spot_img
Homeຂ່າວພາຍ​ໃນສັງຄົມສ້າມ ສົງໄສຫວຍພັດທະນາບໍ່ຊື່

ສັງຄົມສ້າມ ສົງໄສຫວຍພັດທະນາບໍ່ຊື່

Published on

10523198_944385392259800_7858463370251387906_n

ໄລຍະບໍ່ຫຼາຍປີມານີ້ ຫວຍພັດທະນາ ໄດ້ເພິ່ມຄວາມຖີ່ໃນການອອກເລກຫຼາຍຂຶ້ນ ທັງນີ້ກໍເພື່ອອັດຊ່ອງວ່າງບໍ່ໃຫ້ ປະຊາຊົນຊື້-ຂາຍສ່ຽງໂຊກແບບນອກລະບົບ ຫຼືຊື້ຫວຍຂອງປະເທດເພື່ອນບ້ານ ໃນຂະນະດຽວກັນ ກໍເພື່ອເຕົ້າໂຮມເມັດເງິນທຶນ ເຂົ້າລັດເພື່ອການຄຸ້ມຄອງ ແລະນຳໃຊ້ໃນການພັດທະນາປະເທດຊາດ ໃຫ້ໄດ້ຫຼາຍທີ່ສຸດ.

ແນວໃດກໍຕາມ, ປະມານ 2 ປີ ທີ່ຜ່ານມາ ໄດ້ເກີດຫາງສຽງຈາກສັງຄົມວ່າ ຫວຍພັດທະນາໄດ້ຖືກຂາຍສຳປະທານ ໃຫ້ແກ່ຄົນຕ່າງປະເທດ ເຊິ່ງເລື່ອງນີ້ຍັງເປັນພຽງຂ່າວລື ເພາະພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະກໍແມ່ນໜ່ວຍງານຫວຍພັດທະນາ ບໍ່ໄດ້ອອກມາຊີ້ແຈງຫຼືເປີດເຜີຍຄວາມຈິງ ຢ່າງເປັນທາງການເທື່ອ ອັນພາໃຫ້ປະຊາຊົນສົງໄສ ຕະຫຼອດມາ.

ອີກບັນຫາໜຶ່ງທີ່ເປັນທີ່ວິພາກວິຈານ ຂອງສັງຄົມຢ່າງກວ້າງຂວາງນັ້ນແມ່ນ ການອອກເລກມີລັກສະນະທີ່ໜ້າສົງໄສ ລວມທັງຈາກທີ່ເຄີຍຖ່າຍທອດສົດ ອອກໂທລະພາບໃຫ້ປະຊາຊົນໄດ້ຮັບຊົມ ໃນເວລາອອກເລກຕົວຈິງໃນເມື່ອກ່ອນ ມາປັດຈຸບັນນີ້ກໍໄດ້ງົດການຖ່າຍທອດສົດ ທາງໂທລະພາບ ເຊິ່ງອາດຈະເປັນຍ້ອນເຫດຜົນ ທາງດ້ານງົບປະມານ ຫຼືຢາກປະຢັດລາຍຈ່າຍກໍໄດ້ ແຕ່ພາກສ່ວນທີ່ກ່ຽວຂ້ອງກໍບໍ່ເຄີຍອອກມາ ຊີ້ແຈງເຖິງສາເຫດຢ່າງເປັນທາງການ ຕໍ່ສາທາລະນະຊົນຈັກເທື່ອ.

ລວມທັງໂຕເລກທີ່ອອກຫຼາຍຄັ້ງ ກໍເປັນທີ່ໜ້າສົງໄສຂອງສັງຄົມ ແຕ່ກໍບໍ່ຖືກອະບາຍຊີ້ແຈງຢ່າງກວ້າງຂວາງ ຕໍ່ສາທາລະນະຊົນຈັກເທື່ອ ມີແຕ່ດົນໆ ກໍມີຂ່າວຢືນຢັນເຖິງຄວາມບໍລິສຸດ ທ່ຽງຕົງຂອງຂະບວນການອອກເລກ ເຊິ່ງອ້າງອີງໃສ່ຄະນະກຳມະການ ຈາກພາກສ່ວນຕ່າງໆ ທີ່ໜ້າເຊື່ອຖືໄດ້. ແຕ່ເຖິງປານນັ້ນ ສັງຄົມຍັງບໍ່ຫາຍສົງໄສໃນເລື່ອງ ຄວາມໂປ່ງໃສຂອງການອອກຫວຍພັດທະນາ ເພາະໂຕເລກທີ່ອອກມັນມີລັກສະນະ ຊ້ຳໆ ບາງໂຕເລກມັກຈະອອກຫຼາຍເທື່ອ ຢ່າງຜິດສັງເກດ ເຊັ່ນ: ສອງຄັ້ງຫຼັງສຸດ ຄືຄັ້ງວັນທີ 10 ມີນາ 2015 ເລກ 2 ໂຕແມ່ນ 22, ເລກ 3 ໂຕແມ່ນ 322 ແລະເລກ 4 ໂຕແມ່ນ 3322. ຄັ້ງວັນທີ 13 ມີນາ 2015 ເລກ 2 ໂຕແມ່ນ 33, ເລກ 3 ໂຕແມ່ນ 333 ແລະເລກ 4 ໂຕແມ່ນ 3333.

ສະຫຼຸບແລ້ວສອງບັນຫາທີ່ປະຊາຊົນ ຕ້ອງການຄຳຊີ້ແຈງກໍມີຄື: 1. ຂ່າວທີ່ວ່າຄົນຕ່າງປະເທດມາສຳປະທານ ຫວຍພັດທະນາເປັນເລື່ອງຈິງຫຼືບໍ່? ຖ້າຈິງຄືບໍ່ໃຫ້ຄົນລາວສຳປະທານ? ແລະ 2. ການອອກເລກໃນແຕ່ລະຄັ້ງມີຄວາມ ໂປ່ງໃສຫຼືບໍ່? ດ້ວຍເຫດຜົນໃດຈຶ່ງບໍ່ຖ່າຍທອດສົດ ການອອກເລກອອກທາງໂທລະພາບ?. ເຊິ່ງທັງໝົດນັ້ນ ເປັນພຽງຄຳສົງໄສຂອງປະຊາຊົນ ທີ່ພາກສ່ວນທີ່ກ່ຽວຂ້ອງສາມາດຊີ້ແຈງ ຖະແຫຼງຂ່າວຕໍ່ສາທາລະນະຊົນ ຢ່າງເປີດກວ້າງແລະທົ່ວເຖິງໄດ້.

1 2 3 4

ຂອບໃຈຮູບປະກອບຈາກ: Lao Lottery

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...