Home​ຂ່າວທ່ອງທ່ຽວທ່ອງທ່ຽວຖໍ້າທີ່ໃຫຍ່ທີ່ສຸດ! ກັບຄວາມງາມທີ່ປະທັບໃຈຈົນທ່ານບໍ່ຮູ້ລືມ

ທ່ອງທ່ຽວຖໍ້າທີ່ໃຫຍ່ທີ່ສຸດ! ກັບຄວາມງາມທີ່ປະທັບໃຈຈົນທ່ານບໍ່ຮູ້ລືມ

Published on

ຊາວບ້ານໄດ້ພົບ ຮູຂະໜາດໃຫຍ່ໃກ້ພູເຂົາ ແຕ່ສິ່ງທີ່ຢູ່ຂ້າງໃນ ເຮັດໃຫ້ທ່ານຈົນບໍ່ຢາກເຊື່ອເລີຍລະ!

 1

ການໄຫຼຜ່ານຂອງແມ່ນໍ້າ ທີ່ກັດກ້ອນຫິນປູນກ້ອງພູເຂົາເປັນເວລາຍາວນານ ຈົນຊັ້ນຫິນປູນອ່ອນໂຕລົງເພດານຖໍ້າຈຶ່ງຖະຫຼົມລົງມາຈົນກາຍເປັນອຸໂມງ ຊ່ອງແສງຂະໜາດໃຫຍ່ ທໍາມະຊາດທີ່ຍັງຊົງຄວາມງົດງາມ ອຸດົມສົມບຸນ ທີ່ສຸດພູເຂົາປ່າ ແລະ ສາຍນໍ້າ ຄວາມງາມຂອງທໍາມະຊາດທີ່ທ່ານຈະປະທັບໃຈບໍ່ຮູ້ລືມ

ປະເທດ ຫວຽດນາມປະເທດເພື່ອນບ້ານທີ່ໃກ້ຄຽງຂອງເຮົາ ມີຖໍ້າທີ່ໃຫຍ່ທີ່ສຸດໃນໂລກ Son Doong Cave (ຖໍ້າຊັນດອງ)

ເປັນຖໍ້າ ຫິນປຸນ ທີ່ຢູ່ໃນເຂດອຸທະຍານແຫ່ງຊາດ Nha-Ke Bang ຊຶ່ງຢູ່ທາງທິດໃຕ້ຂອງ Hanoi ເມື່ອງຫຼວງຂອງຫວຽດນາມ ໄລຍະທາງ 45 ໄມລ໌ ແລະ ຢູ່ຕິດກັບຊາຍແດນປະເທດລາວ

2

ຖໍ້າແຫ່ງນີ້ຖືກຄົ້ນພົບ ໂດຍຊາວທ້ອງຖິ່ນຊື່ Ho Khanh ໃນປີ 1991 ແລະ ໄດ້ຮັບການສໍາລວດຈາກກຸ່ມນັກວິທະຍາສາດຊາວອັງກິດເມື່ອປີ 2009

3

Son Doong ໝາຍເຖີງ ຖໍ້າພູເຂົາແມ່ນໍ້າ, ຄວາມໃຫຍ່ໂຕ ຂອງຖໍ້ານີ້ມີພື້ນທີ່ກວ່າ 5.5 ໄມລ໌ (8.8 ກິໂລແມັດ) ໃຫຍ່ ແລະ ສູງຂະໜາດທີສາມາດສ້າງຕຶກໄດ້ສູງເຖີງ 40 ຊັ້ນໄວ້ພາຍໃນຖໍ້າ, ຖໍ້ານີ້ເກີດຂຶ້ນເມື່ອປະມານ 2-5 ລ້ານປີກ່ອນ

4

ການໄຫຼຜ່ານຂອງແມ່ນໍ້າທີ່ກັດກ້ອນຫິນປູນໃຕ້ພູເຂົາເປັນເວລາຍາວນານ ຈົນຊັ້ນຫິນປູນອ່ອນໂຕລົງເພດານຖໍ້າຈຶ່ງຖະຫຼົມລົງມາຈົນກາຍເປັນອຸໂມງ ຊ່ອງແສງຂະໜາດໃຫຍ່

5

6

7

8

9

10

11

12

ປີ2013​ນັກທ່ອງທ່ຽວກຸ່ມທໍາອິດ ທີ່ມີໂອກາດເຂົ້າເຖີງຖໍ້າແຫ່ງນີ້ ໜຶ່ງໃນຜູ້ໂຊກດີ ທີ່ໄດ້ເຂົ້າໄປສໍາພັດ ຄວາມງາມທີ່ເໜືອຄໍາບັນຍາຍ ຄື John Spies ແລະ ພາບຄວາມງາມສຸດອະລັງການຂອງຖໍ້າ Son Dong ແຫ່ງນີ້ກໍ່ໄດ້ອອກມາອວດໂສມກັບຊາວໂລກ ມັນຈຶ່ງກາຍເປັນສະຖານທີ່ທ່ອງທ່ຽວທີ່ໃຜໆ ກໍ່ຢາກມີໂອກາດໄປເຢືອນຈັກເທື່ອໜຶ່ງ

13

14

ການເດີນທາງພ້ອມໄກດ໌ໃຊ້ເວລາ 7ວັນ ຄ້າງແຮມໃນຖໍ້າ 5​ ຄືນລາຄາໂດຍຢູ່ທີ່ປະມານ 20.000.000 ກີບ

15

16

ຖໍ້າແຫ່ງນີ້ຍັງອຸດົມສົມບຸນ ໄປດ້ວຍອັນຍະມະນີທີ່ຫາຍາກທີ່ເກີດຂຶ້ນໃນຊ່ວງຫຼາຍຮ້ອຍປີທີ່ຜ່ານມາ

17

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...