spot_img
Homeຂ່າວຕ່າງປະເທດຈີນ​ຫ້າມ​ສັ່ງ​ງາ​ຊ້າງ​ເຂົ້າ​ປະ​ເທດຊົ່ວ​ຄາວ ປ້ອງ​ກັນ​ຊ້າງ​ໝົດ​ປ່າ!

ຈີນ​ຫ້າມ​ສັ່ງ​ງາ​ຊ້າງ​ເຂົ້າ​ປະ​ເທດຊົ່ວ​ຄາວ ປ້ອງ​ກັນ​ຊ້າງ​ໝົດ​ປ່າ!

Published on

EyWwB5WU57MYnKOuFqNDpz7j6tKt4fjDMRXonjAM57ex8KjGla6Jmc

ຈີນ​ສັ່ງ​ຫ້າມ​ສັ່ງ​ຊື້​ງາ​ຊ້າງ​ເຂົ້າ​ປະ​ເທດ​ຊົ່ວ​ຄາວ ກຳ​ນົດ​ເວ​ລາ 1 ປີ ເພື່ອ​ປ້ອງ​ກັນ​ການ​ລ່າ​ຊ້າງໝົດ​ປ່າ

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 4 ມີ​ນາ​ຜ່ານ​ມາ​ນີ້​ວ່າ ທາງ​ການ​ຈີນ​ໄດ້​ຍອມ​ໃຫ້​ມີ​ການ​ກຳ​ນົດ ຫ້າມ​ການ​ສັ່ງ​ງາ​ຊ້າງ​ເຂົ້າ​ໃນ​ປະ​ເທດ​ຊົ່ວ​ຄາວ ໂດຍ​ມີ​ກຳ​ນົດ 1 ປີ ທ່າມ​ກາງ​ຫາງ​ສຽງ​ສາ​ກົນ ຕໍ່​ກັບ​ຄວາມ​ນິ​ຍົມ​ງາ​ຊ້າງ​ຂອງ​ຄົນ​ຈີນ ໄດ້​ເປັນ​ຕົ້ນ​ເຫດ​ເຮັດ​ໃ​ຫ້​ມີ​ການ​ລ່າ​ຊ້າງ​ປ່າ​ເພື່ອ​ການ​ຄ້າ ຢ່າງກວ້າງ​ຂວາງ​ໃນ​ຂອບ​ເຂດ​ທົ່ວ​ໂລກ.  ກົມ​ປ່າ​ໄມ້​ຂອງ​ຈີນ​ກ່າວ​ວ່າ ການ​ກຳ​ນົດ​ດັ່ງ​ກ່າວ​ນີ້ ເປັນ​ການ​ດຳ​ເນີນ​ບາດ​ກ້າວ​ທຳ​ອິດ ຂອງ​ການ​ປົກ​ປ້ອງ​ຄຸ້ມ​ຄອງ​ຊ້າງ​ປ່າ ແລະ ຊີ້​ແຈງວ່າ ທາງ​ລັດ​ຖະ​ບານ​ຈີນ ກໍ​ພະ​ຍາ​ຍາມ​ເລັ່ງ​ມື ໃນ​ການ​ກຳ​ຈັດ​ການ​ລັກ​ລອບ​ຄ້າ​ຂອງ​ເຖື່ອນ ໂດຍ​ຫວັງ​ຢ່າງ​ຍິ່ງວ່າ ການ​ລະ​ງັບ​ສັ່ງ​ນຳ​ເຂົ້າ​ງາ​ຊ້າງ​ຊົ່ວ​ຄາວ​ນີ້ ຈະ​ເຮັດ​ໃຫ້​ຫລຸດ​ຄວາມ​ຕ້ອງ​ການ​ງາ​ຊ້າງ​ໃຫ້​ໜ້ອຍ​ລົງ​ໃນ​ຕະ​ຫລາດ​ໂລກ.

ທັງ​ນີ້ ຈີນ​ຖື​ເປັນ​ປະ​ເທດ​ທີ່​ມີ​ການ​ສັ່ງ​ງາ​ຊ້າງ​ເປັນ​ສິນ​ຄ້າເຂົ້າ​ປະ​ເທດ ລາຍ​ໃຫຍ່​ທີ່​ສຸດ​ໃນ​ໂລກ ໂດຍ​ເມື່ອ 6 ປີ​ກ່ອນໜ້າ​ນີ້ ມີ​ຄັ້ງໜຶ່ງ​ລັດ​ຖະ​ບານ​ຈີນ ໄດ້​ອະ​ນຸ​ມັດ​ໃຫ້​ມີ​ການ​ຊື້​ງາ​ຊ້າງ​ຈາກ​ອາ​ຟ​ຣິ​ກາ ພຽງ​ຖ້ຽວ​ຂົນ​ສົ່ງ​ດຽວ ເປັນ​ປະ​ລິ​ມານ​ສູງ​ເຖິງ 60 ໂຕນ.

 

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...