Homeອຸບັດເຫດແລະປາກົດການຫຍໍ້ທໍ້ການ​ເສບ​ ແລະ ຄ້າ​ຢາ​ເສບ​ຕິດ​ ກາຍ​ເປັນ​ຄະ​ດີ​ລາຍ​ວັນ​ທີ່​ແກ້ຍາກ!

ການ​ເສບ​ ແລະ ຄ້າ​ຢາ​ເສບ​ຕິດ​ ກາຍ​ເປັນ​ຄະ​ດີ​ລາຍ​ວັນ​ທີ່​ແກ້ຍາກ!

Published on

10917876_10203713724794656_5741242126749626543_n

ໃນ​ປັດຈຸບັນ ການ​ປາບ​ປາມ​ຢາ​ເສບ​ຕິດ​ຢູ່​ຕາມ​ທ້ອງ​ຖິ່ນ ເຂດ​ແຂວງ​ຕ່າງໆກໍ​ຄື​ຢູ່​ນະຄອນຫຼວງວຽງຈັນ​ເຫັນ​ວ່າ​ດຳ​ເນີນ​ໄປ​ຢ່າງ​ ເຂັ້ມງວດ​ ແລະ ​ເຈົ້າໜ້າທີ່​ກ່ຽວຂ້ອງ​ກໍ​ບໍ່​ໄດ້​ລົດ​ລະ​ຄວາມ​ພະຍາຍາມ​ຂອງ​ຕົນ​ເພື່ອ​ຊອກ​ ຫາ​ພວກ​ກະທຳ​ຜິດ​ມາ​ລົງ​ໂທດ ຕາມ​ກົດໝາຍຈົນ​ກາຍ​ເປັນ​ຄະດີ​ລາຍ​ວັນ​ທີ່​ແກ້ຍາກ.​ໂດຍ​ສ່ວນ​ໃຫຍ່​ຈະ​ເປັນ​ ຄະດີ​ລາຍ​ຍ່ອຍ​ເປັນ​ການ​ຍາກ​ທີ່​ຈະ​ຈັບ​ກຸມ​ພວກ​ພໍ່ຄ້າ​ລາຍ​ໃຫຍ່​ມາ​ດຳ​ເນີນ ​ຄະດີ​ໄດ້​ຈິງ​ສົ່ງ​ຜົນ​ໃຫ້ກາຍເປັນ​ປະກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມ​ນັບ​ມື້​ ແຜ່ຫຼາຍ​ເຫັນ​ໄດ້​ສະພາບ​ຄວາມ​ບໍ່ສະຫງົບ​ຂອງ​ແຕ່ລະ​ທ້ອງ​ຖິ່ນ​ໃນ​ແຕ່​ລະ​ວັນ.

ຕໍ່ບັນຫາ​ທີ່​ກ່າວ​ມ​າຂ້າງ​ເທິງ​ນີ້ ເທົ່າທີ່​ໄດ້​ຕິດຕາມ​ຂ່າວ​ຈາກ​ສື່​ຕ່າງໆ​ໃນ​ໄລຍະ​ຜ່ານ​ມາ​ກໍ​ຄື​ປັດຈຸບັນ​ພວກ​ເສບ ​ແລະ ຄ້​າຂາຍ​ຢາ​ເສຍ​ຕິດ ປະ​ເພດ​ຢາ​ບ້າ, ຢາ​ອີ ສ່ວນ​ໃຫຍ່​ແມ່ນ​ນອນ​ຢູ່​ໃນ​ຖັນ​ແຖວ​ຊາວໜຸ່ມທີ່​ມີ​ເກນອາຍຸ 20-40 ປີ ທີ່​ໄດ້ຊື​້ກັບ​ພວກ​ຄ້າ​ລາຍ​ໃຫຍ່ຄື: ​​ໃນ​ອາທິ​ດຜ່ານ​ມາ​ສານ​ປະຊາຊົນ​ນະຄອນຫຼວງ​ໄດ້​ຕັດສິນ​ຄະດີ ທ້າວ ​ເຈ້​ຍຢ່າງ ອາຍຸ 30 ປີ ຢູ່​ບ້ານ ໜອງສອງ​ຫ້ອງ ​ເມືອງ​ໄຊ​ທານີ ນະຄອນຫຼວງວຽງຈັນ ຫຼັງຈາກ​ຖືກ​ເຈົ້າໜ້າທີ່​ຈັບ​ຕົວ ​ໃນ​ວັນ​ທີ 3 ກັນຍາ 2014 ໃນ​ຄະດີ​ຄ້າຂາຍ​ຢາ​ເສບ​ຕິດ​ທີ່​ຜູ້ກ່ຽວ​ເຄີຍ​ປະຕິບັດ​ມາຫຼາຍຄັ້ງ ​ແລະ ສຸດ​ທ້າຍ​ເຈົ້າໜ້າທີ່​ສາມາດ​ຈັບ​ໄດ້​ຂອງ​ກາງ ​ເຖິງ 125 ເມັດ ໂດຍ​ການ​ຕັດ​ອິດ​

