Homeຂ່າວການພັດທະນາADB ສະໜອງເງິນກູ້ 280 ຕື້ກີບ ສ້າງລະບົບຂົນສົ່ງໃໝ່ຢູ່ວຽງຈັນ

ADB ສະໜອງເງິນກູ້ 280 ຕື້ກີບ ສ້າງລະບົບຂົນສົ່ງໃໝ່ຢູ່ວຽງຈັນ

Published on

20150312130423

ທະນາຄານ​ພັດທະນາ​ອາຊີ (ADB)ໄດ້​ອະນຸມັດ​ທຶນ​ກູ້​ຢືມ​ຈຳນວນ 35 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 280 ຕື້​ກີບ ໃຫ້​ລັດຖະ​ບານ​ແຫ່ງ ​ສປປ ລາວ ເພື່ອສະໜອງ​ໃຫ້ການ​ສ້າງ​ລະບົບ​ຂົນສົ່ງ​ໃໝ່ ດ້ວຍ​ລົດເມ​ສາຍ​ດ່ວນ ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ ທີ່​ຕິດ​ພັນ​ກັບ​ການ​ຂົນສົ່ງ ແນໃສ່​ເພື່ອ​ແກ້​ໄຂ​ບັນຫາການ​ສັນຈອນ​ແອ​ອັດ​ຢູ່​ນະຄອນຫຼວງ​ວຽງ​ຈັນ ທີ່​ມີ​ການ​ຂະຫຍາຍຕົວຢ່າງ​ວ່ອງໄວ.

ພິທີ​ລົງ​ນາມ​ສັນຍາ​ເງິນ​ກູ້​ດັ່ງກ່າວ​ ໄດ້​ຈັດ​ຂຶ້ນ​ວັນ​ທີ 12 ມີນາ 2015 ຢູ່​ໂຮງແຮມ​ດອນ​ຈັນ​ພາເລດ ລະຫວ່າງທ່ານ ​ດຣ. ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ແລະ ທ່ານ ທາ​ເຄຮີໂກະ ​ນາ​ກາ​ໂອະ ​ປະທານ ADB ໂດຍ​ຊ້ອງ​ໜ້າ​ພະນັກງານ​ກ່ຽວຂ້ອງ ແລະ ແຂກ​ຖືກ​ເຊີນ.

ລະບົບ​ຂົນສົ່ງ​ດ້ວຍ​ລົດເມ​ສາຍດ່ວນ ປະກອບ​ມີ​ຊ່ອງ​ທາງ​ຈະລາຈອນ​ສະເພາະ ເຊິ່ງ​ມີ​ຄວາມ​ຍາວປະມານ 11 ກິໂລແມັດ ມີ​ສະ​ຖານີ​ຈອດ 24 ຈຸດ ແລະ ມີ​ລົດເມ​ທີ່​ປ່ອຍ​ອາຍ​ກາກ​ໂບ​ນິກຕ່ຳ​ຫຼາຍ​ກວ່າ 90 ຄັນ ໄວ້​ຄອຍ​ບໍລິ​ການ ໂຄງການ​ນີ້​ຍັງ​ໄດ້​ຮັບທຶນ​ເພື່ອ​ປັບປຸງ​ການ​ຄຸ້ມ​ຄອງ​ການ​ສັນຈອນ ​ໃນ​ເຂດ​ໃຈກາງ​ເມືອງ ໃນ​ນີ້​ລວມ​ມີ​ການ​ຕິດ​ຕັ້ງ​ໄຟ​ສັນຍານ​ຈະລາຈອນ​ໃນ​ເຂດ 4 ແຍກ ພ້ອມ​ທັງ​ປັບປຸງ​ສູນ​ກາງ​ຄວບ​ຄຸມ​ລະບົບ​ການ​ສັນຈອນ ມີ​ການ​ຕິດຕັ້ງ​ລະບົບ​ການ​ເສຍ​ຄ່າ​ຈອດ​ລົດ ແລະ ການ​ຂຶ້ນ​ທະບຽນ​ຍານ​ພາຫະ​ນະ​ດ້ວຍ​ລະບົບ​ເອ​ເລັກ​ໂຕຣນິກ ນອກ​ນີ້​ຍັງ​ຈະ​ມີ​ການ​ປັບປຸງທາງ​ຄົນ​ຍ່າງ​ຕື່ມ​ອີກ.

ທະນາຄານ​ເພື່ອ​ການ​ລົງທຶນ​ເອີຣົບ ກອງ​ທຶນ​ສະຫະພາບ​ເອີ​ຣົບ ເພື່ອ​ການ​ລົງທຶນ​ໃນ​ອາຊີ ກອງທຶນ​ສິ່ງແວດລ້ອມ​ໂລກ ກອງ​ທຶນ​ຜູ້ສົ່ງ​ອອກ​ນ້ຳ ເພື່ອ​ການ​ພັດທະນາສາກົນ ແລະ ພາກສ່ວນ​ເອກະ​ຊົນ ກໍ່​ຈະ​ສະໜອງ​ທຶນ​ສົມທົບ​ທີ່​ຈະ​ໄດ້ຮັບ​ອະນຸມັດ​ລວມ​ມູນ​ຄ່າ 50 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 400 ຕື້​ກີບ ພ້ອມ​ທຶນ​ສົມທົບຂອງ​ລັດຖະບານ​ລາວ 14,5 ລ້ານ​ກີບ ຫຼື ປະມານ 116 ຕື້​ກີບ ໃນ​ນີ້ ADB ຈະ​ເປັນ​ຜູ້​ບໍລິຫານທຶນ​ກູ້​ຢືມ ​ທີ່​ຈະ​ໄດ້​ຮັບ​ຈາກ​ກອງທຶນ​ຜູ້​ສົ່ງ​ອອກ​ນ້ຳ​ ເພື່ອ​ການ​ພັດທະນາ​ສາກົນ 15 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 120 ຕື້​ກີບ ແລະ 2 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 16 ຕື້​ກີບ ຈາກ​ກອງ​ທຶນສິ່ງແວດລ້ອມ​ໂລກ ໂຄງການ​ນີ້ ຈະ​ດຳເນີນ​ໄປ​ເປັນ​ເວລາ 5 ປີ ເຊິ່ງ​ຄາດ​ວ່າ​ຈະ​ສຳເລັດ​ໃນ​ເດືອນມິຖຸນາ 2020.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...