spot_img
HomeBaby-ແມ່ແລະເດັກລີນາ ເມດີນາ! ທ່ານແມ່ທີ່ອາຍຸໜ້ອຍ ທີ່ສຸດໃນໂລກ

ລີນາ ເມດີນາ! ທ່ານແມ່ທີ່ອາຍຸໜ້ອຍ ທີ່ສຸດໃນໂລກ

Published on

ລີນາ ເມດີນາ ທ່ານແມ່ທີ່ອາຍຸໜ້ອຍ ທີ່ສຸດໃນໂລກ ຫຼັງຈາກເກີດລູກຄົນທໍາອິດ ໃນໄວອາຍຸພຽງ 5ປີ 7ເດືອນ

ທໍາມະຊາດສ້າງເພດຊາຍ-ຍິງ ເພື່ອສືບຂະຫຍາຍເຜົ່າພັນຂອງມະນຸດ ໃຫ້ເປັນໄປຕາມທໍາມະຊາດ ແຕ່ບາງຄັ້ງທໍາມະຊາດກໍ່ຫຼິ້ນຕະລົກກັບບາງຄົນ ດັ່ງເດັກສາວທີ່ຊື່ວ່າ ລີນາ ເມດິນ່າ ຊາວເປຣູ ຜູ້ຊຶ່ງເກີດລູກຄົນທໍາອິດ ໃນໄວອາຍຸພຽງ 5ປີເທົ້ານັ້ນ!

1

ຢ້ອນກັບໄປໃນປີ 1933 ທີ່ປະເທດເປຣູ ເດັກຍິງ ລີນາ ເມດີນ່າອາຍຸ 5ປີ ເກີດອາການທ້ອງບວມຜິດປົກກະຕິ ຄອວຄົວຂອງລາວຄິດວ່າ ເດັກຍິງຄົນນີ້ ຄົງປ່ວຍເປັນເນື້ອງອກຂະໜາດໃຫຍ່ ຈຶ່ງພາໄປໂຮງໝໍ ໃນກຸງລິມາປະເທດເປຣູ ເພື່ອກວດສອບເບິ່ງຢ່າງລະອຽດ ແຕ່ທັງໝົດ ກັບໄດ້ຮັບຄໍາຕອບທີ່ບໍ່ຄາດຄິດເມື່ອທ່ານໝໍຢືນຢັນວ່າ ເດັກຍິງລີນາ ຕັ້ງທ້ອງມາແລ້ວໄດ້ 7ເດືອນ

ຄວາມຈິງແລ້ວ ເດັກຍິງລີນາ ມີພັດທະນາການທາງຮ່າງກາຍທີ່ຄ່ອນຂ້າງແປກ ເພາະລາວມີປະຈໍາເດືອນມາຄັ້ງທໍາອິດໃນຂະນະທີ່ອາຍຸພຽງ 8 ເດືອນ ເລີ່ມມີເອິກ ຕອນອາຍຸ 4ປີ ແລະ ມີກະດູກໃນລັກສະນະການທີ່ພັດທະນາເຕັມທີ່ຄືກັບຜູ່ໃຫຍ່ໃນໄວອາຍຸພຽງ 5​ປີ ຊຶ່ງຫຼັງຈາກຖືກກວດພົບວ່ານາງຕັ້ງທ້ອງ ອີກເດືອນເຄິ່ງຕໍ່ມານາງກໍ່ໃຫ້ກໍາເນີດລູກຊາຍ ດ້ວຍວິທີຜ່າຄອດ ຊື່ວ່າ ເຄຼົາຣ໌ໂດ ທີ່ມີນໍ້າໜັ້ກ 2.7 ກິໂລ, ໂດຍວັນທີ່ລີນາ ເກີດລູກລາວມີອາຍຸພຽງ 5ປີ 7ເດືອນ ກັບ 21ວັນເທົ້ານັ້ນ!

