spot_img
Homeຂ່າວຕ່າງປະເທດບ​ຣາ​ຊິນ ປະ​ກາດ​ກົດ​ໝາຍ​ໃໝ່ ເພີ່ມ​ໂທດ​ອາ​ຍາຄະ​ດີ​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ

ບ​ຣາ​ຊິນ ປະ​ກາດ​ກົດ​ໝາຍ​ໃໝ່ ເພີ່ມ​ໂທດ​ອາ​ຍາຄະ​ດີ​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ

Published on

EyWwB5WU57MYnKOuFqLzfUZkq8NcShmus9bqf6pnq5RSh9FjNWzqTI

ລັດ​ຖະ​ບານບ​ຣາ​ຊິນ ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ດິນ​ມາ ຣຸດ​ເຊບ ໄດ້​ປະ​ກາດ​ໃຊ້​ກົດ​ໝາຍ​ໃໝ່ ເພີ່ມ​ໂທດ​ໜັກ​ຂຶ້ນ ສຳ​ລັບ​ຄະ​ດີ​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ.

ປະ​ທາ​ນາ​ທິ​ບໍ​ດີ ດິນ​ມາ ຣຸດ​ເຊບ ແຫ່ງບ​ຣາ​ຊິນ ລົງ​ນາມ​ປະ​ກາດ​ໃຊ້​ກົດ​ໝາຍ​ສະ​ບັບ​ໃໝ່ ເພີ່ມ​ມາດ​ຕະ​ການ​ລົງ​ໂທດ​ໜັກ​ຂຶ້ນ ສຳ​ລັບ​ຄະ​ດີ​ອາ​ຍາ​ທີ່​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງແມ່​ຍິງ ແລະ ເດັກ​ນ້ອຍ ເມື່ອວັນ​ທີ 9 ມີ​ນາ​ຜ່ານ​ມາ ໂດຍ​ກຳ​ນົດ​ໂທດ​ຈຳ​ຄຸກ ຕັ້ງ​ແຕ່ 12-30 ປີ ກັບ​ຜູ້​ໃດ​ກໍ​ຕາມ ທີ່​ຖືກ​ຕັດ​ສິນ​ໃຫ້​ມີ​ຄວາມ​ຜິດ ຂໍ້​ຫາ​ຂ້າ​ແມ່​ຍິງ ຫລື ເດັກ​ຍິງ ອັນ​ເກີດ​ມາ​ຈາກ​ການ​ຜິດ​ຖຽງ​ກັນ​ພາຍ​ໃນ​ຄອບ​ຄົວ ຫລື ຍ້ອນ​ເຫດ​ຜົນ​ທາງ​ເພດ ໂດຍ​ຖື​ວ່າ​ເປັນ​ການ​ຄາດ​ຕະ​ກຳ​ແມ່​ຍິງ ແລະ ໃນ​ບາງ​ຄະ​ດີ ອາດ​ຖືກ​ໂທດ​ຈຳ​ຄຸກ​ດົນ​ຂຶ້ນ ສຳ​ລັບ​ຂໍ້​ຫາ​ຂ້າ​ແມ່​ຍິງ​ຖື​ພາ ຫລື ແມ່​ຍິງ​ແມ່​ລູກ​ອ່ອນ ລວມ​ເຖິງ​ເດັກ​ຍິງ​ອາ​ຍຸ​ບໍ່​ເກີນ 14 ປີ ແລະ ແມ່​ຍິງ​ອາ​ຍຸ​ເກີນ 60 ປີ​ຂຶ້ນ​ໄປ ຫລື ຜູ້​ພິ​ການ ຕະ​ຫລອດ​ຮອດ​ການ​ການ​ຂ້າ​ລູກ ຫລື ພໍ່​ແມ່​ຂອງ​ແມ່​ຍິງ​ໃນ​ເງື່ອນ​ໄຂ​ດັ່ງ​ກ່າວ, ທັງ​ນີ່ ປະ​ທາ​ນາ​ທິ​ບໍ​ດີ ຣຸດ​ເຊບ ເປີດ​ເຜີຍ​ວ່າ ທຸກ​ປີ​ຈະ​ມີ​ຜູ້​ຍິງ​ເສຍ​ຊີ​ວິດ 15 ຄົນ ແລະ ສ່ວນ​ໃຫຍ່​ແມ່ນ​ມາ​ຈາກ​ຄວາມ​ຮຸນ​ແຮງ​ໃນ​ຄອບ​ຄົວ.  ນອກ​ຈາກ​ນີ້, ຍັງ​ພົບ​ວ່າ ແມ່​ຍິງ ແລະ ເດັກ​ນ້ອຍໃນ​ປະ​ເທດ ຖືກ​ຂົ່ມ​ຂືນ​ປີ​ລະ​ປະ​ມານ 5 ແສນ​ຄົນ ແຕ່​ທາງ​ການ​ໄດ້​ຮັບ​ລາຍ​ງານ ພຽງ​ແຕ່ 10% ເທົ່າ​ນັ້ນ.

 

 

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...