spot_img
Homeຂ່າວຕ່າງປະເທດກຳ​ປູ​ເຈຍ ປ່ອຍ​ນັກ​ໂທດ​ຍິງ​ຖື​ພາ ແລະ ແມ່​ລູກ​ອ່ອນ ສະ​ຫລອງວັນ​ແມ່​ຍິງ​ສາ​ກົນ!

ກຳ​ປູ​ເຈຍ ປ່ອຍ​ນັກ​ໂທດ​ຍິງ​ຖື​ພາ ແລະ ແມ່​ລູກ​ອ່ອນ ສະ​ຫລອງວັນ​ແມ່​ຍິງ​ສາ​ກົນ!

Published on

Prisoners and their children leave after a ceremony at Prey Sar prison in Phnom Penh

ກຳ​ປູ​ເຈຍ ສະ​ຫລອງວັນ​ແມ່​ຍິງ​ສາ​ກົນ ດ້ວຍ​ການ​ປະ​ກາດ​ປ່ອຍ​ຕົວ​ນັກ​ໂທດ​ຍິງຖື​ພາ ແລະ ນັກ​ໂທດ​ຍິງ​ແມ່​ລູກ​ອ່ອນ ຈຳ​ນວນ 22 ຄົນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 8 ມີ​ນາ​ຜ່ານ​ມາ​ນີ້​ວ່າ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຸນ​ແຊນ ແຫ່ງ​ຣາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ໄດ້​ປະ​ກາດ​ປ່ອຍ​ຕົວ​ນັກ​ໂທດ​ຍິງ ໃນ​ລະ​ຫວ່າງກອງ​ປະ​ຊຸມສະ​ຫລອງວັນ​ແມ່​ຍິງ​ສາ​ກົນ ປະ​ຈຳ​ປີ 2015 ທີ່​ອາ​ຄານ​ສັນ​ຕິ​ພາບ ນະ​ຄອນ​ຫລວງ​ພະ​ນົມ​ເປັນ.  ໂດຍ​ຜູ້​ນຳ​ຂອງ​ກຳ​ປູ​ເຈຍ ໄດ້​ແນະ​ນຳ​ໃຫ້​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ພິ​ຈາ​ລະ​ນາ​ການ​ປ່ອຍ​ຕົວ​ນັກ​ໂທດ​ທີ່​ຖື​ພາ ແລະ ນັກ​ໂທດ​ຍິງ​ພ້ອມດ້ວຍ​ລູກ​ນ້ອຍ ກ່ອນ​ມື້​ຂຶ້ນ​ປີ​ໃໝ່​ຂອງ​ກຳ​ປູ​ເຈຍທີ່​ກຳ​ລັງ​ຈະ​ມາ​ເຖິງ​ໃນ​ເດືອນ​ໜ້າ ໂດຍ​ການ​ຕັດ​ສິນ​ຕ້ອງ​ດຳ​ເນີນ​ຂຶ້ນ​ ຕໍ່​ບຸກ​ຄົນ​ທີ່​ມີ​ຄຸນ​ສົມ​ບັດ​ຕາມ​ເກນ ບໍ່​ລະ​ເມີດ​ກົດ​ໝາຍ ແລະ ໃຊ້​ອຳ​ນາດ​ບໍ່​ຖືກ​ຕ້ອງ ແລະ ບໍ່​ສະ​ໜັບ​ສະ​ໜູນ​ໃຫ້​ແມ່​ຍິງ​ຖື​ພາ ຫລື ຍິງ​ທີ່​ມີ​ລູກ​ນ້ອຍ ກະ​ທຳ​ຄວາມ​ຜິດ​ກົດ​ໝາຍ.

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...