Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານ​ແຂວງ​ອຸ​ດົມ​ໄຊ ຕັດ​ສິນ​ປະ​ຫານ​ຊີ​ວິດ​ຄົນ​ໄທ 2 ຄົນ - ລາວ 1 ຄົນ ຂໍ້​ຫາ​ຢາ​ເສບ​ຕິດ!

ສານ​ແຂວງ​ອຸ​ດົມ​ໄຊ ຕັດ​ສິນ​ປະ​ຫານ​ຊີ​ວິດ​ຄົນ​ໄທ 2 ຄົນ – ລາວ 1 ຄົນ ຂໍ້​ຫາ​ຢາ​ເສບ​ຕິດ!

Published on

Jone

ທ້າວ ກ້ອງກຽດ ທະນາວຸດທິໄຊ ອາຍຸ 33 ປີສັນຊາດໄທ ຢູ່ບ້ານຟ້າທະຍານ, ທ້າວ ຈີວັດທະນາ ສອນພັນ ອາຍຸ 31 ປີສັນຊາດໄທ ຢູ່ບ້ານຫ້ວຍຄູ ເມືອງວຽງແກ່ນ ແຂວງຊຽງລາຍ ປະເທດໄທ ແລະ ທ້າວ ເສິກ ອາຍຸ 21 ປີຢູ່ບ້ານຫ້ວຍຊາຍໃຕ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຖືກສານປະຊາຊົນແຂວງອຸດົມໄຊຕັດສິນ ລົງໂທດປະຫານຊີວິດເມື່ອອາທິດຜ່ານມາ, ໃນຂໍ້ຫາຄ້າເຮໂລອິນ, ໂດຍພວກກ່ຽວຖືກເຈົ້າໜ້າທີ່ຈັບຕົວໄດ້ ຢູ່ເສັ້ນທາງລະຫວ່າງແຂວງອຸດົມໄຊຫາຫລວງພະບາງ, ໃນຂະນະພາກັນຂັບຂີ່ລົດກະບະອີຊູຊຸດີແມກສີດຳ ໝາຍເລກທະບຽນ ຂຍ 4627 ຊຽງໃໝ່ ນຳເອົາເຮໂລອີນ ຈຳນວນ 4 ແທ່ງໄປສົ່ງໃຫ້ລູກຄ້າຢູ່ແຂວງຫລວງພະບາງ ເມື່ອວັນທີ 4 ກໍລະກົດ 2014. ເຊິ່ງພວກກ່ຽວຮັບສາລະພາບ ຕໍ່ເຈົ້າໜ້າທີ່ວ່າ: ເຮໂລອິນ ທັງໝົດແມ່ນຊື້ມາຈາກຂະບວນການຄ້າຢາເສບຕິດຢູ່ບ້ານມ້ອມ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ເພື່ອຈະເອົາໄປຈຳໜ່າຍໃຫ້ລູກຄ້າຢູ່ແຂວງຫລວງພະບາງ.

ຂ່າວໃຫ້ຮູ້ຕື່ມວ່າ: ໃນຕົ້ນເດືອນມີນານີ້, ເຈົ້າໜ້າທີ່ ປສກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ລົງແກ້ ໄຂໄວໜຸ່ມມົ້ວສຸມຢາເສບຕິດຢູ່ບ້ານໂພນສົມບູນ, ສາມາດຈັບຜູ້ມົ້ວສຸມ ແລະ ຄ້າຂາຍຢາເສບຕິດໄດ້ 7 ຄົນ, ໃນນັ້ນ ສອງຄົນແມ່ນຜູ້ຄ້າຂາຍຢາບ້າຄື: ທ້າວ ປະກາຍທອງ(ແກະ) ອາຍຸ 30 ປີ ແລະ ທ້າວ ນຸ່ຍ ອາຍຸ 27 ປີ, ພ້ອມ ຂອງກາງ ຢາບ້າ 123 ເມັດ, ຈຶ່ງຍຶດໄວ້ເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ. ສ່ວນໄວລຸ້ນ 5 ຄົນທີ່ມາຮ່ວມມົ້ວສຸມຢາເສບຕິດເຈົ້າໜ້າທີ່ໄດ້ນຳຕົວສົ່ງໄປຢູ່ສູນບຳບັດຢາເສບຕິດນະຄອນຫລວງວຽງຈັນ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...