Homeຂ່າວພາຍ​ໃນອາດກາດຮ້ອນ! ເດັກນ້ອຍຫລິ້ນນ້ຳໜອງ ຈົມນ້ຳຕາຍ 3 ຢູ່ຫາດຊາຍຟອງ!

ອາດກາດຮ້ອນ! ເດັກນ້ອຍຫລິ້ນນ້ຳໜອງ ຈົມນ້ຳຕາຍ 3 ຢູ່ຫາດຊາຍຟອງ!

Published on

drowning-300x169
(ພາບປະກອບ)

ພໍ່​ແມ່​ຜູ້​ປົກ­ຄອງ​ຍາດ­ຕິ​ພີ່­ນ້ອງ​ໄດ້​ແຕ່​ຮ້ອງ­ໄຫ້​ເສຍ​ໃຈ​ຕໍ່​ການ​ ຈາກ​ໄປ​ບໍ່ມີ​ວັນ​ກັບ​ຂອງ​ເດັກ­ນ້ອຍ 3 ຄົນ​ອາ­ຍຸ​ພຽງ 4 ຫາ 5 ປີ​ເທົ່າ​ນັ້ນ​ທີ່​ເກີດ​ເຫດ​ຈົມນ້ຳ​ຕາຍ​ໃນ​ຕອນ​ແລງ​ວັນ​ທີ 11 ມີ­ນາ​ຜ່ານ​ມາ​ທີ່​ບ້ານ​ຫົວ​ຫ້າ ເມືອງ​ຫາດ​ຊາຍຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ.

ຕໍ່​ເຫດ­ການ​ທີ່​ເກີດ​ຂຶ້ນ ທ່ານ ຄຳ​ໝັ່ນ ທາ​ນຸ​ລັກ ນາຍ­ບ້ານໆ​ຫົວ​ຫ້າ​ລາຍ​ງານ ຕໍ່​ທີມ​ຂ່າວ​ພວກ​ເຮົາ​ໃຫ້​ຮູ້​ວ່າ: ກ່ອນ​ເກີດ ເຫດ​ຫຼານ​ນ້ອຍ​ທັງ​ສາມ​ທີ່​ເສຍ​ຊີ­ວິດ​ມີ​ພໍ່ຕູ້​ພາ​ຫຼານ​ອອກ​ຊອກ​ຫາ​ເອົາ​ ຟືນ​ຢູ່​ປ່າ​ໃກ້ບ້ານ​ໂດຍ​ຂີ່​ລົດ​ສາມ​ລໍ້​ອອກ​ໄປ​ແຕ່​ຕອນກັບ​ມາ​ໃສ່​ຟືນ​ ເຕັມ​ລົດ​ພໍ່​ຕູ້​ຈິ່ງ​ປ່ອຍ​ໃຫ້ຫຼານ​ຢ່າງ​ກັບ​ບ້ານ​ລຳ­ພັງ ໂດຍ​ທາງຜ່ານ​ມາ​ຫາ​ບ້ານ​ແມ່ນ​ມີ​ໜອງ​ນ້ຳເນື່ອງ ຈາກ​ປະ­ຈຸ​ບັນ​ສະ­ພາບ​ອາ­ກາດ​ຮ້ອນ​ອົບເອົ້າ​ບວກ​ກັບ​ເດັກ​ອາ­ຍຸ​ຍັງ​ນ້ອຍ​ ຮູ້​ເທົ່າ​ບໍ່ເຖິງ​ການ ຈິ່ງ​ເຮັດ​ໃຫ້​ທັງ​ສາມ​ຄົນ​ມີຄວາມ​ຄິດ​ຢາກ​ລົງ​ຫຼິ້ນ​ນ້ຳ ຊຶ່ງ​ກວ່າ​ຈະ​ຮູ້ວ່າ​ເດັກ­ນ້ອຍ​ທັງ​ສາມ​ເສຍ​ຊີ­ວິດ​ຜູ້​ເປັນ​ພໍ່ຕູ້​ແມ່ນ​ ກັບ​ມາ​ຮອດ​ເຮືອນ​ໄດ້​ປະ­ມານ 2 ຊົ່ວ­ໂມງ ແຕ່​ບໍ່​ທັນ​ເຫັນ​ຫຼານ​ມາ​ຈິ່ງ​ໄດ້​ໄປ ບອກ​ພໍ່​ແມ່​ເດັກ­ນ້ອຍ​ທັງ​ສາມ​ອອກ​ຊອກ ຫາ​ໄດ້​ປະ­ມານ 1 ຊົ່ວ­ໂມງ​ຈິ່ງ​ພົບ​ເຫັນສົບ​ເດັກ­ນ້ອຍ​ທີ່​ເສຍ​ຊີ­ວິດ​ນອນ​ຟູ​ຢູ່​ໜ້າ ນ້ຳ ແລະ ຍັງ​ອີກ​ສອງ​ຄົນ​ແມ່ນ​ຈົມ​ຢູ່​ພື້ນນ້ຳ​ຈິ່ງ​ໄດ້​ເອີ້ນ​ເອົາ​ຍາດ​ພີ່­ນ້ອງ ແລະ ຊາວ­ບ້ານ​ພາ­ກັນ​ເອົາ​ແຫ, ເອົາ​ມອງ​ມາ ກວາດ​ເອົາ​ຕາມ​ໜອງ​ໄດ້​ປະ­ມານ 30 ນາ­ທີ​ຈິ່ງ​ພົບ​ເຫັນ​ສົບ​ອີກ​ສອງ​ຄົນ.

ຢ່າງ­ໃດ​ກໍ​ຕາມ ສຳ­ລັບ​ເຫດ­ການ​ດັ່ງກ່າວ​ຖື​ວ່າ​ເປັນ​ເຫດ­ການ​ໜຶ່ງ​ທີ່​ເປັນ​ການ ເຕືອນ​ສະ­ຕິ​ພໍ່​ແມ່​ຜູ້​ປົກ­ຄອງ​ແຕ່­ລະ­ຄົນ​ໃນທົ່ວ​ປະ­ເທດ​ໃຫ້​ເອົາ­ໃຈ­ໃສ່ ​ເບິ່ງ­ແຍງ​ລູກຫຼານ​ຂອງ​ທ່ານ​ຍ່າງ​ໃກ້­ຊິດ ເພື່ອ​ເປັນການ​ບໍ່​ໃຫ້​ເສຍ​ໃຈ​ຄື​ກັບ​ເຫດ­ການ​ທີ່​ເກີດ ຂຶ້ນ​ດັ່ງ­ກ່າວ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...