spot_img
Homeຂ່າວຕ່າງປະເທດໂຮນ​ລັງ ສັ່ງ​ຂ້າ​ໄກ່ 30,000 ໂຕ ຫລັງ​ພົບ​ການ​ລະ​ບາດ ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ

ໂຮນ​ລັງ ສັ່ງ​ຂ້າ​ໄກ່ 30,000 ໂຕ ຫລັງ​ພົບ​ການ​ລະ​ບາດ ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ

Published on

558000003054501

ລັດ​ຖະ​ບານ​ໂຮນ​ລັງ ສັ່ງ​ຂ້າ​ໄກ່ 30,000 ກ່​ວາ​ໂຕ ຫລັງ​ພົບ​ການ​ລະ​ບາດ​ຂອງ​ໄຂ້​ຫວັດ​ສັດ​ປີກ ພ້ອມ​ຍັງ​ບໍ່​ສາ​ມາດ​ລະ​ບຸ​ສາຍ​ພັນ​ໄດ້.

ສຳ​ນັກ​ຂ່າວ​ຕ່າ​ງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 12 ມີ​ນາ​ຜ່ານ​ມາ​ນີ້​ວ່າ ລັດ​ຖະ​ບານ​ໂຮນ​ລັງ ສັ່ງ​ຂ້າ​ໄກ່ 30,000 ໂຕ ຫລັງ​ພົບ​ການ​ລະ​ບາດ​ຂອງ​ໄຂ້​ຫວັດ​ສັດ​ປີກ ໃນ​ຟາມ​ລ້ຽງ​ໄກ່​ແບບ​ປ່ອຍ ໃກ້​ເມືອງ​ບາ​ເນ​ເວວ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ໂດຍ​ໃນ​ຖ້ອຍ​ຖະ​ແຫລງ​ຂອງ​ລັດ​ຖະ​ບານ​ລະ​ບຸ​ວ່າ ຍັງ​ບໍ່​ສາ​ມາດ​ສະ​ຫລຸບ​ວ່າ​ເປັນ​ໄຂ້​ຫວັດ​ສັດ​ປີກ​ສາຍ​ພັນ​ໃດ ແຕ່​ສັນ​ນິ​ຖານ​ວ່າ ໜ້າ​ຈະ​ແມ່ນ​ສາຍ​ພັນ​ທີ່​ເບົາ ແລະ ບໍ່​ແມ່ນ​ສາຍ​ພັນ​ທີ່​ຮຸນ​ແຮງ ທີ່​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ບັນ​ດາ​ຟາມ​ຕ່າງໆພາຍ​ໃນ​ປະ​ເທດ ເມື່ອ​ປີ​ທີ່​ຜ່ານ​ມາ.

ທັງ​ນີ້ ປະ​ເທດ​ໂຮນ​ລັງ (ເນ​ເທີ​ແລນ) ຄື​ໜຶ່ງ​ໃນ​ປະ​ເທດ​ທີ່​ມີ​ການ​ຜະ​ລິດ​ກະ​ສິ​ກຳ​ຂະ​ໜາດ​ໃຫຍ່ ແລະ ເປັນ​ປະ​ເທດ​ຜູ້​ສົ່ງ​ອອກ​ດ້ານ​ກະ​ສິ​ກຳ ອັນ​ດັບ 2 ຂອງ​ໂລກ ໂດຍ​ເມື່ອ​ປີ​ທີ່​ແລ້ວ ມີ​ມູນ​ຄ່າ​ການ​ສົ່ງ​ອອກ 79,000 ລ້ານ​ເອີ​ໂຣ ແລະ ດ້ວຍ​ຟາມ​ຈຳ​ນວນ​ຫລາຍ ຕັ້ງ​ຢູ່​ໃນ​ຂອບ​ເຂດ​ພື້ນ​ທີ່​ຂະ​ໜາດ​ນ້ອຍ ໄດ້​ກາຍ​ເປັນ​ສາ​ເຫດ​ຂອງ​ພະ​ຍາດ​ຕິດ​ຕໍ່​ສາ​ມາດ​ແຜ່​ລະ​ບາດ​ໄດ້​ຢ່າງວ່ອງ​ໄວ.

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...