Homeຂ່າວພາຍ​ໃນປະ​ທານເອ​ດີ​ບີ​ ແນະ­ນຳ​ລັດ​ຖະ​ບານ ໃຫ້​ຄວາມ​ສຳ­ຄັນ​ພາກ​ເອ­ກະ​ຊົນ

ປະ​ທານເອ​ດີ​ບີ​ ແນະ­ນຳ​ລັດ​ຖະ​ບານ ໃຫ້​ຄວາມ​ສຳ­ຄັນ​ພາກ​ເອ­ກະ​ຊົນ

Published on

c40855a0b813e0c03294b95bf00dc54b

ການ​ເດີນ­ທາງ​ຢ້ຽມ­ຢາມ ສປປ ລາວ ຄັ້ງ​ທຳ​ອິດ​ຂອງ​ທ່ານ ທາ​ເຄ​ຮີ​ໂກະ ນາ​ກາ​ໂອະ ປະ­ທານ​ທະ­ນາ­ຄານ​ພັດ​ທະນາ​ອາ­ຊີ (ເອ​ດີ​ບີ) ໄດ້​ເຂົ້າ​ພົບ​ປະ​ຫາ­ລືກັບ​ລັດ­ຖະ­ມົນ­ຕີ​ຫຼາຍ​ກະ­ຊວງ​ທີ່​ເອ​ດີ​ບີໃຫ້­ການ​ ຊ່ວຍ­ເຫຼືອ ເພື່ອ​ປຶກ­ສາ​ລື​ກ່ຽວກັບ​ການ​ສະ­ໜັບ­ສະ­ໜູນ​ຂອງ​ເອ​ດີ​ບີ​ເຖິງຄວາມ​ ພະ­ຍາ­ຍາມ​ໃນ​ການ​ຮັກ­ສາ​ການຂະ­ຫຍາຍ­ຕົວ​ທາງ​ເສດ­ຖະ­ກິດ​ໃນ​ໄລ­ຍະຜ່ານ​ມາ​ ໃຫ້​ມີ​ຄວາມ​ໝັ້ນ­ຄົງ ແລະ ປະ­ຊາຊົນ​ໄດ້​ຮັບ​ຜົນ​ປະ­ໂຫຍດ ຊຶ່ງ​ໄດ້​ໂອ້​ລົມກັນ​ໃນ​ຫຼາຍ​ຫົວ­ຂໍ້​ລວມ​ທັງ​ຄວາມ​ສຳ­ຄັນຂອງ​ພາກ​ເອ­ກະ​ຊົນ ໂດຍ​ທ່ານ​ໄດ້​ແນະນຳ​ໃຫ້​ລັດ­ຖະ­ບານ​ຍົກ​ສູງ​ການ​ສົ່ງ­ເສີມບັນ­ດາ​ວິ​ສາ​ຫະ​ ກິດ​ທີ່​ເປັນ​ກຳ­ລັງ​ແຮງ ຫຼັກ​ຂັບ​ເຄື່ອນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດຂອງ​ປະ­ເທດ​ດ້ວຍ​ການ​ປັບ­ປຸງ​ ບັນ­ດາ​ນິ­ຕິກຳ​ໃຫ້​ເປັນ​ມິດ​ກັບ​ນັກ​ລົງ­ທຶນ ແລະ ງ່າຍດາຍ​ຂຶ້ນ​ໃນ​ຂອດ​ການ​ປະ­ຕິ­ບັດ.

ທ່ານ​ປະ­ທານ​ທະ­ນາ­ຄານ​ພັດ­ທະ­ນາອາ­ຊີ​ກ່າວ​ຕໍ່​ສື່​ມວນ​ຊົນ​ເມື່ອ​ວັນ​ທີ 12 ມີ ນາ​ນີ້​ວ່າ: ເສດ­ຖະ­ກິດ​ຂອງ​ປະ­ເທດ​ຂະຫຍາຍ​ຕົວ­ຢ່າງ​ແຂງ­ແຮງ ກໍ​ເນື່ອງ​ມາຈາກ​ການ​ຊົມ­ໃຊ້​ຂອງ​ພາກ​ເອ­ກະ​ຊົນດ້ວຍ​ເຫດ​ນີ້​ການ​ປະ­ຕິ​ຮູບ​ ເພື່ອ​ສົ່ງ­ເສີມ ການ​ພັດ­ທະ­ນາ​ໃນ​ບັນ­ດາ​ວິ​ສາ​ຫະ​ກິດ​ໃຫ້ເປັນ​ເຄື່ອງ​ຈັກ​ຂັບ​ເຄື່ອນ​ການ​ ຂະ­ຫຍາຍຕົວ​ແມ່ນ​ມີ​ຄວາມ​ສຳ­ຄັນ​ຫຼາຍ ໂດຍ​ສະເພາະ​ການ​ແກ້​ໄຂ​ບັນ­ດາ​ລະ­ບຽບ​ການທາງ​ດ້ານ​ທຸ­ລະ​ກິດທີ່​ຊັບ­ຊ້ອນ​ ໃຫ້​ງ່າຍ­ດາຍ​ຂຶ້ນ, ມີ​ໂຄງ​ສ້າງອາ­ກອນ​ທີ່​ຈະ­ແຈ້ງ ແລະ ສາ­ມາດ​ຄາດເດົາ​ໄດ້ ພ້ອມ​ດຽວ​ກັນ​ນີ້​ຕ້ອງ​ປັບ­ປຸງ​ການເຂົ້າ​ເຖິງ​ແຫຼ່ງ​ທຶນ​ຂອງ​ຫົວ­ໜ່ວຍ​ທຸ­ລະ ​ກິດ​ຂະ­ໜາດ​ນ້ອຍ.

