spot_img
Homeຂ່າວຕ່າງປະເທດລົດ​ເມ​ເສຍ​ຫລັກ ຕົກ​ເຫວ​ຢູ່ບ​ຣາ​ຊິນ ຜູ້​ໂດຍ​ສານ​ເສຍ​ຊີ​ວິດຢ່າງ​ໜ້ອຍ 49 ຄົນ

ລົດ​ເມ​ເສຍ​ຫລັກ ຕົກ​ເຫວ​ຢູ່ບ​ຣາ​ຊິນ ຜູ້​ໂດຍ​ສານ​ເສຍ​ຊີ​ວິດຢ່າງ​ໜ້ອຍ 49 ຄົນ

Published on

EyWwB5WU57MYnKOuFqLC4ew1iYQZIainIJNPzJFaFdgHH9II5uLmjX

ເກີດ​ເຫດ​ລົດ​ເມ​ຕົກ​ເຫວ​ທາງ​ພາກ​ໃຕ້​ຂອງ​ປະ​ເທດບ​ຣາ​ຊິນ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 49 ຄົນ ແລະ ບາດ​ເຈັບ​ອີກ​ປະ​ມານ 10 ຄົນ ຄາດ​ຕົວ​ເລກ​ອາດ​ເພີ່ມ​ຂຶ້ນ​ອີກ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ ໃນ​ວັນ​ທີ 15 ມີ​ນາ​ຜ່ານ​ມາ​ນີ້ວ່າ ເກີດ​ອຸ​ບັດ​ເຫດ​ລົດ​ເມ​ຕົກ​ເຫວ 396 ແມັດ ໃກ້​ກັບ​ເມືອງ​ຈອຍ​ວິວ ລັດ​ຊານ​ຕ້າ ກາ​ຕາ​ຣິ​ນາ ທາງ​ພາກ​ໃຕ້​ຂອງ​ປະ​ເທດບ​ຣາ​ຊິນ ໃນ​ມື້​ວັນ​ເສົາ​ທີ 14 ມີ​ນາ​ຜ່ານ​ມາ ເປັນ​ເຫດ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 49 ຄົນ ລວມ​ທັງ​ມີ​ເດັກ​ອີກ 8 ຄົນ ໃນ​ຂ​ະ​ນະ​ທີ່​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ປະ​ມານ 10 ຄົນ ຖືກ​ນຳ​ໂຕ​ສົ່ງ​ໂຮງ​ໝໍ.

ອຸ​ບັດ​ເຫດ​ດັ່ງ​ກ່າວ​ນີ້ ເກີດ​ຂຶ້ນ​ໃນ​ກາງ​ຄືນ​ຂອງ​ມື້​ວັນ​ເສົາ ໂດຍ​ລົດ​ເມ​ໄດ້​ໂດຍ​ສານ​ຄົນ​ຫລາຍ​ກ່​ວາ 50 ຄົນ ມາ​ຈາກ​ເມືອງ ອູ​ນຽວ ດາ ວິກ​ຕໍ​ເຣຍ ໄປ​ຮ່ວມ​ພິ​ທີ​ກຳ​ທາງ​ສາ​ສະ​ໜາ ໃກ້​ກັບ​ຊາຍ​ຝັ່ງ​ລັດ​ປາ​ຣາ​ນາ ແຕ່​ເກີດ​ເສຍ​ຫລັກ​ຕົກ​ເຫວ ໃນ​ລະ​ຫວ່າງ​ເຂົ້າ​ທາງ​ໂຄ້ງ​ໂດຍ​ຍັງ​ບໍ່​ທັນ​ຮູ້​ສາ​ເຫດ​ທີ່​ແທ້​ຈິງ​ເທື່ອ.

 

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...