spot_img
Homeຂ່າວຕ່າງປະເທດADB ລະ​ບຸ​ກຳ​ປູ​ເຈຍ​ມີ​ທ່າ​ອ່ຽງ ຫັນ​ຈາກ​ປະ​ເທດ​ລາຍ​ຮັບ​ຕ່ຳ ຂຶ້ນ​ເປັນ​ປະ​ເທດ​ລາຍ​ຮັບ​ປານ​ກາງ

ADB ລະ​ບຸ​ກຳ​ປູ​ເຈຍ​ມີ​ທ່າ​ອ່ຽງ ຫັນ​ຈາກ​ປະ​ເທດ​ລາຍ​ຮັບ​ຕ່ຳ ຂຶ້ນ​ເປັນ​ປະ​ເທດ​ລາຍ​ຮັບ​ປານ​ກາງ

Published on

CAMBODIA-ECONOMY-DIPLOMACY

ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ລະ​ບຸ ກຳ​ປູ​ເຈຍ​ມີ​ທ່າອ​່ຽງ​ກ້າວ​ຂຶ້ນ​ຈາກ​ປະ​ເທດ​ລາຍ​ຮັບ​ຕ່ຳ ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງ

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 11 ມີ​ນາ​ຜ່ານ​ມາ​ນີ້​ວ່າ ທ່ານ ທາ​ເຄ​ຮິ​ໂກະ ນາ​ກາ​ໂອະ ປະ​ທາ​ນ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ (ADB) ກ່າວ​ວ່າ ປະ​ເທດ​ກຳ​ປູ​ເຈຍ​ມີ​ທ່າ​ອ່ຽງ ຈະ​ຫັນ​ປ່ຽນ​ຈາກ​ປະ​ເທດ​ລາຍ​ໄດ້​ຕ່ຳ ໄປ​ເປັນ​ປະ​ເທດ​ລາຍ​ໄດ້​ປານ​ກາງ ຍ້ອນ​ກຳ​ປູ​ເຈຍ​ມີ​ເສດ​ຖະ​ກິດ​ທີ່​ຂະ​ຫາຍ​ຕົວ​ໄວ ໂດຍ​ກຳ​ປູ​ເຈຍ​ສາ​ມາດ​ຫລຸດ​ຜ່ອນ​ບັນ​ຫາ​ຄວາມ​ທຸກ​ຍາກ​ໄດ້​ຢ່າງວ່ອງ​ໄວ ຈາກ​ຈຳ​ນວ​ນ​ຄົນ​ທຸກ​ຍາກ ທີ່​ມີ​ຢູ່ 50% ຂອງ​ປະ​ຊາ​ກອນ​ທັງ​ໝົດ ໃນ​ປີ 2007 ມາ​ເຫລືອ​ພຽງ 19% ໃນ​ປີ 2012 ແລະ GDP ຂອງ​ກຳ​ປູ​ເຈຍ ໃນ​ລ​ະ​ຫວ່າງ​ແຕ່​ປີ 2007-2014 ຂະ​ຫຍາຍ​ຕົວ​ສະ​ເລ່ຍ​ 6.5% ຕໍ່​ປີ ໂດຍ​ສ​ະ​ເພາະ​ປີ​ນີ້ ທາງ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີຄາດ​ການ​ວ່າ ເສດ​ຖະ​ກິດ​ຂອງ​ກຳ​ປູ​ເຈຍ ຈະ​ຂະ​ຫຍາຍ​ຕົວ​ປະ​ມານ 7.3%.

ທັງ​ນີ້ ອີງ​ຕາມ​ການ​ຈຳ​ແນກ​ປະ​ເພດ​ຂອງ​ທະ​ນາ​ຄານ​ໂລກ​ລະ​ບຸ​ວ່າ ປະ​ເທດ​ທີ່​ມີ​ລາຍ​ໄດ້​ປານ​ກາງ ແມ່ນ​ໝາຍ​ເຖິງ​ປະ​ເທດ​ທີ່​ມີ​ອັດ​ຕາ​ຜະ​ລິດ​ຕະ​ພັນ​ລວມຍອດ​ພາຍ​ໃນ​ປະ​ເທດ ສະ​ເລ່ຍ​ຕໍ່​ຫົວ​ຄົນໃນ​ລະ​ຫວ່າງ 1,045 – 12,746 ໂດ​ລາ​ສະ​ຫະ​ລັດ​ຕໍ່​ຄົນ​ຕໍ່​ປີ.

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...