spot_img
Homeຄວາມງາມ6 ບັນຫາທີ່ຂັດຂວາງຄວາມງາມ

6 ບັນຫາທີ່ຂັດຂວາງຄວາມງາມ

Published on

204374

6 ບັນຫາ​ທີ່​ຂັດ​ຂວາງ​ຄວາມ​ງາມຂອງເຮົາຊຶ່ງ​ເປັນ​ສິ່ງ​ທີ່​ສາວໆ​ເບື່ອ​ຫລາຍເພາະ​ບໍ່​ຢາກ​ໃຫ້​ເກີດ​ຂຶ້ນ​ກັບ​ຕົວ​ເອງ​ເລີຍແຕ່​ບັນຫາ​ເຫລົ່າ​ນີ້​ຈະ​ໝົດ​ໄປເພາະ​ເຮົາ​ຈະ​ມີ7ບັນຫາ​ທີ່​ສາວໆ​ເປັນ​ແລະເທັກ​ນິກ​ການ​ແກ້​ບັນຫາ​ຫລາຍ​ຝາກ​​

  1. ຕາບ​ວມ ບັນຫາຕາ​ບວມອາດຈະ​ເກີດ​ມາ​ຈາກ​ຮອລ໌​ໂມນ​ໃນ​ຮ່າງກາຍ​ຂອງ​ເຮົາຫລື​ອາດ​ເກີດ​ຈາກ​ການ​ຮ້ອງ​ໄຫ້ (ຮ້ອງ​ໄຫ້​ໜັກ​ຫລາຍ)ຂອງ​ສາວວິທີ​ແກ້​ໃຊ້​ນ້ຳກ້ອນ​ປະ​ຄົບ​ທີ່​ຕາ​ໄປ​ເລື່ອຍ​ໆຈົນ​ກວ່າ​ອາການ​ຕາ​ບວມ​ຈະ​ເຊົາເປັນ​ປົກກະຕິ
  2. ສິວ ສິວເປັນ​ບັນຫາ​ໃຫຍ່​ຫລວງ​ເລີຍເພາະ​ສິວ​ມີ​ຫລາຍ​ຂະໜາດ​ຈາກ​ນ້ອຍ​ໄປ​ໃຫຍ່​ເລີຍ​ວິທີ​ການ​ແກ້​ຄືໃຫ້​ສາວ​ໃຊ້​ຢາ​ແຕ້ມ​ສິວ​ກ່ອນທີ່ຈະ​ແຕ່ງ​ໜ້າຫລື​ອາດ​ຈະໃຫ້​ແຜ່ນ​ດູດ​ສິວ​ທີ່​ເຂົ້າ​ກັບ​ສີ​ຜິວ​ໜ້າ​ເຮົາ​ແປະ​ໄວ້ຖ້າ​ບາງ​ຄົນ​ມີ​ຮອຍ​ແດງໆ​ຈາກ​ສິວ​ກໍ​ໃຊ້​ຄອນ​ຊິນ​ເລີ​ປົກ​ປິດ​ໄດ້​
  3. ເມກ​ອັບ​ຫາຍ​ໄປ​ພ້ອມ​ກັບ​ເຫື່ອ ອາ​ກາດປະເທດເຮົາ​​ຮ້ອນຫລາຍຈຶ່ງ​ເຮັດໃຫ້​ສາວໆ​ຫລາຍ​ທ່ານ​ເຈີ​ບັນຫາ​ນີ້​ໄປ ວິທີ​ແກ້​ໄຂຄືຄວນ​ທີ່​ຈະ​ໃຊ້​ເຄື່ອງ​ສຳ​ອາງ​ທີ່​ກັນ​ເຫື່ອຫລື​ຕ້ອງ​ຄອຍຖ້າ​ເຕີມ​ເມກ​ອັບ​ເມື່ອ​ຮູ້ສຶກ​ວ່າ​ເມກ​ອັບ​ເທິງ​ໃບ​ໜ້າ​ຫາຍ​ໄປບໍ່​ກໍ​ໃຫ້​ສາວໆ​ຫລີກ​ລ້ຽງ​ອອກ​ໄປ​ສະຖານ​ທີ່​ຮ້ອນ​ໆ