ເພື່ອ​ສ້າງ​ເງື່ອນ­ໄຂ​ທີ່​ເອື້ອ​ອຳ­ນວຍ​ແກ່​ພາກ​ເອ­ກະ​ຊົນ​ຫວ່າງ​ບໍ່​ດົນ​ມາ ​ນີ້​ ລັດຖະ​ບານ​ໄດ້​ເປີດ​ສູນ​ປະ​ເມີນ​ຜົນ​ກະ­ທົບ ດ້ານ​ລະ­ບຽບ​ການ​ສຳ­ລັບ​ຮ່າງ​ກົດ­ໝາຍທີ່​ຈະ​ມີ​ຜົນ​ຕໍ່​ບັນ­ດາ​ຫົວ­ໜ່ວຍ​ ທຸ­ລະ​ກິດ ໂດຍ​ການ​ຊ່ວຍ­ເຫຼືອ​ຂອງເອີ​ດີ​ບີ, ທ່ານ ທາ​ເຄ​ຮີ​ໂກະ ນາ​ກາ​ໂອະ ກ່າວ​ວ່າ: ພາກທຸ­ລະ​ກິດ​ຈະ​ສາ­ມາດ​ຂະ­ຫຍາຍ­ຕົວ​ໃນ​ຈັງຫວະ​ທີ່​ດີ​ຖ້າ​ຫາກ​ບັນ­ດາ​ ລະ­ບຽບ​ການທາງ​ເສດ­ຖະ­ກິດ​ໄດ້​ຮັບ​ການ​ແກ້​ໄຂ ພ້ອມດຽວ​ກັນ​ນີ້​ການ​ປັບ­ປຸງ​ສະ­ພາບ​ແວດລ້ອມ​ທາງ​ທຸ­ລະ​ກິດ​ກໍ​ມີ​ສ່ວນ​ຊ່ວຍ ​ສະ­ໜັບສະ​ໜູນ​ການ​ຂະ­ຫຍາຍ­ຕົວ​ຂອງ​ການ​ມີສ່ວນ​ຮ່ວມ​ລະ­ຫວ່າງ​ພາກ​ລັດ ແລະ ເອກະ​ຊົນ ດ້ວຍ​ວິ­ທີ​ການ​ສະ­ໜອງ​ທຶນ​ເຂົ້າ​ໃນການ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ທີ່​ ຈຳ­ເປັນ ເຊັ່ນ: ເສັ້ນ­ທາງ, ສະ­ໜາມ​ບິນ ແລະ ການບໍ­ລິ­ການ​ເທດ­ສະ­ບານ​ທີ່​ຄວນ​ມີ ເພື່ອຮອງ​ຮັບ​ການ​ລົງ­ທຶນ​ຄ້າ­ຂາຍ​ຂອງ​ພາກທຸ­ລະ​ກິດ​ກຳ­ລັງ​ສຳ­ຄັນ​ຊຸກ­ຍູ້​ ອັດ­ຕາ​ການເຕີບ​ໂຕ​ທາງ​ເສດ­ຖະ­ກິດ.

ໃນ​ປະ­ເດັນ​ດຽວ​ກັນ​ກັບ​ການ​ສົ່ງ­ເສີມການ​ມີ​ສ່ວນ​ຮ່ວມ​ຂອງ​ພາກ​ເອ­ກະ​ ຊົນເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ເອ​ດີ​ບີ ຍັງ​ເຫັນ​ວ່າ ສປປ ລາວ ເປັນ​ສະ­ມາ­ຊິກ​ຂອງ​ກຸ່ມ​ອະ­ນຸ​ພາກ​ພື້ນ​ແມ່­ນ້ຳ​ຂອງ​ພຽງປະ​ເທດ​ດຽ​ທີ່​ມີ​ ຊາຍ​ແດນ​ຕິດ​ຈອດ​ກັບ 5 ປະ­ເທດ ດັ່ງ­ນັ້ນ ຈິ່ງ​ມີ​ຄວາມ​ເໝາະ​ສົມຢ່າງ​ຍິ່ງ​ທີ່​ຈະ​ໄດ້​ຮັບ​ຜົນ​ປະ­ໂຫຍດ​ຈາກການ​ຮ່ວມ​ມື ແລະ ການ​ເຊື່ອມ​ໂຍງ​ໃນອະ­ນຸ​ພາກ​ພື້ນ​ໂດຍ​ສະ­ເພາະ 3 ແລວ​ທາງເສດ­ຖະ­ກິດ​ຂອງ​ອະ­ນຸ​ພາກ​ພື້ນ​ແມ່­ນ້ຳຂອງ (ແລວ​ທາງ​ເສດ­ຖະ­ກິດ​ເໜືອ-ໃຕ້, ຕາ​ເວັກ​ອອກ-ຕາ­ເວັນ­ຕົກ ແລະ ແລວທາງ​ເສດ­ຖະ­ກິດ​ຕອນ​ໃຕ້) ແຕ່​ສິ່ງ​ທ້າທາຍ​ຢ່າງ​ໜຶ່ງ​ຄື​ການ​ຮັບ­ປະ­ກັນ​ໃຫ້​ປະເທດ​ລາວ​ໄດ້​ການ​ ລົງ­ທຶນ ແລະ ການ​ສ້າງວຽກ​ເຮັດ​ງານ​ທຳ​ຈາກ​ການ​ເຊື່ອມ​ໂຍງຫາກ​ບໍ່​ແມ່ນ​ເປັນ​ພຽງ​ທາງ​ຜ່ານ ເພື່ອການ​ຄ້າ​ຂອງ​ບັນ­ດາ​ປະ­ເທດ​ເພື່ອນ​ບ້ານເທົ່າ​ນັ້ນ.