2

ສໍາລັບຜູ້ເປັນພໍ່ຂອງ ເຄຼົາຣ໌ໂດ ໂຕຂອງເດັກຍິງ ລີນາ ບໍ່ເຄີຍຖືກເປີດເຜີຍວ່າແມ່ນເປັນໃຜ ເພາະສະໄໝນັ້ນຍັງບໍ່ມີເທັກໂນໂລຢີ່ ໃນການກວດສອບ DNA ແຕ່ທາງຕໍາລວດສົງໃສພໍ່ຂອງ ລີນາ ເປັນຄົນທໍາອິດ ເຂົາຈຶ່ງຖືກຈັບກຸມໃນຂໍ້ຫາຂົ່ມຂືນ ແຕ່ເນື່ອງຈາກຫຼັກຖານບໍ່ພຽງພໍ ລາວຈຶ່ງໄດ້ຮັບການປ່ອຍໂຕ ໃນທີ່ສຸດ

ຊຶ່ງ ລີນາ ແລະ ເຄຼົາຣ໌ໂດ ຖືກລ້ຽງມາໂດຍເຮັດໃຫ້ຄິດວ່າທັງສອງເປັນພີ່ນ້ອງກັນ ຈົນທາງຄອບຄົວມາເປີດເຜີຍຄວມຈິງດັ່ງກ່າວໃນອີກ 10ປີພາຍຫຼັງ ແລະ ເມື່ອລີນາໃຫຍ່ຂຶ້ນ ນາງກໍ່ໄດ້ເຂົ້າເຮັດວຽກໃນຄລີນິກຂອງ ດຣ.ໂລຊາດ້າ ໝໍທີ່ຜ່າຕັດເຮັດການຄອດລູກໃຫ້ກັບນາງ ແລະ ຍັງສົງໃຫ້ເຄຼົາຣ໌ໂດ ໄດ້ຮຽນຈົນຈົບຊັ້ນມັດທະຍົມອີກດ້ວຍ

3

ຕໍ່ມາທາງ ລີນາ ໄດ້ແຕ່ງງານກັບຊາຍຄົນໜຶ່ງຊື່ ຣາອູລ ຈູຣາໂດ້ ກໍ່ຈະມີລູກຊາຍຄົນທີ່ສອງໃນປີ 1972 ຫຼືອີກ 33 ປີຕໍ່ມານັ້ນເອງ ສ່ວນລູກຊາຍ ເຄຼົາຣ໌ໂດ້ ກໍ່ມີຊີວິດດໍາເນີນໄປແບບປົກກະຕິ ກ່ອນທີ່ລາວຈະເສຍຊີວິດໃນປີ 1979 ຈາກໂລກໄຂກະດູກນັ້ນເອງ

ປັດຈຸບັນ ລີນາ ເມດິນາ ໃນໄວອາຍຸ 81ປີ ຍັງຄົງໃຊ້ຊີວິດໃນກຸງລິນາ ປະເທດເປຣູ ກັບຄອບຄົວ ຂອງລາວ ແຕ່ລາວເອງບໍ່ຄ່ອຍເປີດເຜີຍໂຕຕໍ່ສາທາລະນະຊົນອີກເລີຍ ເຖີງແມ່ນຈະມີສື່ຫຼາຍລາຍເຂົ້າໄປສໍາພາດເຖີງເລື່ອງລາວຊີວິດຂອງລາວກໍ່ຕາມ ແຕ່ກໍ່ຖືກປະຕິເສດກັບມາທັງໝົດ ເຮັດໃຫ້ປັດຈຸບັນມີພຽງຮູບຖ່າຍຂອງນາງ ໃນຂະນະຕັ້ງທ້ອງ ແລະ ຮູບຖ່າຍຄູ່ກັບເຄຼົາຣ໌ໂດ້ ໃນໄວເດັກເທົ່ານັ້ນ ແນ່ນອນວ່າເລື່ອງລາວຂອງນາງ ຍັງຄົງສ້າງຄວາມປະຫຼາດໃຈທັ້ງໃນວົງການແພດ ແລະ ສາທາລະນະຊົນ ຈວບຈົນປັດຈຸບັນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...