Homeຂ່າວເຫດການຍີ່ປຸ່ນ ຈະຜະລິດຫລຽນທີ່ລະນຶກ ສາຍພົວການທູດລາວ-ຍີ່ປຸ່ນ ຄົບຮອບ 60 ປີ!

ຍີ່ປຸ່ນ ຈະຜະລິດຫລຽນທີ່ລະນຶກ ສາຍພົວການທູດລາວ-ຍີ່ປຸ່ນ ຄົບຮອບ 60 ປີ!

Published on

laos-japan coint

ສຳນັກຂ່າວສານກຽວໂດ ປະເທດຍີ່ປຸ່ນ ໄດ້ລາຍງານໃນວັນອັງຄານທີ 3 ມີນາ ຜ່ານມານີ້ວ່າ : ກະຊວງການເງິນ ແລະ ສຳນັກງານຜະລິດຫລຽນຍີ່ປຸ່ນຈະຜະ ລິດຫລຽນເງິນທີ່ລະນຶກ ຈຳນວນ 10.000 ຫລຽນໃຫ້ແກ່ທະນາຄານ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ.

ລາວເປັນປະເທດທີ 8 ທີ່ຍີ່ປຸ່ນໄດ້ຜະລິດຫລຽນທີ່ລະນຶກໃຫ້ນັບແຕ່ສົງຄາມໂລກຄັ້ງທີ 2 ຫລຽນດັ່ງກ່າວນີ້ ຈະສະແດງໃຫ້ເຫັນພະທາດຫລວງ ທີ່ເປັນເອກະລັກຂອງຊາດລາວ ແລະ ມີດ້ານຫນ້າທີ່ມີູນຄ່າ 50.000 ກີບ. ສ່ວນທາງຫລັງຂອງຫລຽນ ຈະສະແດງໃຫ້ເຫັນດອກແຊຣີ ແລະ ດອກຈຳປາ, ດອກໄມ້ປະຈຳຊາດຂອງລາວ.

ທ່ານ ຕາໂຣ ອາໂຊ ລັດຖະມົນຕີກະຊວງການເງິນຍີ່ປຸ່ນກ່າວຕໍ່ກອງປະຊຸມວ່າ : ຫລຽນດັ່ງກ່າວນີ້ ຈະເປັນການປະ ກອບສ່ວນສົ່ງເສີມສາຍພົວພັນສອງຝ່າຍ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ຫລຽນສ່ວນຫລາຍຈະຂາຍຢູ່ຍີ່ປຸ່ນ ໃນລາຄາ 6.171 ຕໍ່ຫນຶ່ງຫລຽນ ໂດຍມີການເປີດຂາຍອອນລາຍນັບແຕ່ວັນ ພຸດທີ 4 ມີນາ ຈົນເຖິງວັນທີ 3 ເມສາ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...