spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານນະຄອນຫລວງ ຕັດສີນລົງໂທດຜູ້ຄ້າຢາເສບຕິດ ຈຳຄຸກ 5 ປີ

ສານນະຄອນຫລວງ ຕັດສີນລົງໂທດຜູ້ຄ້າຢາເສບຕິດ ຈຳຄຸກ 5 ປີ

Published on

jone

ເມື່ອບໍ່ດົນມານີ້, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດ ສິນລົງໂທດທ້າວ ຈັນໄດ ອາຍຸ 29 ປີ ແລະ ນາງ ຕຸກ ອາຍຸ 25 ປີ ທັງສອງ ຢູ່ບ້ານນາລ້ອງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໃຫ້ຈຳຄຸກເປັນເວລາ 5 ປີພ້ອມປັບໃໝ 10 ລ້ານກີບ, ໃນຂໍ້ຫາຄ້າຂາຍຢາເສບຕິດ, ໂດຍຖືກ ເຈົ້າໜ້າທີ່ຈັບຕົວໄດ້ເມື່ອທ້າຍເດືອນພຶດສະພາ 2014 ຜ່ານມາ, ພ້ອມຂອງ ກາງຢາບ້າຈຳນວນໜຶ່ງຊຸກເຊື່ອງໄວ້ໃນເຮືອນ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວ ຈັນໃດ ເລີ່ມເສບຢາບ້າມາແຕ່ປີ 2013 ໂດຍຊື້ຢານຳນາງຕຸກ, ສ່ວນນາງຕຸກເລີ່ມ ຂາຍຢາບ້າໃຫ້ໄວລຸ້ນພາຍໃນເມືອງຫາດຊາຍຟອງ ມາແຕ່ປີ 2013 ເຊັ່ນກັນ ແລະ ຢາທີ່ຈຳໜ່າຍແມ່ນຊີ້ນຳ ຂະບວນການຄ້າຢາເສບຕິດໃນນະຄອນຫລວງວຽງຈັນ.

 

ແຫ​ລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...