Homeອຸບັດເຫດແລະປາກົດການຫຍໍ້ທໍ້ແກ໊ງ​ລັກ​ລົດ​ວີ​ໂກ້ ລັກ​ມາ​ແລ້ວ 8 ຄັນ ໄປ​ບໍ່​ມົ້ມ​ມືກົດ​ໝາຍ​ ສານ ນ.ວ ຕັດ​ສິນ​ລົງ​ໂທດ!

ແກ໊ງ​ລັກ​ລົດ​ວີ​ໂກ້ ລັກ​ມາ​ແລ້ວ 8 ຄັນ ໄປ​ບໍ່​ມົ້ມ​ມືກົດ​ໝາຍ​ ສານ ນ.ວ ຕັດ​ສິນ​ລົງ​ໂທດ!

Published on

jone

ເມື່ອບໍ່ດົນມານີ້, ສານປະຊາຊົນນະຄອນຫລວງໄດ້ຕັດສິນລົງໂທດທ້າວ ສຸກ ສະຫວັນ ອາຍຸ 22 ປີຢູ່ບ້ານທົ່ງພານທອງ ເມືອງສີ ສັດຕະນາກໃຫ້ຈຳຄຸກ 6 ປີເຄິ່ງພ້ອມປັບໃໝ 3 ລ້ານກີບ, ທ້າວ ເລ້ ອາຍຸ 30 ປີຢູ່ບ້ານໂພນສະຫວ່າງ ເມືອງຈັນ ທະບູລີ ຈຳຄຸກ 7 ປີພ້ອມປັບໃໝ 3,6 ລ້ານກີບ, ທ້າວ ສອນໄຊ ອາຍຸ 27 ປີຢູ່ບ້ານໂພນເຄັງ ເມືອງໄຊເສດຖາ ຈຳຄຸກ 6 ປີ 9 ເດືອນພ້ອມປັບໃໝ 4 ລ້ານກີບ ແລະ ທ້າວ ສອນສະນະ(ມ້ອນ) ອາຍຸ 24 ປີຢູ່ບ້ານນາໄຊ ເມືອງໄຊເສດຖາ ຈຳຄຸກ 4 ປີພ້ອມປັບໃໝ 3,6 ລ້ານກີບໃນ ຂໍ້ຫາລັກຊັບພົນລະເມືອງ, ນອກຈາກນີ້ຍັງຕັດສີນທ້າວ ຄຳ ສະຫວັນ ອາຍຸ 27 ປີຢູ່ ບ້ານນາທົ່ມ ເມືອງໄຊທານີຈຳຄຸກ 2 ປີ 6 ເດືອນພ້ອມປັບໄໝ 2,7 ລ້ານກີບ, ທ້າວ ເຄນ ອາຍຸ 37 ປີຢູ່ບ້ານຫົວຂົວ ເມືອງໄຊເສດຖາ ຈຳຄຸກ 2 ປີ 3 ເດືອນພ້ອມປັບໃໝ 3,5 ລ້ານກີບ, ທ້າວ ໄພວັນ (ຕຸ້ຍ) ອາຍຸ 32 ປີຢູ່ບ້ານໂພນຄຳ ເມືອງແປກ ແຂວງຊຽງຂວາງ ໃຫ້ຈຳຄຸກ 1 ປີ 6 ເດືອນພ້ອມປັບໃໝ 1,5 ລ້ານກີບ ໃນຂໍ້ຫາລັກຊັບພົນລະເມືອງ ແລະ ຊື້-ຂາຍຊັບບໍ່ຖືກກົດໝາຍ ແລະ ຕັດສີນລົງໂທດນາງ ອາລຸນີ ອາຍຸ 24 ປີພັກເຊົາຢູ່ບ້ານນາໄຊ ເມືອງໄຊເສດຖາ ຈຳຄຸກ 6 ເດືອນພ້ອມປັບໃໝ 5 ແສນກີບໃນຂໍ້ຫາປິດບັງການກະທຳຜິດ, ເຊິ່ງນັບແຕ່ກາງປີ 2012 ເປັນຕົ້ນມາພວກກ່ຽວໄດ້ ຮ່ວມກັນເຄື່ອນໄຫວລັກລົດກະບະວີໂກ້ຄື: ຢູ່ແຂວງບໍລິຄຳໄຊ ຈຳນວນ 3 ຄັນ, ນະຄອນຫລວວຽງຈັນ ຈຳນວນ 5 ຄັນ ແລ້ວພາກັນເອົາໄປຂາຍຢູ່ແຂວງຊຽງຂວາງ ແລະ ຕົກມາຮອດທ້າຍປີ 2012 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...