ທ່ານ ທາ​ເຄ​ຮີ​ໂກະ ນາ​ກາ​ໂອະ ໃຫ້ໄດ້​ຄຳ​ໝັ້ນ​ສັນ­ຍາ​ວ່າ: ເອ​ດີ​ບີ ຈະ​ສືບ­ຕໍ່ໃຫ້­ການ​ຊ່ວຍ­ເຫຼືອ ສປປ ລາວ ດ້ວຍ​ການສະ­ໜອງ​ເງິນ​ກູ້​ດອກ​ເບ້ຍ​ຕ່ຳ​ຈາກ​ກອງ ທຶນ​ພັດ­ທະ­ນາ​ອາ­ຊີ​ໃນ​ປີ 2015 ແລະ 2016 ດ້ວຍ​ມູນ​ຄ່າ 116,6 ລ້ານ​ໂດ​ລາ ເຂົ້າ​ໃນ​ການ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃນ​ຂະແໜງ​ການ​ສຶກ​ສາ, ການ​ພັດ­ທະ­ນາ​ແລວທາງ​ເສດ­ຖະ­ກິດ, ເພີ່ມ​ທະ­ວີ​ການ​ຄຸ້ມ​ຄອງທີ່​ດີ​ໃນ​ລະ­ບົບ​ການ​ຂົນ­ສົ່ງ ແລະ ປັບ­ປຸງຂອດ​ບໍ­ລິ­ການ​ດ້ານ​ສາ­ທາ­ລະ­ນະ​ສຸກ.

ໃນ​ໂອ­ກາດ​ທີ່​ປະ­ທານ​ຂອງ​ເອ​ດີ​ບີມາ​ຢ້ຽມ​ລາວ ສປປ ລາວ ​ຄັ້ງ​ນີ້​ ທ່ານ​ຍັງໄດ້​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ​ໃນ​ພິ­ທີ​ເຊັນ​ສັນ­ຍາ​ທຶນ​ກູ້​ ຢືມ​ມູນ​ຄ່າ 280 ຕື້​ກີບ ຫຼື 35 ລ້ານ​ໂດ​ລາ ເພື່ອ​ສະ­ໜອງ​ເຂົ້າ​ໃນ​ການປັບ­ປຸງ​ລະ­ບົບ​ຂົນ­ສົ່ງ​ສາ­ທາ­ລະ­ນະ​ໃນ​ນະຄອນ​ ຫຼວງ​ວຽງ​ຈັນ ເປັນ­ຕົ້ນ​ແມ່ນ​ການຄຸ້ມ​ຄອງ​ການ​ສັນ­ຈອນ, ສ້າງ​ລານ​ຈອດລົດ, ທາງ​ຄົນ​ຍ່າງ​ອື່ນໆ.

ທ່ານ ທາ​ເຄ​ຮີ​ໂກະ ນາ​ກາ​ໂອະ ເຊື່ອວ່າ ຄວາມ​ຫຍຸ້ງ­ຍາກ​ທີ່​ເກີດ​ຈາກ​ການ​ຂະຫຍາຍ​ຕົວ­ຢ່າງ​ວ່ອງ­ໄວ​ຂອງ​ຕົວ​ເມືອງ ເມື່ອ​ທຽບ​ກັບ​ພື້ນ­ຖານ​ໂຄງ​ລ່າງ ແລະ ການ​ບໍ­ລິ­ການ​ຈະ​ສາ­ມາດ​ແກ້​ໄຂ​ໄດ້​ໂດຍການ​ສ້າງ​ຜັງ­ເມືອງ ແລະ ການ​ບໍ­ລິ­ການທີ່​ດີ​ກວ່າ​ເກົ່າ.

 

ແຫລ່ງ​ຂ່າວ: ເສດ​ຖະ​ກິດ – ສ​ັງ​ຄົມ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...