ສະຫຼະພາບ​ຈຳ​ຄຸກ 5 ປີ ປັບ​ໃໝເງິນຈຳນວນ 10 ລ້ານ​ກີບ. ເຊັ່ນ​ດຽວກັບ​ວັນ​ທີ 3 ມີນາ 2015ສານ​ປະຊາຊົນ​ນະຄອນຫຼວງ​ໄດ້​ຕັດສິນ​ຄະດີ ທ້າວ ​ເອ ອາ​ຍຸ 25 ປີ ຢູ່ ບ້ານ ດົງ​ຄຳ​ຊ້າງ ​ເມືອງ​ໄຊ​ເຊ​ດຖາ ນະຄອນຫຼວງວຽງຈັນ ໃນ​ຂໍ້​​ຫາ​ຄ້າຂາຍ​ຢາ​ເສບ​ຕິດ ​ ເຊິ່ງ​ເຈົ້າໜ້າທີ່​ໄດ້​ກັກ​ຕົວ​ຜູ້ກ່ຽວ​ໃນ​ວັນທີ 5 ກັນຍາ 2014 ພ້ອມ​​ຂອງ​ກາງ​ຢາ​ບ້າ 8 ເມັດ, ​ ​ສານ​ປະຊາຊົນ​ນະຄອນ ຫຼວງຈຶ່ງ​ໄດ້​ຕັດສິນ ຈຳ​ຄຸກ 5 ປີ ພ້ອມ​ປັບ​ໃໝ​ເງິນ 10 ລ້ານ​ກີບ ແລະ ​ໃນ 2-3 ວັນ​ຜ່ານ​ມາ ​ເຈົ້າໜ້າທີ​ຕຳຫຼວດ ​ເມືອງ ທ່າ​ແຂກ ​ແຂວງ​ຄຳ​ມ່ວນ ໄດ້​ນຳ​ກຳລັງ​ເຂົ້າ​ຈັບ​ຕົວ ທ້າວ ຕາ​ມົນ ອາຍຸ 60 ປີ ຢູ່ ບ້ານ ສົມ​ສະໜຸກ ​ເມືອງ​ທ່າ​ແຂກ ​ແຂວງ ຄາໍ​ມ່ວນ ພ້ອມ​ຢາ​ບ້າ 14 ເມັດ ​ແລະ ​ໃນ​ຄະນະ​ດຽວກັນ​ເຈົ້າໜ້າທີ່​ກໍ​ໄດ້​ຄວບ​ຄຸມ​ພວກ​ໄວ​ລຸ້ນຈຳນວນ 102 ຄົນ ຍິງ 3 ຄົນ ທີ່​ກຳລັງ​ມົ້ວ​ສຸມ​ກັບ​ຢາ​ເສບ​ຕິດ ຢູ່​ເຮ​ືອນ ຜູ້ກ່ຽວ ​ ເພື່ອນຳມາສຶກສາ​ອົບຮົມ ​ແລະ ປັບ​ໃໝຕາມ​ລະບຽບກົດໝາຍ ​ແລະ ນອກຈາກ​ນີ້ ຢູ່​ບັນ​ຕາ​ແຂວງ​ຕ່າງໆທາງ​ເຈົ້າໜ້າທີ່​ກໍ​ໄດ້​ຕິດຕາມ​ພວກ​ຄ້າຂາຍ ​ແລະ ມົ້ວ​ສຸມ​ຢາ​ເສບ​ຕິດ ​ເ​ພື່ອກຳຈັດ​ບັນດາ​ປະກົດ​ການ​ຫຍໍ້​ທໍ້​ຢູ່​ໃນ​ສັງຄົມ​ໃຫ້​ມີ​ຄວາມ​ສະຫງົບ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...