spot_img
Homeຄວາມງາມເຄັດ​ລັບລົບ​ຄາງ​ສອງ​ຊັ້ນດ້ວຍ​ໄຂ່​ໄກ່

ເຄັດ​ລັບລົບ​ຄາງ​ສອງ​ຊັ້ນດ້ວຍ​ໄຂ່​ໄກ່

Published on

203824

     ຄາງ​ສອງ​ຊັ້ນ​ທີ່​ສາວໆຫລາຍ​ຄົນ​ຈົ່ມ​ວ່າ​ຈົນ​ປັນຍາ​ຈະ​ລຸດຈະ​ກາຍ​ເປັນ​ອະ​ດີດພຽງ​​ເຈົ້າ​ມີ​ໄຂ່​ໄກ່​

ຂັ້ນ​ຕອນ​ທີ່ 1ຕອກ​ໄຂ່​ໃສ່​ໃນ​ຊາມແຍກ​ເອົາ​ໄຂ່​ແດງ​ອອກ​ເຫລືອ​ໄວ້​ແຕ່​ໄຂ່​ຂາວແລ້ວ​ຕີ​ເບົາໆໃຫ້​ໄຂ່​ຂາວ​ແຕກ​ຕົວ

ຂັ້ນ​ຕອນ​ທີ່ 2ລ້າງ​ໜ້າ​ໃຫ້​ສະ​ອາດເຊັດ​ໃຫ້​ແຫ້ງແລ້ວ​ທາ​ໄຂ່​ຂາວ​ຕັ້ງ​ແຕ່​ແກ້ມ​ສ່ວນ​ລຸມ​ລົງ​ໄປ​ເຖິງ​ໃຕ້​ຄາງ

ຂັ້ນ​ຕອນ​ທີ່ 3ເລີ່ມກະ​ບວນ​ການ​ນວດ​ເພື່ອ​ໃຫ້​ໜ້າ​ກະ​ຊັບໂດຍ​ໃຊ້​​ມື​ກົດ​ເບົາໆແລ້ວ​ດັນ​ເນື້ອ​ບໍລິເວນ​ນັ້ນ​ຂຶ້ນເຮັດ​ຕັ້ງ​ແຕ່​ໃຕ້​ກົກ​ຫູ​ຂ້າງ​ໜຶ່ງ​ໄລ່​ໄປ​ເຖິງ​ໃຕ້​ກົກ​ຫູ​ອີກ​ຂ້າງ​ໜຶ່ງ

ຂັ້ນ​ຕອນ​ທີ່ 4ນວດ​ແກ້ມ​ເປັນ​ວົງກົມ​ຕາມ​ເຂັມ​ໂມງ​ເບົາໆວົນ​ໄປ​ຕາມ​ແກ້ມ​ແລະ​ຄາງພໍ​ສຳເລັດ​ກໍ​ໃຊ້​ວິທີ​ນວດ​ແບບ​ກະ​ຊັບ​ໃບ​ໜ້າ​ຕາມ​ຂັ້ນ​ຕອນ​ທີ່3ບໍລິເວນ​ແກ້ມ​ແລະ​ຄາງ​ອີກ​ເທື່ອຕິດ​ຕໍ່​ກັນ​ປະ​ມານ15ນາ​ທີ

ຂັ້ນ​ຕອນ​ທີ່ 5 ປະໃຫ້​ໄຂ່​ຂາວ​ແຫ້ງ​ສະນິດແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ສະ​ອາດ

ຂັ້ນ​ຕອນ​ທີ່ 6 ເຮັດ​ເປັນ​ປະຈຳ​ອາທິດ​ລະ2ເທື່ອຄາງ​ສອງ​ຊັ້ນ​ຂອງ​ເຈົ້າ​ຈະ​ຄ່ອຍ​ໆຫາຍ​ໄປແຖມ​ຜິວ​ໜ້າ​ຍັງ​ກະ​ຊັບ​ຂຶ້ນ​ດ້ວຍ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...