spot_img
Homeຂ່າວການພັດທະນາເອດີບີ ຈະສະໜັບສະໜູນເງິນກູ້ດອກເບ້ຍຕ່ຳໃຫ້ແກ່ລາວ 116 ລ້ານໂດລາສະຫະລັດ

ເອດີບີ ຈະສະໜັບສະໜູນເງິນກູ້ດອກເບ້ຍຕ່ຳໃຫ້ແກ່ລາວ 116 ລ້ານໂດລາສະຫະລັດ

Published on

adb
(ພ​າບ​ປະ​ກອບ)

ທະນາຄານ​ພັດທະນາ​ອາຊີ ຫຼື ເອ​ດີ​ບີ (ADB) ຈະ​ສະໜັບສະໜູນ​ເງິນ​ກູ້​ດອກ​ເບ້ຍ​ຕ່ຳ​ ຈາກ​ກອງ​ທຶນ​ພັດທະນາ​ອາຊີ ມູນ​ຄ່າ 116,6 ລ້ານ​ໂດ​ລາ​ສະຫະລັດ ໃຫ້​ແກ່ ​ສປປ ລາວ ສຳລັບ​ປີ 2015 ແລະ 2016 ເຂົ້າ​ໃນ​ການ​ສ້າງ​ຄວາມ​ເຂັ້ມແຂງ​ໃນ​ຂະແໜງການ​ສຶກ​ສາ ການ​ພັດທະນາ​ແລວ​ທາງ​ເສດຖະກິດ ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຂະແໜງ​ຂົນສົ່ງ ແລະ ປັບປຸງ​ຂອດ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ​ໃຫ້​ດີ​ຍິ່ງ​ຂຶ້ນ.

ໃນ​ວັນ​ທີ 12 ມີນາ 2015 ນີ້ ທ່ານ ທາ​ເຄ​ຮີ​ໂກະ ນາ​ກາ​ໂອະ ປະທານ​ທະນາຄານ​ພັດທະນາ​ອາຊີ ໄດ້​ຢືນຢັນ​ຈະ​ສືບຕໍ່​ການ​ສະໜັບສະໜູນ​ແກ່ ​ສປປ ລາວ ເພື່ອ​ຮັກສາ​ການ​ຂະຫຍາຍຕົວ​ທາງ​ດ້ານ​ເສດຖະ​ກິດ​ຢ່າງ​ເຂັ້ມແຂງ ພ້ອມ​ທັງ​ເນັ້ນ​ໃສ່​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ທາງ​ທຸລະ​ກິດ ຈະ​ຊ່ວຍ​ສະໜັບສະໜູນ​ການ​ຂະຫຍາຍຕົວ​ຂອງ​ການ​ມີ​ສ່ວນ​ຮ່ວມ ລະຫວ່າງ​ພາກ​ລັດ ແລະ ເອ​ເກະ​ຊົນ ທີ່​ເປັນ​ປັດ​ໄຈ​ຫຼັກ​ໃນ​ການ​ສະໜອງ​ທຶນ ແລະ ຄວາມ​ອາດ​ສາມາດ ​ເຂົ້າ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທີ່​ຈຳເປັນ ເປັນຕົ້ນ ເສັ້ນທາງ ສະໜາມ​ບິນ ແລະ ການ​ບໍລິການ​ເທສະ​ບານ.

ການ​ຊ່ວຍເຫຼືອ​ຂອງ​ເອ​ດີ​ບີໃຫ້​ແກ່ ​ສປປ ລາວ ໄລຍະ​ຜ່ານ​ມາ ແມ່ນ​ໄດ້​ສຸມ​ໃສ່​ຂະແໜງ​ພະລັງງານ ໂດຍ​ຜ່ານ​ການ​ສະໜອງ​ທຶນ​ໃຫ້​ແກ່​ບັນດາ​ໂຄງການ ​ພະລັງງານ​ໄຟຟ້າ​ຂະໜາດ​ໃຫຍ່ ໂດຍ​ສະເພາະ ໂຄງການ​ພະລັງງານ​ໄຟຟ້າ​ນ້ຳ​ເທີນ 2 ແລະ ນ້ຳ​ງຽບ 1 ສຳລັບ​ຂະແໜງການ​ບຸລິມະສິດ​ອື່ນໆ​ທີ່ເອ​ດີ​ບີ​ໃຫ້ການ​ຊ່ວຍເຫຼືອ ລວມ​ມີ​ໂຄງການ​ປັບປຸງ​ຄຸນະພາບ​ພື້ນຖານ​ໂຄງ​ລ່າງ​ກະສິກຳ ແລະ ເສັ້ນທາງ​ຊົນນະ​ບົດ ປັບປຸງ​ພື້ນຖານ​ໂຄງ​ລ່າງ​ທີ່​ຕິດ​ພັນ​ກັບ​ການທ່ອງທ່ຽວ ແລະ ການ​ຄຸ້ມ​ຄອງ ການ​ຂະຫຍາຍການ​ເຂົ້າ​ເຖິງ​ນ້ຳ​ສະອາດ ພື້ນຖານ​ໂຄງ​ລ່າງ ແລະ ການ​ບໍລິການ​ໃນ​ຕົວ​ເມືອງ ການ​ຍົກ​ລະດັບ​ການເຂົ້າ​ເຖິງ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ ໂດຍ​ການ​ສ້າງ ແລະ ບູລະນະ​ໂຮງໝໍ​ເມືອງ ໂຮງໝໍແຂວງ ແລະ ໃຫ້ການ​ຊ່ວຍເຫຼືອ​ແກ່​ບັນດາ​ທຸລະ​ກິດ​ຂະໜາດ​ນ້ອຍ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...