  4. ຜົມ​ລີບ​ແປ ວິທີການ​ແກ້​ນັ້ນແນະ​ນຳ​ໃຫ້​ສະ​ເປ​ປ້ອງ​ກັນ​ຜົມ​ລີບ​ແປແຕ່​ຖ້າ​ສາວໆ​ຄົນ​ໃດ​ບໍ່​ໄດ້​ອອກ​ໄປ​ໃສແນະ​ນຳ​ເລີຍ​ວ່າໃຫ້​ໃຊ້​ໄດ​ເປົ່າ​ໂດຍ​ໃຊ້​ຄວາມ​ເຢັນເພື່ອ​ເປັນ​ການ​ກະຕຸ້ນ​ເຊວ​ຜົມ​ບໍ່​ໃຫ້​ລີບ​ຫລາຍກວ່າ​ນີ້ແລະ​ອີກ​ເຄັດລັບ​ໜຶ່ງ ຄືການເຮັດ​ປາຍ​ຜົມ​ໃຫ້​ພອງ​ຈະໃຫ້​ຜົມ​ແລ​ເບິ່ງ​ມີ​ນ້ຳ​ໜັກ​ຫລາຍ​ຂຶ້ນ
  5. ມາດ​ຄາ​ລ່າ​ເປັນ​ກ້ອນ ສາວໆຄົນ​ໃດ​ງົກຍັງ​ຈະ​ໃຊ້​ຂອງ​ເກົ່າເວົ້າ​ໄດ້​ເລີຍ​ວ່າກະລຸນາ​ໂຍນ​ຖິ້ມ​ເລີຍ​ເພາະ​ມັນ​ສົ່ງ​ຜົນ​ອັນຕະລາຍ​ຕໍ່​ດວງ​ຕາ​ຂອງ​ສາວໆ​ໄດ້ການ​ທາ​ມາດ​ຄາ​ລ່າ​ມັກ​ຈະ​ປະ​ສົບ​ບັນຫາ​ວ່າທາ​ໄປ​ແລ້ວ​ມັນ​ເປັນ​ກ້ອນວິທີ​ການ​ໃຊ້​ໂດຍ​ເອົາ​ນິ້ວ​ຊີ້​ຈຸ່​ມວາດສະ​ລີນແລະ​ເກ່ຍ​ໃຫ້​ບາງໆໃຊ້​ນິ້ວ​ຊີ້​ແລະ​ນິ້ວ​ໂປ້ງ​ທາ​ລົງ​ຂົນ​ຕາ​ທີ່​ມາດ​ຄາ​ລ່າ​ເປັນ​ກ້ອນ

6. ແຖ​ຂົນ​ແລ້ວ​ບໍ່​ຮູ້ສຶກ​ບໍ່​ລຽບ​ນຽນ ການແຖ​ຂົນ​ຂາ​ເປັນ​ບັນຫາ​​ຫລາຍ​ກັບ​ສາວເພາະ​ຮູ້ສຶກ​ແຖ​ແລ້ວ​ເປັນຫຍັງ​​ບໍ່​ນຽນ​ເອົາ​​ເລີຍວິທີ​ການ​ແກ້​ເມື່ອ​ແຖ​ສຳເລັດ​ແລ້ວ​ໃຫ້​ໃຊ້​ນ້ຳ​ມັນ​ໝາກພ້າວ​ທາ​ບໍລິເວນ​ທີ່​ແຖ​ລົງ​ໄປໂດຍ​ຍັງ​ບໍ່​ຕ້ອງ​ທາ​ໂລ​ຊັ່ນ​ໃນ​ມື້​ນັ້ນຈະ​ເຮັດໃຫ້​ຂາ​ເບິ່ງ​ລຽບ​ນຽນ​ງາມ​

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...