຫາໜຶ່ງທີ່ເກີດຂຶ້ນເປັນປະຈຳທຸກໆປີ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາລົງຊີວິດ ແລະ ຊັບສິນຂອງປະຊາຊົນ ເຮັດໃຫ້ການສັນຈອນເດີນທາງໄປມາ ມີຄວາມຫຍຸ້ງຍາກ ແລະ ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ການຈັດຕັ້ງລັດ ແລະ ອື່ນໆ. ທ່ານ...

ຍອດຜູ້ເສຍຊີວິດພຸ່ງຂຶ້ນ 109 ຄົນ ຈາກເຫດການນ້ຳຖ້ວມຮຸນແຮງໃນລັດເທັກຊັດ ສ.ອາເມລິກາ

ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມກະທັນຫັນໃນລັດເທັກຊັດ ເພີ່ມຂຶ້ນຢ່າງນ້ອຍ 109 ຄົນ ແລະ ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຄົ້ນຫາຜູ້ສູນຫາຍອີກ 160 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ: ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມໃນລັດເທັກຊັດ ສ.ອາເມລິກາ ຕັ້ງແຕ່ວັນທີ 4 ກໍລະກົດ 2025...

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...